ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ​ລັດ​ຖະ​ມົນ​ຕີ ຊູ​ດານ ລອດ​ຊີ​ວິດ ຈາກ​ການພະ​ຍາ​ຍາມ ​ລອບ​ສັງ​ຫານ ໃນ​ນະຄອນຫຼວງ ຂອງ​ປະ​ເທດ


ນາ​ຍົກ​ລັດ​ຖະ​ມົນ​ຕີ ຂອງ​ຊູ​ດານ ທ່ານອັ​ບ​ດາ​ລ​ລາ ຮາມ​ດົກ ກ່າວໃນລະ​ຫວ່າງ ການ​ຈັດ​ຕັ້ງ​ລັດ​ຖະ​ບານ​ຂ້າມ​ຜ່ານ ​ຕໍ່​ການ​ສຳ​ພາດ​ຂອງ​ອົງ​ການ​ຂ່າວ​ໂຣຍ​ເຕີ ຢູ່​ໃນ​ນະ​ຄອນຫຼວງ ຄາ​ຣ໌​ທູມ ຂອງ​ຊູ​ດານ, ວັນ​ທີ 24 ສິງ​ຫາ 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຂອງ​ຊູ​ດານ ທ່ານອັ​ບ​ດາ​ລ​ລາ ຮາມ​ດົກ ກ່າວໃນລະ​ຫວ່າງ ການ​ຈັດ​ຕັ້ງ​ລັດ​ຖະ​ບານ​ຂ້າມ​ຜ່ານ ​ຕໍ່​ການ​ສຳ​ພາດ​ຂອງ​ອົງ​ການ​ຂ່າວ​ໂຣຍ​ເຕີ ຢູ່​ໃນ​ນະ​ຄອນຫຼວງ ຄາ​ຣ໌​ທູມ ຂອງ​ຊູ​ດານ, ວັນ​ທີ 24 ສິງ​ຫາ 2019.

ສື່ມວນ​ຊົນ​ຂອງ​ທາງ​ການ​ຊູ​ດານ ລາຍ​ງາຍ​ວ່າ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ແມ່ນ​ປອດ​ໄພ​ແລ້ວ ຫຼັງ​ຈາກ ມີ​ການ​ພະ​ຍາ​ຍາມ​ລອບ​ສັງ​ຫານ​ທ່ານ ໃນ​ວັນ​ຈັນ​ມື້ນີ້.

ໂທ​ລະ​ພາບ​ຂອງ​ທາງ​ການ ລາຍ​ງານ​ອີກວ່າ ທ່ານ​ອັບ​ດາ​ລ​ລາ ຮາມ​ດົກ ​ພ​ວມ​ເດີນ​ທາງ​ໄປ​ສຳ​ນັກ​ງານ​ຂອງ​ທ່ານ ເມື່ອ​ຂະ​ບວນ​ລົດ​ຂອງ​ທ່ານ ​ຕົກ​ເປັນ​ເປົ້າ​ໝາຍ ໃນ​ການ​ໂຈ​ມ​ຕີ​ດ້ວຍລະ​ເບີດ ​ທີ່ນະ​ຄອນຫຼວງ ຄາ​ຣ໌​ທູມ.

ຍັງບໍ່​ມີ​ຜູ້​ໃດອອກ​ມາ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊ​ອບ ໃນ​ການ​ໂຈມ​ຕີ​ດັ່ງ​ກ່າວ​ ໃນ​ທັນ​ທີ​ທັນ​ໃດ​ເທື່ອ.

ທ່ານ​ຮາມ​ດົກ ໄດ້​ກາຍ​ມາ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ຊູ​ດານ ໃນ​ເດືອນ​ສິງ​ຫາ​ຜ່ານ​ມາ ຫຼັງ​ຈາກ​ການ​ປົດ​ປະ​ທາ​ນາ​ທິ​ບໍ​ດີ ໂອ​ມາ​ຣ ອາ​ລ-ບາ​ເຊຍ ຈອມ​ຜະ​ເດັດ​ການ ອອກ​ຈາກ​ຕຳ​ແໜ່ງ ຜູ້​ທີ່ໄດ້​ຖືກ​ໂຄ່ນ​ລົ້ມ ເມື່ອ​ຕົ້ນ​ປີນີ້ ພາຍ​ຫລັງ​ທີ່​ມີ​ການ​ປະ​ທ້ວງຕໍ່​ຕ້ານ​ການ​ປົກ​ຄອງ​ຂອງ​ທ່ານ ໃນ​ທົ່ວ​ປະ​ເທດ.

ທ່ານ​ບາ​ເຊຍ ໄດ້​ຖືກ​ຂັງ​ ຢູ່​ໃນ​ຄຸກ ໂຄ​ເບີ (Kober) ທີ່​ມີ​ຊື່​ສຽງ​ເໜົ່າ​ເໝັນ​ຂອງ​ປະ​ເທດ ບ່ອນ​ທີ່​ພວກ​ຜູ້​ເຄາະ​ຮ້າຍຫຼາຍໆ​ຄົນ​ຂອງ​ທ່ານນັ້ນ ໄດ້​ຖືກ​ສົ່ງ​ໄປ​ຂັງ ແລະ​ຖືກ​ທໍ​ລະ​ມານ.

ລັດ​ຖະ​ບານ​ຂອງ​ຊູ​ດານ ໄດ້​ກ່າວ​ເມື່ອ​ເດືອນ​ແລ້ວນີ້ ວ່າ ຕົນ​ຈະ​ມອບຕົວ ທ່ານ​ບາ​ເຊຍ ໃຫ້​ແກ່ ສານ​ອາ​ຍາ​ສາ​ກົນ ຫຼື ICC ເພື່ອ​ດຳ​ເນີນ​ຄະ​ດີ. ທ່ານ​ເປັນ​ຜູ້​ທີ່​ສານ ICC ຕ້ອງ​ການ​ຕົວ ໃນ​ຂໍ້​ຫາ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ ອາ​ຊະ​ຍາ​ກຳ​ຕໍ່​ມະນຸດ​ຊາດ ແລະ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ.

ບັນ​ດາ​ໄອ​ຍະ​ການ ກ່າວ​ວ່າ ພວກ​ກຳ​ລັງ​ທີ່​ສະ​ໜັບ​ສະ​ໜຸນ​ບາ​ເຊຍ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ທຳ​ລາຍ​ພວກ​ຊົນ​ເຜົ່າ​ອື່ນໆ ຢູ່​ໃນ​ຂົງ​ເຂດ​ດາ​ຟົວ​ຂອງ​ຊູ​ດານ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ ຕໍ່​ສູ້​ເພື່ອ​ປາບ​ປາມ​ການ​ກໍ່​ກະ​ບົດ ທີ່​ໄດ້​ເລີ້ມຂຶ້ນໃນ​ປີ 2003.


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG