ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາລັງຮັກສາຄວາມປອດໄພຊູດານ ສັງຫານພວກປະທ້ວງສີ່ຄົນ ໃນຂະນະທີ່ຫຼາຍພັນຄົນພາກັນເດີນຂະບວນ


ຄົນພາກັນເດີນປະທ້ວງ ປະນາມການເຮັດລັດຖະປະຫານຂອງທະຫານ ໃນເດືອນຕຸລາ ທີ່ນະຄອນຄາຕູມ ປະເທດຊູດານ, ວັນພະຫັດ ວັນທີ 30 ທັນວາ 2021.
ຄົນພາກັນເດີນປະທ້ວງ ປະນາມການເຮັດລັດຖະປະຫານຂອງທະຫານ ໃນເດືອນຕຸລາ ທີ່ນະຄອນຄາຕູມ ປະເທດຊູດານ, ວັນພະຫັດ ວັນທີ 30 ທັນວາ 2021.

ກຳລັງຮັກສາຄວາມປອ​ດ​ໄພຂອງຊູດານໄດ້ຍິງ ແລະສັງຫານພວກປະທ້ວງສີ່ຄົນ ໃນວັນ
ພະຫັດວານນີ້ ໃນຂະນະທີ່ມີການປະທ້ວງຂອງຫຼາຍສິບພັນຄົນທີ່ລະເມີດລະບຽບການປິດ
ເມືອງເພື່ອຮັກສາຄວາມປອດໄພ ແລະກີດກັ້ນບໍ່ໃຫ້ມີ ການສື່ສານກັບພວກເດີນຂະບວນ
ປະທ້ວງຕ້ານການປົກຄອງຂອງທະຫານ, ອີງຕາມຄຳເວົ້າຂອງພວກແພດໝໍໄດ້ກວ່າສອງ
ເດືອນມາແລ້ວ ທີ່ພວກນັກເຄື່ອນໄຫວສະໜັບສະໜູນປະຊາ ທິປະໄຕໄດ້ຮັກສາການປຸກ
ລະດົມໃຫ້ມີການເດີນຂະບວນຢູ່ຕາມຖະໜົນ ເພື່ອ ຕ້ານການກຳອຳນາດຂອງຝ່າຍຫະ
ຫານໃນເດືອນຕຸລາ.

ການທັບມ້າງພວກປະທ້ວງບັດນີ້ໄດ້ມີຢ່າງໜ້ອຍ 52 ຄົນຖືກ​ຂ້າ​ຕາຍອີງຕາມຄະນະກຳ
ມະການທ່ານໝໍອິດສະຫຼະຂອງຊູດານ ຊຶ່ງເປັນພາກສ່ວນນຶ່ງຂອງຂະບວນການສະໜັບ
ສະໜູນປະຊາທິປະໄຕ.

ໃນວັນພະຫັດວານນີ້ ກຳລັງຮັກສາຄວາມປອດໄພໄດ້ຍິງລູກປືນແທ້ໃສ່ ຊຶ່ງ​ໄດ້ສັງຫານ
ພວກປະທ້ວງສີ່ຄົນຢູ່ເມືອງໂອມເດີແມນ (Omderman) ຊຶ່ງເປັນ ເມືອງແຝດຂອງນະ
ຄອນຫຼວງຄາຕູມ (Khatoum) ແລະເຮັດໃຫ້ຫຼາຍສິບຄົນ ໄດ້ຮັບບາດເຈັບ ອີງຕາມຄະ
ນະກຳມະການດັ່ງກ່າວເວົ້າ.

​ຄະ​ນະ​ກຳ​ມະ​ການນັ້ນກ່າວຕື່ມອີກວ່າ “ພວກເຮົາໄດ້ຂໍຮ້ອງໃຫ້ພວກທ່ານ​ໝໍ ມາໂຮງໝໍ
ອາແບ້ງ (Abain) ຢູ່ເມືອງອົມເດີແມນ ເພາະວ່າພວກພະຍາຍາມຢຶດອຳນາດ ກຳລັງໃຊ້
ລູກປືນແທ້ຍິງພວກປະທ້ວງ ແລະກີດກັ້ນບໍ່ໃຫ້ລົດໂຮງໝໍເຂົ້າໄປຫາເຂົາເຈົ້າໄດ້”.

ຄຳຮ້ອງຂໍນັ້ນໄດ້ຂຽນໄວ້ຢູ່ໜ້າບັນຊີສື່​ສັງ​ຄົມ​ອອນ​ລາຍຂອງຊາວຊູດານ ຢູ່ຕ່າງປະເທດ
ໃນຂະນະທີ່ພວກເຈົ້າໜ້າທີ່ໄດ້ກີດກັ້ນສາຍໂທລະສັບຢູ່ພາຍໃນ ແລະ ນອກປະເທດ.
ກຸ່ມສີ້ງຊອມທາງອິນເຕີແນັດ Netblocks ກ່າວວ່າ ການບໍລິການອິນເຕີແນັດ ສຳລັບ
ອຸປະກອນມືຖືກໍໄດ້ຖືກຕັດຂາດຄືກັນ.

ການຕິດຕໍ່ສື່​ສານຫາກັນໄດ້ກັບຄືນມາອີກໃນຕອນແລງ ເມື່ອພວກປະທ້ວງໄດ້ ພາກັນ
ໜີໄປ.

ສະຖານທູດສະຫະລັດ ທີ່​ໄດ້ຮຽກຮ້ອງໃຫ້ຢຸດການໃຊ້ກຳລັງນັ້ນ ໄດ້ປະ ນາມການສັງ
ຫານພວກປະທ້ວງ ແລະຄັດຄ້ານ “ມີການໂຈມຕີທີ່ໃຊ້ຄວາມຮຸນແຮງໂດຍໜ່ວຍຮັກສາ
ຄວາມປອດໄພຂອງຊູດານຕໍ່ອົງການສື່ມວນຊົນ ແລະບັນດານັກຂ່າວ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG