ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປ່ອນບັດໃນພາກໃຕ້ຊູແດນ ປິດລົງແລ້ວ

Protesters raise their open palms showing the word "No" during an anti-bailout rally outside the parliament in Nicosia, Cyprus. Cypriot ministers were trying to revise a plan to seize money from bank deposits before a parliamentary vote on Tuesday that will secure the island's financial rescue.

ການປ່ອນບັດໃນພາກໃຕ້ຂອງຊູ​ແດນໄດ້ປິດລົງ​ແລ້ວໃນວັນ
ເສົາ​ວານ​ນີ້ ລຸນ​ຫລັງທີ່ໄດ້ດຳ​ເນີນ​ໄປ​ເປັນ​ເວລານຶ່ງ​ອາທິດ
ໃນການ​ລົງປະຊາມະຕິ ຄັ້ງປະວັດ​ສາດ​ກ່ຽວ​ກັບເອກະລາດ
ຂອງ​ຂົງເຂດພາກ​ໃຕ້​ຊູ​ແດນ​ນັ້ນ.

ເປັນ​ທີ່​ຄາດ​ກັນ​ວ່າ ພວກມີ​ສິດ​ປ່ອນ​ບັດຊາວ​ຊູ​ແດນໃຕ້ ​ໄດ້
ພາກັນ​ລົງ​ຄະ​ແນນ​ສຽງຢ່າງ​ຖ້ວມ​ລົ້ນ​ເຫັນ​ດີ​ໃຫ້​ແຍກ​ອອກ
ຈາກເຂດຊູ​ແດນ​ເໜືອ ​ແລະ​ສ້າງຕັ້ງ ປະເທດໃໝ່ທີ່​ສຸດຂອງ
ໂລກຂຶ້ນ.

ຜົນການລົງປະຊາ​ມະຕິ​ເບື້ອງຕົ້ນຈະ​ປະກາດ​ໃຫ້ຮູ້​ໃນ​ວັນ​ທີ
31 ມັງກອນ ແລະ​ຄາດ​ວ່າ​ຜົນຂັ້ນຕັດສິນ​ຊີ້ຂາດ​ແມ່ນ​ຈະ​ປະ
ກາດໃຫ້​ຮູ້​ໃນວັນ​ທີ 6 ກຸມພາເປັນຢ່າງໄວ​ທີ່​ສຸດ. ພວກ​ເຈົ້າ
ໜ້າທີ່​ເລືອກ​ຕັ້ງ​ໄດ້​ຢືນຢັນ​ວ່າຈໍານວນ​ປະຊາຊົນ​ທີ່​ອອກ​ມາ
ປ່ອນ​ບັດ​ລົງ​ຄະ​ແນນ​ສຽງແມ່ນ​ກາຍຂີດໝາຍຈໍາ​ນວນ
60% ທີ່​ຕ້ອງການນັ້ນຕັ້ງຫລາຍ ເພື່ອ​ທີ່ຈະ​ເຮັດ​ໃຫ້ການ​ລົງ​ຄະ​ແນນ​ສຽງມີ​ຜົນ​ສັກສິດນັ້ນ.

ໃນ​ຕອນບ່າຍວັນ​ເສົາ​ວານ​ນີ້ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທ່ານ ພັນ ກິ​ມູນ ​ໄດ້ຊົມ​
ເຊີຍຄະນະ​ກຳມາ​ທິການລົງປະຊາມະຕິຂອງ​ຊູ​ແດນ​ໃຕ້ ​ແລະພັກ​ຝ່າຍ​ຕ່າງໆທີ່​ໄດ້​ເຊັນ​ຂໍ້ຕົກ
ລົງສັນຕິພາບປີ 2005 ທີ່ປູ​ເສັ້ນທາງໃຫ້ມີ​ການ​ລົງ​ປະຊາ​ມະຕິນັ້ນ.

ພ້ອມ​ດຽວ​ກັນ ທ່ານ​ໄດ້ຮຽກຮ້ອງໄປ​ຍັງ​ຊາວ​ຊູ​ແດນໃຫ້​ມີ​ຄວາ​ມຢັບຢັ້ງຊັ່ງ​ໃຈ​ ຈົນ​ກວ່າ​ວ່າ
ຈະ​ມີການປະກາດຜົນ​ລົງ​ຄະ​ແນນ​ສຽງຄັ້ງສຸດ​ທ້າຍອອກ​ມາ.

XS
SM
MD
LG