ພວກທີ່ເຫັນເຫດການ ແລະເຈົ້າໜ້າທີ່ຂອງ Sudan ໃຕ້ ທ່ານນຶ່ງ ກ່າວວ່າ ຝູງເຮືອບິນລົບ
ຂອງ Sudan ໄດ້ທໍາການໂຈມຕີທາງອາກາດຕໍ່ເຂດຊາຍແດນແຫ່ງນຶ່ງທີ່ຕິດກັບປະເທດ
ເພື່ອນບ້ານ Sudan ໃຕ້ນັ້ນ ຍັງຜົນໃຫ້ມີຢ່າງນ້ອຍ 1 ຄົນເສຍຊີວິດ.
ຮອງຫົວໜ້າໜ່ວຍສືບລັບທະຫານຂອງ Sudanໃຕ້ ໄດ້ເອີ້ນການຖິ້ມລະເບີດໃນວັນຈັນ
ມື້ນີ້ ຢູ່ໃກ້ໆກັບ Bentiu ວ່າເປັນການເພີ່ມທະວີຄວາມຂັດແຍ້ງກັນ ຢ່າງຮຸນແຮງ ແລະເປັນ
ການເກາະຜິດຢ່າງຈະແຈ້ງ.
ພວກນັກຂ່າວທີ່ເຫັນການໂຈມຕີທາງອາກາດດັ່ງກ່າວເວົ້າວ່າ ການໂຈມຕີໄດ້ ສັງຫານເດັກ
ຊາຍຄົນນຶ່ງ ທີ່ຕະຫຼາດ.
ການຖິ້ມລະເບີດດັ່ງກ່າວນີ້ ມີຂຶ້ນນຶ່ງມື້ ຫຼັງຈາກກອງທະຫານຂອງ Sudanໃຕ້ ໄດ້ຖອນ
ອອກໄປຈາກ ເມືອງ Heglig ເຂດຜະລິດນໍ້າມັນທີ່ທັງສອງຝ່າຍຍາດແຍ່ງກັນ ແລະກໍາລັງ
ຂອງຊູແດນໃຕ້ ໄດ້ເຂົ້າຍຶດເອົາເມື່ອວັນທີ 10 ເມສານັ້ນ.
ປະຊາຄົມນາໆຊາດໄດ້ກົດດັນໃຫ້ທັງສອງປະເທດ ຢຸດເຊົາການໂຈມຕີກັນຂ້າມ ເຂດຊາຍ
ແດນ ແລະໃຫ້ມາໂອ້ລົມສົນທະນາກັນຄືນໃໝ່.