ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

2 ຄົນ​ຖືກ​ຂ້າ​ຕາຍ​ ຢູ່​ໃນ​ການ​ປະ​ທ້ວງ ຕໍ່​ຕ້ານພວກທະ​ຫານ​ ໃນ​ຊູ​ດານ, ອີງ​ຕາມຄຳ​ເວົ້າທ່ານ​ໝໍ​


ພວກ​ເດີນ​ຂະ​ບວນ​ປະ​ທ້ວງ​ຊາວ​ຊູ​ດານ​ໄດ້​ໂຮມ​ຊຸມ​ນຸ​ກັນຢູ່​ໃນ​ຄຸ້ມ al-Daim ໃນ​ນະ​ຄອນ​ຫລວງ​ຄາ​ຣ໌​ທູມຂອງ​ຊູ​ດານ​ໃນ​ວັນ​ທີ 2 ມັງ​ກອນ, 2022 ທ່າມ​ກາງ​ການ​ຮຽກ​ຮ້ອງ​ໃຫ້​ມີ​ການ​ໂຮມ​ຊຸມ​ນຸມ​ເພື່ອ​ເປັນ​ການ "ລະ​ນຶກ​ເຖິງ​ພວກ​ທີ່​ເສຍ​ສະ​ຫລະ" ທີ່​ຖືກ​ຂ້າ​ຕາຍ​ໃນ​ການ​ປະ​ທ້ວງ​ເມື​ື່ອມໍ່ໆມານີ້.
ພວກ​ເດີນ​ຂະ​ບວນ​ປະ​ທ້ວງ​ຊາວ​ຊູ​ດານ​ໄດ້​ໂຮມ​ຊຸມ​ນຸ​ກັນຢູ່​ໃນ​ຄຸ້ມ al-Daim ໃນ​ນະ​ຄອນ​ຫລວງ​ຄາ​ຣ໌​ທູມຂອງ​ຊູ​ດານ​ໃນ​ວັນ​ທີ 2 ມັງ​ກອນ, 2022 ທ່າມ​ກາງ​ການ​ຮຽກ​ຮ້ອງ​ໃຫ້​ມີ​ການ​ໂຮມ​ຊຸມ​ນຸມ​ເພື່ອ​ເປັນ​ການ "ລະ​ນຶກ​ເຖິງ​ພວກ​ທີ່​ເສຍ​ສະ​ຫລະ" ທີ່​ຖືກ​ຂ້າ​ຕາຍ​ໃນ​ການ​ປະ​ທ້ວງ​ເມື​ື່ອມໍ່ໆມານີ້.

ກອງກຳລັງຮັກສາຄວາມປອດໄພໄດ້ສັງຫານ 2 ຄົນ ໃນລະຫວ່າງການປະທ້ວງ ໃນຊູດານ ທີ່ຕໍ່ຕ້ານການປົກຄອງຂອງທະຫານໃນວັນອາທິດວານນີ້, ອີງ​ຕາມຄະນະກຳ​ມະ​ການແພດກ່າວຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

​ເຫດ​ການນີ້​ໄດ້​ເຮັດ​ໃຫ້ມີຄົນ​ເສຍ​ຊີວິດ​ໃນ​ການ​ປະ​ທ້ວງ 56 ຄົນແລ້ວ ​ນັບຕັ້ງ​ແຕ່​ມີການ​ກໍ່​ລັດຖະປະຫານ​ໃນ​ວັນ​ທີ 25 ຕຸລາຜ່ານ​ມາ​, ອີງ​ຕາມຄະນະກຳ​ມະ​ການ​ທ່ານ​ໝໍ​ສູນ​ກາງ​ຂອງຊູ​ດານ​. ຄະນະ​ກຳມະການ​ດັ່ງກ່າວ​ເວົ້າ​ວ່າ, ຜູ້​ຊາຍ​ຄົນ​ທີ 1 ອາຍຸ​ປະມານ 20 ປີ ​ແລະ​ເສຍ​ຊີວິດໄປ​ຍ້ອນ​ບາດ​ເຈັບ​ທີ່​ຫົວ​ຢູ່​ໃນນະຄອນຫຼວງຄາ​ຣ໌​ທູມ, ​ໃນ​ຂະນະ​ທີ່​ຜູ້​ຊາຍ​ຄົນ​ທີ 2 ​ໄດ້​ຖືກ​ຍິງ​ປືນ​ໃສ່​ໜ້າ​ເອິກ​ຢູ່ເມືອງ​ອົມ​ເດີ​ແມນ (Omdurman).

ກຳລັງຮັກສາຄວາມປອດໄພຍັງບໍ່ທັນໃຫ້ຄວາມເຫັນໃດໆກ່ຽວກັບການເສຍຊີວິດທີ່ຖືກລາຍງານນີ້​ເທື່ອ.

ໃນ​ຂະ​ນະ​ດຽວ​ກັນ, ນາ​ຍົກ​ລັດ​ຖະ​ມົນ​ຕີຊູດານ, ທ່ານ​ອັບ​ດ​າ​ລ​ລາ ຮຳ​ດັອກ (Abdalla Hamdok) ກ່າວ​ໃນ​ວັນ​ອາ​ທິດວານນີ້​ວ່າ ​ທ່ານກຳ​ລັງລາ​ອອກຊຶ່ງບໍ່​ຮອດ​ສອງ​ເດືອນ​ຫຼັງ​ຈາກ​ໄດ້​ກັບ​ມາ​ກຳ​ຕຳ​ແໜ່ງ​ຄືນ​ອີກ​ໂດຍເປັນ​ສ່ວນ​ນຶ່ງ​ໃນຂໍ້​ຕົກ​ລົງ​ທາງ​ການ​ເມືອງ​ນຳ​ກັນກັບພວກ​ທະ​ຫານ.

​ໃນ​ຄຳ​ປາ​ໄສ​ຜ່ານ​ທາງ​ໂທລະພາບນັ້ນ, ທ່ານ​ກ່າວ​ວ່າ ການ​ພົບ​ປະ​ກັນ​ແບບໂຕະ​ມົນ​ຈຳ​ເປັນຕ້ອງ​ໄດ້​ຈັດ​ຂຶ້ນ​ເພື່ອ​ບັນລຸ​ຂໍ້​ຕົກລົງ​ສະບັບ​ໃໝ່​ກ່ຽວ​ກັບ​ການ​ຫັນປ່ຽນ​ທາງ​ການ​ເມືອງ​ຂອງ​ຊູ​ດານ​ໄປ​ສູ່​ປະຊາທິປະ​ໄຕ.

ວັນ​ອາທິດ​ວານ​ນີ້​ເປັນ​ມື້​ທີ່ມີ​ການ​ປະ​ທ້ວງ​ຄັ້ງ​ໃຫຍ່ຮອບ​ທີ 12 ​ນັບ​ແຕ່ມີ​ການ​ກໍ່​ລັດຖະປະຫານເປັນ​ຕົ້ນ​ມາ. ບັນດາ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ຍິງ​ແກັສນ້ຳຕາ​ໃສ່​ພວກ​ປະ​ທ້ວງ​ໃນ​ນະຄອນຫລວງ​ຄ​າ​ຣ໌​ທູມໃນ​ຂະນະ​ທີ່​ພວກ​ປະ​ທ້ວງ​ພາກັນ​ເດີນ​ຂະ​ບວນ​ໄປ​ຫາ​ທຳນຽບປະທານາທິບໍດີ.

ບັນດາ​ຜູ້​ເຫັນ​ເຫດການກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters) ​ວ່າ ການ​ບໍລິການ​ອິນ​ເຕີ​ເນັດ ​ແລະ​ໂທລະສັບ​ມື​ຖື​ປາກົດ​ວ່າ​ຖືກ​ລົບ​ກວນ​ຢູ່ໃນ​ເມືອງນັ້ນ​ກ່ອນ​ຈະ​ມີການ​ປະ​ທ້ວງ. ບາງ​ຄົນ​ແມ່ນ​ສາ​ມາດ​ເອົາຮູບ​ລົງ​ໃນ​ສື່​ສັງ​ຄົມອອນ​ລາຍ​ທີ່​ສະ​ແດງ​ໃຫ້​ເຫັນ​ການ​ປະ​ທ້ວງ​ຢູ່​ໃນ​ຫລາຍ​ຕົວ​ເມືອງ, ລວມ​ທັງຢູ່​ໃນ​ເມືອງອາດ-ດາ​ມາ​ຊິນ (Ad-Damazin), ພອດ ຊູ​ດານ (Port Sudan) ແລະ ເຊນ​ນາ (Sennar).

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG