ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ມີ​ລາຍ​ງານ​​ວ່າ ມີ​ຜູ້​ເສຍ​ຊີ​ວິດ ເພີ້ມ​ຂຶ້ນ ​ຈາກ​ການ​ປະ​ທ້ວງ​ ໃນ​ຊູ​ດານ


ພວກ​ປະ​ທ້ວງ​ ພາກັນ​ໂຮຮ້ອງ ຕໍ່​ຕ້ານ​ການ​ປົກ​ຄອງ​ ຂອງ​ພວກ​ທະ​ຫານ​​ຊູ​ດານ, ທີ່ນະ​ຄອນ​​ຫຼວງຄາ​ຣ໌​ທູມ, ​ປະ​ເທດຊູ​ດານ, 30 ​ມິ​ຖຸ​ນາ 2019.
ພວກ​ປະ​ທ້ວງ​ ພາກັນ​ໂຮຮ້ອງ ຕໍ່​ຕ້ານ​ການ​ປົກ​ຄອງ​ ຂອງ​ພວກ​ທະ​ຫານ​​ຊູ​ດານ, ທີ່ນະ​ຄອນ​​ຫຼວງຄາ​ຣ໌​ທູມ, ​ປະ​ເທດຊູ​ດານ, 30 ​ມິ​ຖຸ​ນາ 2019.

ລາຍ​ງານ​ຈາກ​ຊູ​ດານ ລະ​ບຸ​ວ່າ ມີ​ຢ່າງ​ນ້ອຍ 11 ຄົນ ໄດ້​ຖືກ​ສັງ​ຫານ ໃນການໂຮ​ມຊຸ​ມນຸມ ປະ​ທ້ວງ​ຂະ​ໜາດ​ໃຫຍ່ຄັ້ງ​ຫຼ້າ​ສຸດ ​ທີ່ຮຽກ​ຮ້ອງ​ໃຫ້​ໂອນ​ອຳ​ນາດການ​ປົກ​ຄອງໃຫ້​ພົນ​ລະ​ເຮືອນ​ໃນ​ປະ​ເທດດັ່ງ​ກ່​າວ.

ຕຳ​ຫຼວດ​ໄດ້​ຍິງ​ແກັ​ສ​ນ້ຳ​ຕາ​ໃສ່​ພວກ​ປະທ້ວງ ຈຳ​ນວນ​ຫຼາຍ​ພັນ​ຄົນ ໃນຂະ​ນະ​ທີ່​ພວກ​ເຂົາ​ເຈົ້າເດີນ​ຂະ​ບວນຢູ່​ຕາມ​ທ້ອງ​ຖະ​ໜົນ​ໃນ​ວັນ​ທິດ​ຜ່ານ​ມາ​ນີ້ ໃນ​ນະ​ຄອນ ​ຫຼວງຄາ​ຣ໌​ທູມ ແລະ​ເຂດ​ອື່ນໆ ຊຶ່ງ​ເປັນ​ການ​ປະ​ທ້ວງ​ເປັນ​ຄັ້ງ​ທຳ​ອິດນັ້ນ ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ປາບ​ປາມ​ຮ້າຍ​ແຮງ​ຕໍ່​ພວກ​ປະ​ທ້ວງ ​ເມື່ອເດືອນ​ມິ​ຖຸ​ນາ ຜ່ານ​ມາ​ນີ້. ມີ​ລາຍ​ງານ​ວ່າ ໄດ້ມີ​ການ​ວາງ​ແຜນເດີນ​ຂະ​ບວນ​ປະ​ທ້ວງ​ຕື່ມ​ອີກໃນ​ວັນ​ຈັນ​ວານ​ນີ້.

​ທີ່​ນະ​ຄອນ​ຫຼວງ​ວໍ​ຊີງ​ຕັນ, ສະ​ຫະ​ລັດໄດ້​ປະ​ນາມ​ການ​ປາບ​ປາມ​ຢ່າງຮຸນ​ແຮງ ຕໍ່​ພວກ​ປະ​ທ້ວງ​ພົນ​ລະ​ເຮືອນດັ່ງ​ກ່າວ.

“ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພຂອງ​ຊູ​ດານ ແມ່ນ​ໃຊ້ລູກ​ປືນ​ແທ້ ຕໍ່ພວກ​ປະ​ທ້ວງ​ຢ່າງ​ສັນ​ຕິ​ ​ຊຶ່ງ​ເປັນເລື້ອງ​ທີ່ໜ້າ​ອັບ​ອາຍ ແລະ​ເຈົ້າ​ໜ້າ​ທີ່​ທະ​ຫານຄວນ​ຈະ ​ຖືກ​ນຳ​ມາ​ຮັບ​ຜິດ​ຊອ​ບ​ ໃນ​ການ​ບາດ​ເຈັບ​ລົ້ມ​ຕາຍ​ນີ້,” ນັ້​ນ​ຄື​ຄຳ​ເວົ້າ​ຂອງ ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ທີ່ໄດ້​ບອກ​ກັບ​ວີ​ໂອ​ເອ ​ໃນ​ວັນ​ຈັນ​ວານ​ນີ້​ໄວ້.

ເຈົ້າ​ໜ້າ​ທີ່​ທ່ານນີ້ ກ່າ​ວ​ຕື່ມ​ວ່າ “ການ​ເດີນ​ຂະ​ບວນປະ​ທ້ວງ​ຢ່າງ​ສັນ​ຕິ ໃນ​ຄາ​ຣ໌​ທູມແລະ​ຫົວ​ເມືອງ​ໃຫຍ່​ອື່ນໆໃນ​ທົ່ວ​ຊູ​ດານ ​ເມື່ອ​ວັນ​ທີ 30 ມິ​ຖຸ​ນາ ຜ່ານ​ມາ​ນີ້ ​ເນັ້ນໃຫ້​ເຫັນເຖິງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການຂອງ​ປະ​ຊາ​ຊົນ​ຊູ​ດານ ທີ່​ຢາກໃຫ້ມີ​ການມອບ​ໂອນ​ອຳ​ນາດໃຫ້​ແກ່ລັດ​ຖະ​ບານ​ທີ່​ນຳ​ພາ​ໂດຍ​ພົນ​ລະ​ເຮືອນ.

ພວກປະ​ທ້ວງ ໄດ້​ໃຊ້​ເຟ​ສ​ບຸກ ເພື່ອ​ປະ​ນາມ​ການ​ເອົາ​ບາດ​ກ້າວ​ໂດຍ​ພວກ​ທະ​ຫານ ໃນ​ວັນ​ອາ​ທິດ ຜ່ານ​ມາ​ນີ້.​

ທ່ານ Mohamed Naji al-Assam ຜູ້​ນຳ​ພວກ​ປະ​ທ້ວງ​ຄົ​ນ​ສຳ​ຄັນ​ໄດ້​ກ່າວ​ໃນ​ວີ​ດີ​ໂອ ​ທີ່​ອອກທາງ​ໜ້າ​ເຟ​ສ​ບຸກວ່າ “ສະ​ພາປົກ​ຄອງທະ​ຫານ ແມ່ນ​ຮັບ​ຜິດ​ຊອບໂດຍ​ເຕັມ​ຕໍ່​ການ​ສູນ​ເສຍ​ຊີ​ວິດ​ເຫຼົ່າ​ນີ້.”

ພວກ​ນາຍ​ພົນ​ທັງ​ຫຼາຍ ກໍ​ໄດ້​ໃຊ້​ເຟ​ສ​ບຸກ ຖິ້ມ​ໂທດ​ໃສ່​ຂະ​ບວນ​ການ​ປະ​ທ້ວງ​ນີ້, ນັ້ນ​ຄື ກຸ່ມພັນ​ທະ​ມິດເ​ພື່ອ​ອິ​ດ​ສະ​ຫຼະ​ພາບ ແລະ​ການ​ປ່ຽນ​ແປງ.

​ທ່ານນາຍ​ພົນ Jamal Omer ໄດ້​ກ່າວ ໃນ​ໜ້າ​ເຟ​ສ​ບຸກ​ຂອງ​ລັດ​ຖະ​ບານ​ສະ​ພາ​ທະ​ຫານ ທີ່​ປົກ​ຄອງ​ປະ​ເທດ ​ຢູ່​ໃນ​ຂະ​ນະ​ນີ້ວ່າ “​ກຸ່ມ​ພັນ​ທະ​ມິດ ​ເພື່ອ​ອິດ​ສະ​ຫຼະ​ພາບ​ແລະ​ການ​ປ່ຽນ​ແປງ ເປັນ​ຜູ້​ຮັບ​ຜິດ​ຊອບ​ທັງ​ໝົດ​ສຳ​ຫຼັບ​ຄວາມ​ຮຸນ​ແຮງ​ແລະ​ການ​ບາດເຈັບ​ລົ້ມ​ຕາຍ ໃນ​ໝູ່​ພວກທະ​ຫານ​ແລະ​ປະ​ຊາ​ຊົນ​ທົ່ວ​ໄປ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG