ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໕ ກັນຍາ ໒໐໒໓

ຊູດານ ແລະຊູດານໃຕ້ ຢູ່ໃນພາວະສົງຄາມ


ທ່ານ Barnaba Benjamin Marial (ຂວາ) ໂອ້ລົມກັບ ໂຄສົກທະຫານ Philip Aguer (ຊ້າຍ)

ສະພາຂອງ ຊຸດານ ​ໄດ້​ປະກາດ ​ໃຫ້ ຊຸດານໃຕ້ ​ເປັນ​ສັດຕູ ທ່າມກາງ​ການ ​ເພີ່ມ​ທະວີ​ຂຶ້ນ
ຂອງຄວາມ​ຮຸນ​ແຮງ​ຢູ່​ຕາມ​ຊາຍ​ແດນຂອງ​ປະ​ເທດ​ທັງ​ສອງ​ທີ່ຕິດ​ກັນ​ນັ້ນ.

ຫຼັງ​ຈາກໄດ້​ມີການ​ລົງ​ຄະ​ແນນສຽງ ໃນ​ວັນ​ຈັນ​ວານ​ນີ້ ທີ່ກຸງ Khartoum, ທາງ ທ່ານ
Barmaba Binjamin ລັດຖະມົນຕີກະຊວງຖະ​ແຫຼງຂ່າວ​ຂອງ​ຊູ​ດານ​ໃຕ້ ໄດ້ປະຕິ​ເສດ
ບໍ່ຮັບເອົາການຕັດສິນໃ​ຈດັ່ງກ່າວ ແລະກ່າວວ່າ ປະເທດຂອງທ່ານນັ້ນ ແມ່ນບໍ່ໄດ້ເປັນ
ສັດຕູກັບ Sudan.

ທ່ານ Rabie Abdelati Obeid ສະມາຊິກຄົນ​ສໍາຄັນຂອງພັກລັດຖະສະພາ​ແຫ່ງ​ຊາດ
ຊຶ່ງ​ເປັນ​ພັກ​ລັດຖະບານ​ຂອງ ຊຸດານ ​ໄດ້​ກ່າວ​ກັບ VOA ວ່າ ສະຖານະການລະຫວ່າງ
ສອງປະເທດໃນຂະນະນີ້ ແມ່ນຢູ່ໃນສະພາບສົງຄາມ.

ທ່ານຍັງກ່າວອີກວ່າ ຊຸດານໃຕ້ ແມ່ນບໍ່ໄດ້ນັບຖືຂໍ້​ຕົກລົງ​ສັນຕິພາບ​ສະບັບປີ 2005
ທີໄດ້ຍຸຕິສົງຄາມ​ກາງ​ເມືອງ​ລະຫວ່າງ​ຊູ​ດານ ​ແລະ​ຊູ​ດານ​ໃຕ້​ນັ້ນ.

ຊຸດານໃຕ້ ໄດ້ກ່າວວ່າ ເຮືອບິນລົບ​ຂອງ ຊຸດານ ໄດ້ຖິ້ມລະເບີດໃສ່ລັດ Unity ທີ່​ເຮັດ​ໃຫ້
ມີ​ຜູ້​ເສຍ​ຊີວິດ​ຢ່າງ​ນ້ອຍ 5 ຄົນ ​ແລະ​ບາດ​ເຈັບ 9 ຄົນ.

ນອກ​ນັ້ນ ຊຸດານໃຕ້ ຍັງໄດ້ກ່າວຫາ ຊຸດານ ວ່າ ໄດ້ຖິ້ມລະເບີດໃສ່​ເມືອງ Heglig
ຫົວ​ເມືອງທີ່​ຕັ້ງຢູ່​ໃນ​ບໍລິ​ເວນ​ຊາຍ​ແດນ​ທີ່​ມີ​ການ​ຂັດ​ແຍ້​ງທີ່​ທະຫານ ຊູ​ດານ​ໃຕ້​ໄດ້​ເຂົ້າຢຶດ
ເອົາຈາກ​ຊູ​ດານ ​ໃນ​ສັບປະດາ​ແລ້ວ. ທ່ານ Obeid ໄດ້ປະ ຕິເສດຕໍ່ການກ່າວຫາວ່າ
Sudan ໄດ້ໃຊ້ເຂດແດນດັ່ງກ່າວ ​ເປັນ​ຖານ​ທັບໃນການໂຈມຕີປະຊາຊົນທີ່ບໍ່ຕິດອາວຸດ
ໃນຊູ​ດານໃຕ້ນັ້ນ.



XS
SM
MD
LG