ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພັກຝ່າຍທີ່ກຳລັງຕໍ່ສູ້ກັນ ຂອງ ຊູດານ ເຊັນຄຳໝັ້ນສັນຍາ ເພື່ອຮັບປະກັນ ການຊ່ວຍເຫຼືອດ້ານມະນຸດສະທຳ


ຄວັນປິວຂຶ້ນສູ່ທ້ອງຟ້ອງໃນນະຄອນຫຼວງ ຄາທູມ, ຊູດານ, 11 ພຶດສະພາ 2023.
ຄວັນປິວຂຶ້ນສູ່ທ້ອງຟ້ອງໃນນະຄອນຫຼວງ ຄາທູມ, ຊູດານ, 11 ພຶດສະພາ 2023.

ພັກຝ່າຍທີ່ກຳລັງຕໍ່ສູ້ກັນຂອງ ຊູດານ ໄດ້ເຊັນຄຳໝັ້ນສັນຍາສະບັບນຶ່ງເມື່ອແລງ ວັນພະຫັດວານນີ້ ກ່ຽວກັບ ແນວທາງ ສຳລັບການອະນຸຍາດໃຫ້ການຊ່ວຍເຫຼືອ ດ້ານມະນຸດສະທຳເຂົ້າປະເທດ, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ ສະຫະ ລັດ.

ພວກຕົວແທນຂອງກອງທັບ ແລະ ກອງກຳລັງທີ່ບໍ່ແມ່ນທາງການ, ຜູ້ທີ່ໄດ້ຕໍ່ສູ້ ກັນເປັນເວລາເກືອບນຶ່ງເດືອນນັ້ນ, ໄດ້ເຊັນສັນຍາສະບັບນຶ່ງ ໃນນະຄອນ ເຈັດດາ, ຊາອຸດີ ອາຣາເບຍ, ໃນຖະແຫຼງການ ກ່ຽວກັບຄຳໝັ້ນສັນຍາເພື່ອປົກປ້ອງພົນລະເຮືອນຂອງ ຊູດານ,” ເຈົ້າໜ້າທີ່ ສະຫະລັດ ຄົນນຶ່ງທີ່ໄດ້ມີສ່ວນ ຮ່ວມໃນການເຈລະຈາໄດ້ກ່າວ.

ຄຳໝັ້ນສັນຍາດັ່ງກ່າວບໍ່ແມ່ນການຢຸດຍິງ ແຕ່ກົງກັນຂ້າມ ຈະຊ່ວຍຮັບປະກັນ ການຊ່ວຍເຫຼືອດ້ານມະນຸດສະທຳ.

ຂໍ້ຕົກລົງດັ່ງກ່າວຮຽກຮ້ອງໃຫ້ທັງສອງຝ່າຍອະນຸຍາດການຊ່ວຍເຫຼືອດ້ານມະນຸດ ສະທຳ, ອະນຸຍາດໃຫ້ສ້ອມແປງໄຟຟ້າ, ນໍ້າ ແລະ ການບໍລິການພື້ນຖານອື່ນໆ, ເພື່ອຖອນກອງກຳລັງຮັກສາຄວາມປອດໄພຈາກໂຮງໝໍ ແລະ ຈັດ “ພິທີຝັງສົບ ທີ່ມີຄວາມເຄົາລົບ” ໃຫ້ຜູ້ເສຍຊີວິດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG