ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ພວກ​ປະ​ທ້​ວງ​ຊູ​ດານ ຮຽກຮ້ອງ​​ ​ການ​ບໍ່​ເຊື່ອ​ຟັງຕ​ໍ່ ກົດ​ໝາຍ


ພາບ​ບັນ​ທຶກ ນາ​ຍັກ​ລັດ​ຖະ​ມົນ​ຕີ​ເອ​ທິ​ໂອ​ເປຍ ທ່ານ​ອາ​ບີ​ ອາ​ເມດ (ຂວາ) ພົບ​ປະ​ກັບ​ບັນ​ດາ​ສະ​ມາ​ຊິກ​ຝ່າ​ຍຄ້ານຂອງ​ຊູ​ດານ ທີ່ ສະ​ຖານ​ທູດ​ເອ​ທິ​ໂອ​ເປຍ ໃນ ນະ​ຄອນ​ຄາ​ຣ໌​ທູມ ປະ​ເທດ​ຊູ​ດານ ວັນ​ທີ 7 ມິ​ຖຸ​ນາ 2019.
ພາບ​ບັນ​ທຶກ ນາ​ຍັກ​ລັດ​ຖະ​ມົນ​ຕີ​ເອ​ທິ​ໂອ​ເປຍ ທ່ານ​ອາ​ບີ​ ອາ​ເມດ (ຂວາ) ພົບ​ປະ​ກັບ​ບັນ​ດາ​ສະ​ມາ​ຊິກ​ຝ່າ​ຍຄ້ານຂອງ​ຊູ​ດານ ທີ່ ສະ​ຖານ​ທູດ​ເອ​ທິ​ໂອ​ເປຍ ໃນ ນະ​ຄອນ​ຄາ​ຣ໌​ທູມ ປະ​ເທດ​ຊູ​ດານ ວັນ​ທີ 7 ມິ​ຖຸ​ນາ 2019.

ພວກ​ຜູ້​ນຳການ​ປະ​ທ້ວງ​ໃນ​ປະ​ເດ ​ຊູ​ດານ ກຳ​ລັງຮຽກ​ຮ້ອງ​ໃຫ້​ຄົນ​ເຂົ້າ​ຮ່ວມ​ການ​ ​ບໍ່ເຊື່ອ
​ຟັງຕໍ່​ກົດ​ໝາຍ ໃນ​ຄວາມ​ພະ​ຍາຍ​າມ​ເພື່ອ​ກົດ​ດັນ​ທະ​ຫານ ຫຼັງ​ຈາກເກີດ​ການ​ແຍກ​ຍ້າຍ​
ທີ່​ຮ້າຍ​ແຮງ​ເຖິງ​ຕາຍ ໃນ​ການ​ນັ່ງ​ປະ​ທ້ວ​ງ​ຫວ່າງ​ມໍ່​ໆມາ​ນີ້.

ສະ​ມາ​ຄົມ​ນັກ​ວິ​ຊາ​ການ​ຊູ​ດານ ຫຼື SPA ເຊິ່ງໄດ້​ນຳ​ພາ​ການ​ປະ​ທ້ວງ ທີ່​ຮຽກ​ຮ້ອງ​ໃຫ້​
ກອງ​ທັບ​ບົກທຳການ​ໂຄ່ນ​ລົ້ມ​ປະ​ທາ​ນາ​ທິ​ບໍ​ດີ ໂອ​ມາ ອ​າ​ລ-ບາ​ເຊຍ ໄດ້ກ່າວ​ໃນ​ວັນ​ເສົາ
​ວາ​ນີ້​ວ່າ ຄວາມ​ພະ​ຍາມຕໍ່​ຕ້ານ​ຈະ​ເລີ້ມຂຶ້ນ​ໃນ​ວັນ​ອາ​ທິດ​ມື້​ນີ້ ແລະ​ ຈະ​ດຳ​ເນີນໄປ​ຈົນ​
ກວ່າ​ສະ​ພາ​ທະ​ຫານ ມອບ​ອຳ​ນາດ​ໃຫ້​ພົນ​ລະ​ເຮືອນ.

ການ​ຮຽກ​ຮ້ອງ​ໄດ້​ເກີດຂຶ້ນ​ປະ​ມານ​ນຶ່ງ​ອາ​ທິດ ຫຼັງ​ຈາກ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພໄດ້​
ເຄື່ອນ​ໄຫ​ວ ​ເພື່ອ​ທັບ​ມ້າງ​ຕູບ​ຜ້າ​ຂອງ​ພວກ​ປະ​ທ້ວງ ຢູ່ນອກ​ກອງ​ບັນ​ຊາ​ການ​ທະ​ຫານ ​
ໃນ​ນະ​ຄອນຫຼວງ ​ຄາ​ຣ໌​ທູມ. ຜູ້​ເສຍ​ຊີ​ວິດ​ໄດ້ເພີ້ມ​ຂຶ້ນ​ເປັນ 113 ຄົນ ​ນັບ​ແຕ່​ວັນ​ຈັນ​ທີ່
​ຜ່ານ​ມາ.

SPA ກ່າວ​ວ່າ ຕົນ​ໄດ້​ຮັບ​ເອົາ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເອ​ທິ​ໂອ​ເປຍ ທ່ານ ອາ​ບີ ອາ​ເມັດ
ເປັນ​ຜູ້​ໄກ່​ເກ່ຍ​ເພື່ອ​ເລີ້ມ​ການ​ເຈ​ລະ​ຈາ​ກັບ​ສະ​ພາ​ທະ​ຫານ ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ໄດ້
​ຮຽກ​ຮ້ອງ ການສື​ບ​ສວນ​ຢ່າງອິດ​ສະ​ລະ ກ່ຽວ​ກັບ ຄວາມ​ຮຸນ​ແຮງທີ່​ໄດ້​ເກີດ​ຂຶ້ນ ນັບ
​ແຕ່​ການ​ປົດທ່ານ ​ອາ​ລ-ບາ​ເຊຍ ອອກ​ຈາກ​ຕຳ​ແໜ່ງ.

ໃນ​ຂະ​ນະ​ດຽວ​ກັນ ແຫລ່ງ​ຂ່າວ​ຝ່າຍ​ຄ້​ານ​ໄດ້ກ່າວ​ວ່າ ຜູ້​ນຳ​ກະ​ບົດຝ່າຍ​ຄ້ານ ຊູ​ດານ
ສອງ​ຄົນໄດ້​ຖືກ​ຈັບ ໃນ​ວັນ​ເສົາ​ວານ​ນີ້ ບໍ່​ດົນ​ຫຼັງ​ຈາກ​ການປະ​ຊຸມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​
ຕີ​ ອາ​ເມັດ.

ທ່ານ​ ອາ​ເ​ມັດ ໄດ້​ຮຽ​ກຮ້ອງ “ຄວາມ​ກ້າ​ຫານ” ໃນ​ຂະ​ນະ​ທີ່​ທ່ານໄດ້​ພົບ​ປະກັບ​ນາຍ​
ພົນ​ທີ່​ປົກ​ຄອງປະ​ເທດຢູ່ ແລະ​ບັນ​ດາ​ຜູ້​ນຳ​ຝ່າຍ​ຄ້ານ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະຫລຸດ
​ຜ່ອນ​ວິກິດການທາງການ​ເມືອງ ທີ່​ໄດ້​ຄອບ​ງຳ ​ຊູ​ດານ ​ຕັ້ງ​ແຕ່​ການ​ໂຄນ​ລົ້ມ ປ​ະ​ທາ​ນາ​
ທິ​ບໍ​ດີ​ທີ່​ປົກ​ຄອງ​ປະ​ເທດ​ມາຍາວ​ນານ ທ່ານ ​ໂອ​ມາ​ຣ ອາ​ລ-ບາ​ເຊີ​ລ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG