ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລົງຄະແນນສຽງ ໃນພາກໃຕ້ Sudan


ການລົງຄະແນນເລືອກຕັ້ງ ຄັ້ງປະວັດສາດໃນ Sudan
ການລົງຄະແນນເລືອກຕັ້ງ ຄັ້ງປະວັດສາດໃນ Sudan

ການລົງຄະແນນໄດ້ເປີດຂຶ້ນອີກໃນວັນຈັນມື້ນີ້ ເປັນມື້ທີ່ສອງ
ຂອງການລົງປະຊາມະຕິຄັ້ງປະວັດສາດໃນພາກໃຕ້ຂອງ
Sudan. ໃນການລົງຄະແນນສຽງ 1 ອາທິດນັ້ນ ຄາດ​ວ່າ
ຈະເປັນຂີດໝາຍຂອງການມີບາດກ້າວທີ່ຍັບເຂົ້າໃກ້ບາດ​ນຶ່ງ
ເຖິງການເປັນປະເທດໃໝ່ປະເທດນຶ່ງຂອງໂລກ.

ການລົງຄະແນນສຽງຄັ້ງປະວັດການ​ທີ່ວ່ານີ້ໄດ້ເລີ່ມມາ
ຕັ້ງແຕ່ວັນອາທິດວານນີ້ ຊຶ່ງພວກເຫັນເຫດການເວົ້າວ່າ
ໄດ້ມີຄວາມປື້ມປິຕິຍັນດີ​ແລະ​ແລະກໍມີຫຼາຍຄົນພາກັນອອກ
ມາລົງຄະແນນສຽງ.

ປະທານາທິບໍດີຂອງ Sudan ໃຕ້ ທ່ານ Salva Kiir ໄດ້ລົງຄະແນນສຽງໃນວັນອາທິດ
ວານນີ້ ໃນນະຄອນຫຼວງ Juba. ທ່ານ Kiir ກ່າວວ່ານີ້ຄືວາລະອັນເປັນປະວັດການທີ່ຜູ້ຄົນ
ໃນ Sudan ໃຕ້ ລໍຄອຍ.

ການລົງຄະແນນສຽງແມ່ນໄດ້ດໍາເນີນໄປຢ່າງຮຽບຮ້ອຍ, ເຖິງແມ່ນເຈົ້າໜ້າລາຍງານວ່າ
ໄດ້ມີການປະທະກັນລະຫວ່າງ Misseriya ​ກັບຊາວ​ເຜົ່າ Ngok Dinka ໃນ​ເຂດ
Abyei ທີ່ມີການຖົກຖຽງກັນກ່ຽວກັບນໍ້າມັນກໍຕາມ.

ລາຍງານຍັງກ່າວຕື່ມວ່າອາດມີຫຼາຍຄົນຖືກຂ້າຕາຍ.

ປະທານາທິບໍດີ ສຫຣ ທ່ານ Obama ກ່າວໃນຖ້ອຍຖະແຫລງໃນວັນອາທິດວານນີ້ວ່າ
ພວກປະຊາຄົມນາໆຊາດແມ່ນຍືດໝັ້ນວ່າທຸກພັກຝ່າຍໃນ Sudan ຈະປະຕິບັດ​ໜ້າ​ທີ່​
ຢ່າງ​ເດັດ​ດ່ຽວ​ຂອງ​ເຂົາ​ເຈົ້າ.

ການລົງປະຊາມະຕິນີ້ແມ່ນສ່ວນນຶ່ງຂອງຂໍ້ຕົກລົງສັນຕິພາບປີ 2005 ທີ່ເຮັດໃຫ້ສົງຄາມ
ເປັນເວລາ 21 ປີລະຫວ່າງພວກມຸສລິມ Sudan ຊົນກຸ່ມໃຫ່ຽໃນພາກເໝືອແລະພວກ
ຊາວຄຣີສແລະພວກນັບຖືຜີໃນພວກໃຕ້ນັ້ນສິ້ນສຸດລົງ.

XS
SM
MD
LG