ພວກຜູ້ນຳການປະທ້ວງ ໃນຊູດານ ກ່າວວ່າ ພວກເຂົາເຈົ້າຈະສືບຕໍ່ປະທ້ວງ ໃນນະຄອນ
ຄາທູມ, ເມີນເສີຍຕໍ່ການຮຽກຮ້ອງ ຂອງພວກທະຫານທີ່ປົກຄອງປະເທດຢູ່ໃນຂະນະນີ້
ໃຫ້ເຄື່ອນຍ້າຍພວກເຂົາເຈົ້າແລະສິ່ງກີດຂວາງ ອອກຈາກຖະໜົນຫົນທາງ.
ອົງການມືອາຊີບຂອງຊາວຊູດານ ຫຼື Sudanese Professional Association ຜູ້ຊຶ່ງ
ນຳພາໃນການປະທ້ວງດັ່ງກ່າວນີ້ ໄດ້ກ່າວໃນວັນຈັນວານນີ້ວ່າ ກຸ່ມດັ່ງກ່າວ ຍັງຈະ
ປະທ້ວງຢູ່ທີ່ນັ້ນ ຈົນກວ່າວ່າ ລັດຖະບານພົນລະເຮືອນ ຈະໄດ້ຂຶ້ນກຳອຳນາດ. ກຸ່ມດັ່ງ
ກ່າວຍັງຮຽກຮ້ອງໃຫ້ມີການເດີນຂະບວນໃນວັນອັງຄານມື້ນີ້ ແລະການລຸກຮືຂຶ້ນຂະໜາດ
ໃຫຍ່ ໃນວັນພະຫັດນີ້.
ໃນວັນຈັນວານນີ້ ໄດ້ເຫັນພວກປະທ້ວງທັງຫຼາຍ ປະຕິບັດໜ້າທີ່ໃນປ້ອມກວດຍາມໃນຖະໜົນຫົນທາງ ໃນສະຖານທີ່ປະທ້ວງຫຼັກ ໃນສູນກາງໃຫຍ່ທາງທະຫານໃນນະຄອນຄາທູມ. ສະພາເພື່ອການໂອນອຳນາດທາງທະຫານຂອງຊູດານ ໄດ້ຮຽກຮ້ອງໃຫ້ມີ “ການເປີດຖະໜົນຫົນທາງ ແລະຍົກຍ້າຍສິ່ງກີດຂວາງອອກ” ຈາກສະຖານທີ່ປະທ້ວງ.
ສະພາດັ່ງກ່າວ ຍັງໄດ້ເຕືອນວ່າ ອີກບໍ່ເທົ່າໃດມື້ຂ້າງໜ້ານີ້ ຫຼັງຈາກໄດ້ ໂອ້ລົມສົນທະນາລະຫວ່າງພວກປະທ້ວງ ກັບພວກທະຫານ ໄດ້ແຕກຫັກລົງ ຍ້ອນວ່າ ພວກທະຫານໄດ້ປະຕິເສດທີ່ຈະມອບໂອນອຳນາດໃຫ້ລັດຖະບານພົນລະເຮືອນ.ພວກປະທ້ວງທັງຫຼາຍ ໄດ້ພາກັນຮຽກຮ້ອງ ໃຫ້ມີການປ່ຽນແປງລະບອບນີ້ນັບຕັ້ງແຕ່ເດືອນທັນວາເປັນຕົ້ນມາ.
ໃນວັນຈັນວານນີ້ອີກເຊັ່ນກັນ, ອີຈິບ ໄດ້ປະກາດວ່າ ຕົນຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດສຳລັບພວກຜູ້ນຳອາຟຣິກາ ແບບສຸກເສີນຂຶ້ນ ໃນວັນອັງຄານມື້ນີ້ ກ່ຽວກັບສະຖານະການໃນຊູດານ.