ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິນເຕີເນັດຂອງຊູດານ ຫລຸດການປຸກລະດົມ ຕໍ່ຕ້ານລັດຖະປະຫານທີ່ຊັບຊ້ອນ ຂອງພົນລະເຮືອນທີ່ຝ່າຝືນຄໍາສັ່ງ


ພວກແມ່ຍິງຊູດານພາກັນຍ່າງຜ່ານຕີນລົດທີ່ລຸກໄໝ້ ໂດຍກຸ່ມປະທ້ວງຕໍ່ຕ້ານລັດຖະປະຫານໃນນະຄອນຫລວງຄາຣ໌ທູມ, ພາຍຫລັງການຮຽກຮ້ອງໃຫ້ປະຊາຊົນທີ່ບໍ່ເຫັນດີ ພາກັນປະທ້ວງທະຫານທີ່ກໍ່ລັດຖະປະຫານໃນເດືອນທີ່ຜ່ານມາ, ວັນທີ 7 ພະຈິກ, ປີ 2021.
ພວກແມ່ຍິງຊູດານພາກັນຍ່າງຜ່ານຕີນລົດທີ່ລຸກໄໝ້ ໂດຍກຸ່ມປະທ້ວງຕໍ່ຕ້ານລັດຖະປະຫານໃນນະຄອນຫລວງຄາຣ໌ທູມ, ພາຍຫລັງການຮຽກຮ້ອງໃຫ້ປະຊາຊົນທີ່ບໍ່ເຫັນດີ ພາກັນປະທ້ວງທະຫານທີ່ກໍ່ລັດຖະປະຫານໃນເດືອນທີ່ຜ່ານມາ, ວັນທີ 7 ພະຈິກ, ປີ 2021.

ກຸ່ມສະໜັບສະໜຸນປະຊາທິປະໄຕໃນຊູດານ ໄດ້ດໍາເນີນການ​ເປັນມື້ທີສອງ ໃນ​ການຝ່າຝືນຂອງ​ພົນ​ລະ​ເຮືອນແລະ​ການນັດຢຸດງານໃນມື້ວັນອາທິດວານນີ້ ເພື່ອປະທ້ວງ ການກໍ່ລັດຖະປະຫານຂອງທະຫານ ໃນເດືອນແລ້ວນີ້. ການເຂົ້າຮ່ວມນັ້ນເບິ່ງຄືວ່າມີການຈໍາກັດ ຍ້ອນລະບົບເຊື່ອມຕໍ່ທາງອິນເຕີເນັດ ແລະໂທລະສັບຍັງຄົງມີການຂັດຂວາງຢ່າງຕໍ່ເນື່ອງ ອີງຕາມລາຍງານ ຂອງອົງການຂ່າວຣອຍເຕີ.
ຄະນະກໍາມະການຕໍ່ຕ້ານໃນທ້ອງຖິ່ນ ແລະສະມາຄົມວິຊາ​ຊີບຊູດານຫລື SPA, ເຊິ່ງນໍາພາການປະທ້ວງໃນ​ການ​ລຸກ​ຮື​ຂຶ້ນ ເພື່ອໂຄ່ນລົ້ມທ່ານໂອມາຣ໌ ອາລ-ບາເຊຍ ຜູ້ເຊິ່ງເປັນປະທານາທິບໍດີໃນເວ​ລານັ້ນ ເມື່ອເດືອນເມສາ, ປີ 2019, ກໍາລັງຈັດການດໍາເນີນງານປະທ້ວງ ເພື່ອພະຍາຍາມຕ່າວ​ປີ້ນການຢຶດອໍານາດ​ຂອງ​ພວກທະຫານ.

ຜູ້ຄົນພາກັນອອກມາຢູ່​ຕາມຖະໜົນຫົນທາງໃຈກາງນະຄອນຫລວງຄາຣ໌ທູມ ໃນມື້ວັນອາທິດວານນີ້, ເຖິງແມ່ນວ່າຈະມີການສັນຈອນທີ່ໜ້ອຍກວ່າປົກກະຕິ, ​ປະຊາຊົນໄດ້ກ່າວ.

ສະມາຊິກຂອງສະຫະພັນຄູໄດ້ກ່າວວ່າ ກອງກໍາລັງຮັກສາຄວາມໝັ້ນຄົງໄດ້ໃຊ້ແກສນໍ້າຕາເພື່ອສະຫລາຍຜູ້ຊຸມນຸມ ທີ່ອາຄານກະຊວງສຶກສາຂອງລັດຖະບານຄາຣ໌ທູມ ທີ່ຈັດຂຶ້ນເພື່ອຄັດຄ້ານການສົ່ງມອບໜ້າທີ່ຕ່າງໆໃຫ້ທະຫານ ທີ່ໄດ້ຮັບແຕ່ງຕັ້ງ. ມີຜູ້ຖືກຈັບປະມານ 87 ຄົນ, ອີງ​ຕາມ​ຄຳ​ເວົ້າ​ຂ​ອງທາງສະຫະພັນ.

ເມືອງ ເບີຣີ (Burri) ເປັນພື້ນທີ່ໃກ້ຄຽງກັບນະຄອນຫລວງ​ຄາ​ຣ໌ທູມ ແລະອີກຟາກນຶ່ງຂອງແມ່ນໍ້າໃນເຂດອົມບາດາ (Ombada) ຂອງເມືອງ ອົມເດີແມນ (Omdurman), ຕໍາຫລວດຍັງໄດ້ໃຊ້ແກັສນໍ້າຕາເພື່ອສະຫລາຍຜູ້ຊຸມນຸມ, ອີງຕາມການລາຍງານຂອງຜູ້ເຫັນເຫດການກ່າວ.

ນອກຈາກນັ້ນ ຍັງມີຜູ້ປະທ້ວງຢູ່ເມືອງເມີດານີ (Medani), ເນຍລາ (Nyala) ແລະອັດຕ໌ບາຣາ (Atbara) ບ່ອນທີ່ຜູ້ປະທ້ວງຫລາຍຮ້ອຍຄົນໄດ້ປະທ້ວງຜູ້ທີ່ຊື່ສັດພັກດີ ໃຫ້ໄດ້ຮັບຕໍາແໜ່ງເປັນລັດຖະບານທ້ອງຖິ່ນຂອງບາເຊຍ, ຜູ້ເຫັນເຫດການກ່າວ.

ໂຮງໝໍບາງ​ແຫ່ງ ແລະເຈົ້າໜ້າທີ່ທາງການແພດຢູ່ໃນນະຄອນຫລວງຄາຣ໌ທູມ ຍັງຄົງດໍາເນີນງານຕາມປົກກະຕິ, ໃນຂະນະທີ່ໂຮງໝໍໃນເຂດອື່ນໆ ໄດ້ນັດຢຸດງານເພື່ອປະທ້ວງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG