ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະຊາຊົນໃນເຂດຊູດານໃຕ້ ເລີ້ມລົງປະຊາມະຕິ ກ່ຽວກັບເອກະລາດ


ປະທານາທິບໍດີ Salva Kiir ແຫ່ງເຂດຊູດານໃຕ້ ປ່ອນບັດໃນການລົງປະຊາມະຕິ, ວັນທີ 9 ມັງກອນ 2010.
ປະທານາທິບໍດີ Salva Kiir ແຫ່ງເຂດຊູດານໃຕ້ ປ່ອນບັດໃນການລົງປະຊາມະຕິ, ວັນທີ 9 ມັງກອນ 2010.


















ປະຊາຊົນ​ທີ່ມີ​ຄວາມ​ດີ​ອົກ​ດີ​ໃຈ​ເປັນ​ພິ​ເສດ​ ຈໍາ​ນວນຫລາຍ​ລ້ານ​ຄົນ​ໃນ​ພາກ​ໃຕ້​ຂອງ​ຊູ​ດານ ໄດ້​ເລີ້​ມພາກັນອອກ​ໄປ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ອາທິດ​ມື້​ນີ້ ​ໃນ​ການ​ລົງ​ປະຊາ​ມະຕິ ​ເພື່ອປະກາດ
ຕົນເປັນ​ປະເທດ​ເອກະ​ລາດ​ ທີ່ເຂົາ​ເຈົ້າ​ໄດ້ລໍຄອຍ​ກັນມາ​ເປັນ​ເວລາ​ດົນ​ນານ ຊຶ່ງ​ກໍຄາດ​ກັນ​ວ່າ​ຈະ​ເຫັນ​ຂົງ​ເຂດທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ສົງຄາມ​ກາງ​ເມືອງຂອງ​ເຂົ​າ​ເຈົ້າ​ນັ້ນ ​ໂຜ່​ໂຕ​ຂຶ້ນ​ມາ​ເປັນ​ປະ​ເທດໃໝ່​ທີ່ສຸດ​ໃນ​ທະວີບ​ອະ​ຟຣິກາ.

ປະຊາຊົນ​ຊູ​ດານ​ຫລາຍ​ພັນ​ຄົນ​ພາກັນ​ຢືນ​ລຽນ​ແຖວ​ກັນ​ມາ​ຕະຫລອດ​ຄືນ​ ເພື່ອຈະ​ໄດ້​ຮວມ​ຢູ່​ໃນ​ບັນດາ​ຜູ້​ຄົນທໍາ​ອິດ​ ທີ່​ໄປ​ລົງຄະ​ແນນ​ສຽງໃນ​ວັນ​ອາທິດ​ມື້​ນີ້ ຊຶ່ງ​ເປັນ​ວັນ​ເລີ້ມ​ຕົ້ນ​ ການລົງ​ປະຊາ​ມະຕິ​ຄັ້ງ​ປະວັດ​ສາດ​ເປັນ​ເວລາ​ 1 ສັບປະດາ​ເຕັມນັ້ນ.

ປະທານາທິບໍດີ Salva Kiir ​ແຫ່ງ​ເຂດ​ຊູ​ດານ​ໃຕ້ ​ໄດ້ໄປ​ລົງ​ຄະ​ແນນ​ສຽງ​ຂອງ​ທ່ານໃນ​ຕອນ​ເຊົ້າ​ມືດວັນ​ອາທິດ​ມື້​ນີ້. ສະມາຊິກ​ສະພາ​ສູງ​ສະຫະລັດ ທ່ານ John Kerry ແລະ​ດາຣາຮູບ​ເງົາ​ຊື່​ດັງ George Clooney ທີ່ເປັນຕົວ​ຕັ້ງ​ຕົວ​ຕີ​ເພື່ອຊູ​ດານ ກໍ​ໄດ້​ມີໜ້າ​ຢູ່​ທີ່​ນັ້ນ ​ແລະ​ໄດ້​ເບິ່ງ​ການ​ປ່ອນ​ບັດ​ຂອງ​ທ່ານ Kiir. ທ່ານ Kiir ບັນ​ລະຍາຍ​ກ່ຽວກັບການ​ລົງ​ປະຊາ​ມະຕິ​ ເປັນ​ປະ​ເທດ​ເອກະລາດ​ນີ້ວ່າ ​ເປັນ​ໂອກາດຄັ້ງ​ປະ​ວັດ​ສາດອັນ​ນຶ່ງ​ສໍາລັບ​ປະຊາຊົນ​ຂອງ​ທ່ານ.

ສ່ວນນາຍ Clooney ​ເວົ້າວ່າ ການ​ເຫັນ​ຜູ້ຄົນໄປລົງ​ປະຊາ​ມະຕິ​ເພື່ອ​ອິດ​ສະພາບສໍາລັບ​ເຂົາ​ເຈົ້າ​ຢ່າງ​ແທ້​ຈິງ​ນັ້ນ ບໍ່​ແມ່ນ​ສິ່ງ​ທີ່ພວກ​ເຮົາ​ເຫັນ​ເລື້​ອຍໆ​ໃນ​ຊົ່ວ​ຊີວິດ​ຂອງ​ເຮົາ.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ ກ່າວ​ຢູ່​ໃນ​ບົດ​ຄວາມ​ສະ​ແດງຄວາມ​ຄິດ​ ຄວາມ​ເຫັນ​ສະບັບ​ນຶ່ງ​ໃນ​ໜັງສືພິມ New York Times ວ່າ ການ​ລົງປະຊາ​ມະຕິ​ຄັ້ງ​ປະ​ວັດ​ສາດ​ນີ້ ​ເປັນ​ການ​ຊົມ​ໃຊ້​ສິດທິໃນ​ການ​ກໍານົດ​ອານາ​ຄົດຂອງ​ຕົນ​ເອງ ທີ່​ຄວນ​ໄດ້​ມີ​ຂຶ້ນ​ຕັ້ງ​ນານ​ແລ້ວ.

ຜູ້​ມີ​ສິດ​ປ່ອນ​ບັດ​ຈໍານວນ​ເກືອບ 4 ລ້ານ​ຄົນ​ ໄດ້ລົງທະບຽນ ​ເພື່ອ​ປະກອບສ່ວນ​ໃນ​ການ​ລົງ​ປະຊາ​ມະຕິ​ຄັ້ງ​ນີ້ ​ຊຶ່ງ​ເປັນ​ພາກສ່ວນ​ນຶ່ງ​ຂອງຂໍ້​ຕົກລົງ​ສັນຕິພາບ​ໃນ​ປີ 2005 ທີ່​ໄດ້​ເຮັດໃຫ້ ສົງຄາມ​ກາງ​ເມືອງທີ່ດໍາ​ເນີນ​ມາ​ເປັນ​ເວລາ​ດົນ​ກວ່າ 2 ທົ​ດສະ​ວັດ ຍຸດຕິ​ລົງ ລະຫວ່າງ​ພາກ​ເໜືອຂອງ​ຊູ​ແດນ ທີ່ປະຊາຊົນ​ສ່ວນ​ໃຫຍ່​ເປັນຊາວ​ມຸດ​ສະ​ລິ​ມ​ ​ແລະ​ພາກ​ໃຕ້​ ຊຶ່ງ​ເປັນ​ພວກຊາວ​ຄຣິສຕຽນ​ແລະ​ພວກ​ທີ່ຖື​ຜີ​ນັ້ນ.

XS
SM
MD
LG