ລາຍງານຂ່າວຈາກຊູດານ ກ່າວວ່າ ເຈົ້າໜ້າທີ່ຊູດານໄດ້ທໍາການຈັບກຸມຊາວຕ່າງປະເທດ
3 ຄົນໃນເມືອງບໍ່ນໍ້າມັນ Heglig ທີ່ເປັນບັນຫາຂັດ ແຍ່ງກັນນັ້ນ.
ອົງການຂ່າວສານຝຣັ່ງ AFP ອ້າງຄໍາເວົ້າຂອງໂຄສົກກອງທັບທ່ານນຶ່ງ ທີ່ກ່າວວ່າ ຄົນອັງ
ກິດຄົນນຶ່ງ ຄົນນໍເວຄົນນຶ່ງ ແລະຄົນອາຟຣິກາໃຕ້ຄົນ ນຶ່ງຖືກຈັບກຸມ ແລະຖືກນໍາສົ່ງໂດຍ
ທາງເຮືອບິນໄປຍັງນະຄອນຫລວງ Khartoum ເພື່ອສອບປາກຄໍາ.
ໃນຕົ້ນສັບປະດານີ້ ກອງກໍາລັງຂອງປະເທດໃໝ່ຊູດານໃຕ້ ໄດ້ຖອນອອກໄປຈາກເມືອງ
Heglig ທີ່ທັງສອງຝ່າຍຕ່າງອ້າງເອົາກໍາມະສິດນັ້ນ.
ຊູດານຖືກກ່າວຫາວ່າ ທໍາການຖິ້ມລະເບີດເພີ່ມທະວີຂຶ້ນໃນຊູດານໃຕ້ຊຶ່ງຄະນະນໍາພາໃນ
ນະຄອນຫລວງ Juba ກ່າວວ່າ ເທົ່າກັນກັບເປັນການປະກາດສົງຄາມ.
ຊູດານແລະຊູດານໃຕ້ເຄີຍທໍາສົງຄາມກາງເມືອງກັນມາກ່ອນເປັນເວລາ 21 ປີ ຊຶ່ງໄດ້ເອົາ
ຊີວິດປະຊາຊົນໄປຫຼາຍກວ່າ 2 ລ້ານຄົນ.
ສົງຄາມດັ່ງກ່າວໄດ້ສິ້ນສຸດລົງ ດ້ວຍການລົງນາມໃນຂໍ້ຕົກລົງສັນຕິພາບ ກັນໃນປີ 2005
ທີ່ຮວມທັງການລົງປະຊາມະຕິກ່ຽວກັບການປະກາດເອກະລາດຂອງຊູດານໃຕ້.