ຊູເເດນໄດ້ປະກາດສະພາວະສຸກເສີນ ຢູ່ເລາະຕາມເຂດຊາຍແດນທີ່ຕິດກັບຊູເເດນໃຕ້
ນັ້ນ ຊຶ່ງເປັນການສົ່ງສັນຍານໃນການສືບຕໍ່ມຸ້ງໜ້າໄປສູ່ການເຮັດສົງຄາມໂດຍເຕັມ
ຂະນະທີ່ການເປັນປໍລະປັກກັນທະວີຮຸນແຮງຂຶ້ນ ລະຫວ່າງສອງປະເທດເພື່ອນບ້ານນີ້.
ອົງການຂ່າວທາງການຂອງຊູເເດນ SUNA ໄດ້ລາຍງານໃນວັນອາທິດວານນີ້ ດໍາລັດ
ພາວະສຸກເສິນນັ້ນ ອໍານວຍໃຫ້ Khartoum ມີອໍານາດເພີ່ມຂຶ້ນໃນການຈັບກຸມແລະ
ພິຈາລະນາຄະດີພວກຕ້ອງສົງໃສ ໃນແຂດທີ່ມີຄວາມຮຸນແຮງນັ້ນ ແລະອະນຸຍາດໃຫ້
ປະທານາທິບໍດີ Omar al-Bashir ແລະຜູ້ໃດກໍ່ຕາມທີ່ໄດ້ຮັບອໍານາດຈາກທ່ານ ສາມາດ
ຈັດຕັ້ງສານພິເສດຂຶ້ນມາໄດ້ ເພື່ອດໍາເນີນຄະດີທາງອາຍາຕ່າງໆແລະຄະດີກໍ່ການຮ້າຍ.
ມາດຕາການດັ່ງກ່າວ ຍັງອະນຸຍາດໃຫ້ງົດໃຊ້ກົດໝາຍລັດຖະທໍາມະນູນ ໃນເຂດຊາຍ
ແດນ ແລະຫ້າມການຄ້າຂາຍກັບຊູເເດນໃຕ້. ທັງສອງປະເທດດັ່ງກ່າວ ຍັງຜິດຖຽງກັນຢູ່
ກ່ຽວກັບການແບ່ງປັນລາຍໄດ້ຈາກບໍ່ນໍ້າມັນ ການປັກປັນເຂດຊາຍແດນແລະບັນຫາ
ກ່ຽວກັບສັນຊາດ.
ຊູເເດນໃຕ້ ໄດ້ກ່າວໃນວັນອາທິດວານນີ້ວ່າ ຕົນຈະຖອນຕໍາຫລວດຂອງຕົນທັງໝົດ
ອອກຈາກເຂດ Abyei ທີ່ຍາດແຍ່ງກັນນັ້ນ.
ໃນວັນອາທິດວານນີ້ເຊັ່ນກັນ ກຸ່ມຊ່ອຍເຫຼືອກຸ່ມນຶ່ງກ່າວວ່າ ຊາວຕ່າງປະເທດ 3 ຄົນທີ່
ຖືກຊູເເດນຈັບ ໃນເມືອງ Heglig ນັ້ນ ແມ່ນກໍາລັງເຮັດວຽກ ເກັບກູ້ລະເບີດໃນເຂດຊາຍ
ແດນ ຊຶ່ງກົງກັນຂ້າມກັບການກ່າວຫາຂອງທາງ Khartoum ທີ່ວ່າ ເຂົາເຈົ້າເປັນສອດ
ແນມນັ້ນ.
ຊູເເດນ ໄດ້ຈັບ ຊາວອັງກິດ, ຊາວນໍເວ, ຊາວອັຟຣິກາໃຕ້ ແລະ ຊາວຊູເເດນໃຕ້ຄົນນຶ່ງ
ໃນເຂດຜະລິດນໍ້າມັນ Heglig.