ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມກະບົດຊູແດນ ຈັບພວກຄົນງານຈີນໄວ້


ກຸ່ມກະບົດຊູແດນ ຈັບພວກຄົນງານຈີນໄວ້
ກຸ່ມກະບົດຊູແດນ ຈັບພວກຄົນງານຈີນໄວ້

ກຸ່ມກະບົດຊູແດນ ຈັບພວກຄົນງານຈີນໄວ້
ກຸ່ມກະບົດຊູແດນ ຈັບພວກຄົນງານຈີນໄວ້

ພວກ​ກະບົດ​ຊູແດນ​ກ່າວ​ວ່າ ​ເຂົາ​ເຈົ້າກໍາລັງ​ກັກ​ຕົວ​ພວກ​ຄົນ​ງານ​ຈີນ ຈໍານວນ​ເ​ກື​ອບ 30
ຄົນ​ໄວ້ ຫລັງ​ຈາກ​ການ​ສູ້​ລົບ​ກັບ​ກອງທັບ​ຊູແດນ​ຢູ່​ໃນ​ລັດ Kordofan ​ໃຕ້ ຕິດກັບ​ຊາຍ
ແດນ​ປະ​ເທດ Sudan ​ໃຕ້ ທີ່ໄດ້​ຮັບ​ເອກະລາດ​ໃໝ່ໆ​ນັ້ນ.

ໂຄສົກ​ຂອງ​ພວກ​ກະບົດ ຫລື ຂະ​ບວນການປົດ​ປ່ອຍປະຊາຊົນ​ຊູແດນພາກເໜືອ​ກ່າວ​ວ່າ
ຊາວ​ຈີນ 29 ຄົນ ຖືກ​ກັກ​ຕົວ​ໄວ້​ເພື່ອ​ຄວາມ​ປອດ​ໄພຂອງ​ເຂົາ​ເຈົ້າ​ເອງ ​ແລະ​ທັງ​ໝົດມີ​ສຸຂະ
ພາບ​ດີ.

ພວກ​ກະບົດ​ກ່າວ​ວ່າ ພວກ​ເຂົາ​ເຈົ້າຈັບພວກ​ຄົນ​ງານ​ຈີນ​ເມື່ອ​ວັນ​ເສົາ​ວານ​ນີ້ ຫລັງ​ຈາກ​
ການ​ສູ້​ລົບ​ກັນ​ກັບ​ກໍາລັງ​ທະຫານ​ຂອງ​ລັດຖະບາ​ນ.

ທັງ​ສອງ​ຝ່າຍ​ໄດ້​ສູ້ລົບ​ກັນ​ມາ​ຕັ້ງ​ແຕ່​ເດືອນ​ມິຖຸນາ​ຜ່ານ​ມາ.

ກອງທັບ​ຊູແດນ​ຍັງ​ບໍ່​ໄດ້​ໃຫ້​ຄວາມ​ເຫັນໃດໆ​ກ່ຽວ​ກັບ​ເຫດ​ການ​ທີ່​ລາຍ​ງານ ນັ້ນ.

XS
SM
MD
LG