ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕຳຫຼວດ ຊູ​ດານ ຍິງ​ແກັ​ສ ນ້ຳ​ຕາ ເພື່ອ​ແຍກ​ຍ້າຍ ​ການ​ປະ​ທ້ວງ


ທະ​ຫານ​ ຊູ​ດານ ຢືນ​ຍາມ​ຖະ​ໜົນ​ໃນ​ນະ​ຄອນຫຼວງ ຄາ​ທູມ, 9 ມິ​ຖຸ​ນາ, 2019.
ທະ​ຫານ​ ຊູ​ດານ ຢືນ​ຍາມ​ຖະ​ໜົນ​ໃນ​ນະ​ຄອນຫຼວງ ຄາ​ທູມ, 9 ມິ​ຖຸ​ນາ, 2019.

ຕຳຫຼວດ​ປະ​ເທດ ຊູ​ດານ ໄດ້​ຍິງ​ແກັ​ສ​ນ້ຳ​ຕາ ເພື່ອ​ແຍກ​ຍ້າຍ​ພວກ​ປະ​ທ້ວງ​ໃນ​ນະ​ຄອນ
ຫຼວງ ຄາທູມ ຂອງ ຊູດານ ໃນລະຫວ່າງການໂຄສະນາບໍ່ເຊື່ອຟັງຕໍ່ກົດໝາຍ ເພື່ອຮຽກ
ຮ້ອງການປົກຄອງໂດຍພົນລະເຮືອນ.

ສະ​ມາ​ຄົມ​ຜູ້​ຊ່ຽວ​ຊານ ຊູ​ດານ ຫຼື SPA ເຊິ່ງໄດ້​ນຳ​ພາ​ການ​ປະ​ທ້ວງ ທີ່​ຮຽກ​ຮ້ອງ​ໃຫ້​ກອງ​
ທັບບົກທຳການໂຄ່ນລົ້ມປະທານາທິບໍດີ ໂອມາ ອາລ-ບາເຊຍ ໄດ້ກ່າວໃນວັນເສົາວານ
ນີ້ວ່າ ຄວາມພະຍາມຕໍ່ຕ້ານຈະເລີ້ມຂຶ້ນໃນວັນອາທິດມື້ນີ້ ແລະ ຈະດຳເນີນໄປຈົນກວ່າ
ສະພາທະຫານ ມອບອຳນາດໃຫ້ພົນລະເຮືອນ. ມີລາຍງານວ່າ ຜູ້ປະທ້ວງຢ່າງໜ້ອຍ 4
ຄົນໄດ້ເສຍຊີວິດໃນວັນອາທິດວານນີ້.

ພວກ​ປະ​ທ້ວງ​ໄດ້​ສ້າງ​ສິ່ງ​ກີດ​ຂວາງ​ຢູ່​ຖະ​ໜົນ ທີ່​ເຮັດ​ຈາກທ່ອນ​ໄມ້, ຢາງ​ລົດ ແລະ ກ້ອນ​
ຫີນ ໃນເມືອງ ບາຮາຣີ ທາງພາກເໜືອຂອງນະຄອນຫຼວງ. ຕະຫຼາດ ແລະ ຮ້ານຂາຍ
ເຄື່ອງຕ່າງໆແມ່ນໄດ້ປິດໃນເມືອງ ແລະ ຕົວເມືອງຕ່າງໆ.

ຜູ້​ເຫັນ​ເຫດ​ການ​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AFP ວ່າ “ຖະ​ນົນ​ພາຍ​ໃນ​ເມືອງ ບາ​ຮາ​ຣີ
ເກືອບໝົດທຸກແຫ່ງແມ່ນຖືກກີດກັ້ນ. ພວກປະທ້ວງຍັງໄດ້ຢຸດປະຊາຊົນທີ່ອາໄສຢູ່ໃນ
ທ້ອງຖິ່ນບໍ່ໃຫ້ໄປເຮັດວຽກ.”

ຝ່າຍ​ຄ້ານ ແລະ ກຸ່ມ​ປະ​ທ້ວງ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກຳ​ມະ​ກອນ​ຢູ່​ບ້ານ ຫຼັງ​ຈາກກອງ
ກຳລັງຮັກສາຄວາມປອດໄພໄດ້ບຸກເຂົ້າໄປຄ້າຍຂອງພວກປະທ້ວງໃນວັນຈັນອາທິດ
ແລ້ວນີ້. ບັນດາແພດໝໍທີ່ຢູ່ໃກ້ພວກປະທ້ວງໄດ້ເວົ້າວ່າ ຢ່າງໜ້ອຍ 113 ຄົນໄດ້ເສຍ
ຊີວິດນັບຕັ້ງແຕ່ນັ້ນມາ. ກະຊວງສາທາລະນະສຸກຂອງ ຊູດານ ໄດ້ກຳນົດຈຳນວນຜູ້
ເສຍຊີວິດທັງໝົດຢູ່ທີ 61 ຄົນ.

ເຖິງ​ແມ່ນ​ຈະ​ມີ​ການ​ເຈ​ລະ​ຈາຫຼາຍ​ຮອບ ລະ​ຫວ່າງ​ພວກ​ຜູ້​ນຳ​ປະ​ທ້ວງ ແລະ ກອງ​ທັບ​
ເກີດຂຶ້ນກໍຕາມ, ການເຈລະຈາແມ່ນໄດ້ພັງລົງໃນກາງເດືອນພຶດສະພາທີ່ຜ່ານມາ.

ສະ​ຫະ​ພາບ ອາ​ຟ​ຣິ​ກາ ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ໄດ້​ຫ້າມ ຊູ​ດານ ຈາກ​ການ​ເຮັດ​ທຸກ​ກິດ​ຈະ
ກຳ ຈົນກວ່າຈະມີການຕັ້ງລັດຖະບານ ທີ່ນຳໜ້າໂດຍພົນລະເຮືອນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG