ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກປະທ້ວງຊາວຊູດານ ໄດ້ປະ​ນາມ​ຢ່າງ​ໜັກ ຕໍ່ການກໍ່​ຄວາມ​ຮຸນ​ແຮງ ​ໃນ​ລັດ ​ທີ່​ຢູ່​ທາງ​ພາກ​ໃຕ້​ຂອງ​ປະ​ເທດ


ພວກປະທ້ວງຊາວຊູດານທີ່​ຄັດ​ຄ້ານ​ການ​ລັດ​ຖະ​ປະ​ຫານກຳ​ລັງປະ​ທະ​ກັນ​ກັບລົດ​ຂອງ​ຕຳ​ຫລວດປາບ​ການ​ຈາ​ລະ​ຈົນ ໃນຂະ​ນະ​ທີ່​ທຳການ​ເດີນ​ຂະ​ບວນຕໍ່​ຕ້ານ​ການ​ປົກ​ຄອງ​ຂອງ​ທະ​ຫານ​ໃນ​ນະ​ຄອນ​ຫລວງ​ຄາ​ຣ໌​ທູມ, ວັນ​ທີ 30 ມິ​ຖຸ​ນາ, 2022.
ພວກປະທ້ວງຊາວຊູດານທີ່​ຄັດ​ຄ້ານ​ການ​ລັດ​ຖະ​ປະ​ຫານກຳ​ລັງປະ​ທະ​ກັນ​ກັບລົດ​ຂອງ​ຕຳ​ຫລວດປາບ​ການ​ຈາ​ລະ​ຈົນ ໃນຂະ​ນະ​ທີ່​ທຳການ​ເດີນ​ຂະ​ບວນຕໍ່​ຕ້ານ​ການ​ປົກ​ຄອງ​ຂອງ​ທະ​ຫານ​ໃນ​ນະ​ຄອນ​ຫລວງ​ຄາ​ຣ໌​ທູມ, ວັນ​ທີ 30 ມິ​ຖຸ​ນາ, 2022.

ກຳລັງຮັກສາຄວາມປອດໄພໄດ້ຍິງແກັສນ້ຳຕາໃສ່ ຂະນະທີ່ພວກປະທ້ວງຊາວຊູດານ ທີ່ເດີນຂະບວນຢູ່ໃນນະຄອນຫຼວງຄາ​ຣ໌​ທູມ ໃນວັນອາທິດວານນີ້ ເພື່ອຕໍ່ຕ້ານການນຳພາຂອງທະຫານໃນປະເທດ ໂດຍໃຫ້ເຂົາ​ເຈົ້າຮັບເອົາຄວາມຮັບຜິດຊອບຕໍ່ການລະ​ບາດ​ຂຶ້ນຂອງການກໍ່ຄວາມຮຸນແຮງໃນລັດບ​ລູ ນາຍ​ລ໌ (Blue Nile), ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

ມີຫຼາຍກວ່າ 30 ຄົນ ເສຍຊີວິດ ແລະ 100 ຄົນໄດ້ຮັບບາດເຈັບ ໃນການປະທະກັນທາງ​ຊົນ​ເຜົ່າ ທີ່ເລີ້ມຂຶ້ນໃນອາທິດແລ້ວນີ້ ລະຫວ່າງຊົນເຜົ່າຮາວ​ຊາ (Hausa) ແລະ ຟັງ (Fung) ໃນລັດ​ທີ່​ຢູ່ທາງຕາເວັນອອກສຽງໃຕ້ ໃກ້ກັບຊາຍ ແດນທີ່​ຕິດກັບເອທິໂອເປຍ ອີງຕາມເຈົ້າໜ້າທີ່ຊູດານ ແລະອົງການສະຫະປະຊາຊາດ.

ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ພວກ​ເຂົາ​ເຈົ້າ​ຈະ​ເສີມການ​ຮັກ​ສາຄວາມ​ປອດ​ໄພ​ໃນ​ລັດນັ້ນໃຫ້​ເຂັ້ມ​ແຂງຂຶ້ນ ແລະ​ສືບ​ສວນ​ການ​ປະ​ທະ​ກັນນັ້ນ. ​ໄດ້ມີ​ການ​ປະກາດຂໍ້​ຈຳ​ກັດໃນ​ການອອກນອກ​ເຮືອນ ຢູ່​ໃນ​ສອງ​ເມືອງ.

ພວກ​ປະ​ທ້ວງ​ໃນ​ນະ​ຄອນຫຼວງ​ໄດ້​ຖື​ປ້າຍ​ທີ່​ຂຽນ​ວ່າ "ຢຸດ​ການ​ເຮັດ​ສົງ​ຄາມ​ກາງ​ເມືອງ, ບ​ລູ ນາຍ​ລ໌ (Blue Nile) ກຳ​ລັງ​ມີເລືອດໄຫລ​ນອງ" ແລະ "ຍົກ​ເລີກ​ຂໍ້​ຕົກ​ລົງສັນ​ຕິ​ພາບຈູ​ບາ (Juba)" ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ໄດ້​ເດີນ​ຂະ​ບວນ​ໄປ​ຫາ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ.

ມີ​ການ​ກໍ່​ຄວາມ​ຮຸນ​ແຮງ​ເປັນ​ໄລຍະໆ​ ແຜ່​ລາມອອກໄປຢູ່​ໃນ​ຫຼາຍ​ພາກ​ຂອງ​ຊູ​ດານ ລວມທັງ​ເຂດ​ແຄມ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກ ​ແລະ ດາ​ຟົວຕາ​ເວັນ​ຕົກ ເຖິງ​ແມ່ນ​ວ່າ​ ຈະມີ​ຂໍ້​ຕົກລົງ​ສັນຕິພາບ​ໃນ​ທົ່ວ​ປະ​ເທດ ​ທີ່ເຊັນກັນ​ໂດຍ​ກຸ່ມ​ກະບົດ​ບາງ​ກຸ່ມ​ໃນ​ເມືອງຈູ​ບາ​ໃນ​ປີ 2020 ແລ້ວ​ກໍ​ຕາມ.

ຂະ​ບວນການ​ເຄື່ອນ​ໄຫວ​ຕ້ານທະຫານ ທີ່ໄດ້​ດຳ​ເນີນ​ການ​ປຸກ​ລະ​ດົມ​ໃຫ້​ມີ​ການ ປະ​ທ້ວງ ​ນັບ​ຕັ້ງແຕ່​ມີການ​ກໍ່​ລັດຖະປະຫານ​ໃນ​ເດືອນ​ຕຸລາ 2021 ມາ ໂດຍ​ໄດ້​ກ່າວ​ຫາ​ທະຫານ​ວ່າ​ ​ກໍ່​ໃຫ້​ເກີດຄວາມ​ຂັດ​ແຍ້ງ​ພາຍ​ໃນ ​ແລະບໍ່​ໄດ້ໃຫ້​ການ​ປົກ​ປ້ອງ​ແກ່ພົນລະ​ເຮືອນ.

ທ່ານໂມ​ຮຳ​ມັດ ອີດ​ຣີ​ສ (Mohamed Idris), ຜູ້ປະທ້ວງອາຍຸ 43 ປີໃນນະ​ຄອນ​ຫລວງ​ຄາ​ຣ໌​ທູມ ກ່າວວ່າ "ການສືບຕໍ່ກໍ່ລັດຖະປະຫານຫມາຍເຖິງການ ເສຍຊີວິດຫຼາຍຂຶ້ນ ດັ່ງທີ່ພວກເຮົາໄດ້ເຫັນຢູ່ໃນລັດ​ບ​ລູ​ນາຍ​ສ໌, ດາ​ຟົວ ແລະໃນ​ແຫ່ງອື່ນໆ ອີກ,"

ບັນດາຜູ້ນຳ​ທາງທະຫານ ໄດ້ກ່າວວ່າ ການເຂົ້າຍຶດ​ອຳ​ນາດຂອງພວກເຂົາເຈົ້າ ແມ່ນມີຄວາມຈຳເປັນ ເພື່ອຮັກສາຄວາມໝັ້ນຄົງຂອງຊູດານ ທ່າມກາງການ ສູ້ລົບກັນທາງດ້ານການເມືອງ, ແລະເວົ້າ​ວ່າ ພວກເຂົາເຈົ້າກຳລັງເຮັດວຽກ ເພື່ອສ້າງຂໍ້ຕົກລົງສັນຕິພາບຢູ່ໃນເມືອງດາ​ຟົວແລະພາກພື້ນອື່ນໆ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG