ບັນດາອົງການຂ່າວທັງຫລາຍລາຍງານວ່າ ປະທານາທິບໍດີຂອງຊູດານ, ທ່ານ ໂອມາ ອາລ-ບາເຊຍ (Omar al-Bashir) ລາອອກຈາຕຳແໜ່ງ ພາຍຫລັງ
ທີ່ໄດ້ມີການເດີນຂະບວນປະທ້ວງມາໄດ້ເກືອບຮອດ 4 ເດືອນ ເພື່ອຕ້ານການປົກຄອງແບບຜະເດັດການທີ່ມີມາເປັນເວລາ 30 ປີແລ້ວ.
ແຫຼ່ງຂ່າວຈາກກອງທັບຊູດານແຈ້ງໃຫ້ວີໂອເອຊາບວ່າ ທ່ານບາເຊຍ ອາຍຸ 75 ປີ ໄດ້ຖືກກັກບໍລິເວນ. ແຫຼ່ງຂ່າວຍັງແຈ້ງວ່າ ພວກຜູ້ນຳທາງທະຫານແລະການ ເມືອງ ພວມເຈລະຈາກັນເພື່ອສ້າງຕັ້ງລັດຖະບານໄລຍະຂ້າມຜ່ານ.
ກ່ອນໜ້ານີ້ ທັງອົງການຂ່າວເອພີ ແລະຣອຍເຕີ (Reuters) ໄດ້ອ້າງຄຳເວົ້າຂອງພວກເຈົ້າໜ້າທີ່ອະວຸໂສ ທີ່ກ່າວວ່າ ທາງກອງທັບໄດ້ບັງຄັບໃຫ້ປະທານາທິບໍດີລາອອກ. ເວລານີ້ ຍັງບໍ່ມີການໃຫ້ຄວາມເຫັນໃດໆຂອງທ່ານບາເຊຍ ຫຼື ການປະກາດຢ່າງເປັນທາງການ ກ່ຽວກັບການລາອອກຂອງທ່ານ.
ປະຊາຊົນຢູ່ໃນນະຄອນຫລວງຄາຣ໌ທູມ ຫລາຍສິບພັນຄົນໄດ້ພາກັນຫລັ່ງໄຫລລົງສູ່ຖະໜົນຫົນທາງສາຍຕ່າງໆ ໃນນະຄອນຫລວງຂອງປະເທດຊູດານ ແລະໄດ້ພາກັນເດີນຂະບວນໄປຫາກອງບັນຊາການທະຫານໃນປະເທດດັ່ງກ່າວບ່ອນທີ່ພວກປະທ້ວງພາກັນນັ່ງປະທ້ວງ ຕັ້ງແຕ່ວັນເສົາແລ້ວນີ້. ຢ່າງໜ້ອຍມີ 22 ຄົນ ໄດ້ຖືກຂ້າຕາຍຢູ່ໃນການປະທະກັນກັບກຳລັງຮັກສາຄວາມປອດໄພ, ອີງຕາມຄຳເວົ້າຂອງພວກນັກເຄື່ອນໄຫວ.
ມີລາຍງານເວົ້າວ່າ ມີລົດບັນທຸກທະຫານໄປຫ້ອມລ້ອມທຳນຽບຂອງປະທານາທິບໍດີ, ທີ່ຕັ້ງຢູ່ໃນບໍລິເວນກອງບັນຊາການທະຫານນັ້ນໄວ້. ອົງການຂ່າວຣອຍເຕີ ແລະ ອົງການຂ່າວຝຣັ່ງ ລາຍງານວ່າ ທະຫານໄດ້ບຸກເຂົ້າໄປ ໃນສຳນັກງານຂອງພັກຂອງທ່ານ ອາລ-ບາເຊຍ ທີ່ປົກຄອງປະເທດຢູ່ນັ້ນ.
ການປະທ້ວງໄດ້ເລີ້ມຂຶ້ນໃນວັນທີ 19 ທັນວາແລ້ວນີ້, ໂດຍທີ່ພວກເດີນຂະບວນປະທ້ວງກ່າວຫາວ່າ ເປັນຍ້ອນການບໍລິຫານດ້ານເສດຖະກິດຢ່າງຜິດພາດຂອງລັດຖະບານທ່ານອາລ-ບາເຊຍ ຈຶ່ງເຮັດໃຫ້ລາຄາອາຫານ, ເຊື້ອເພີງ ແລະ ການຂາດແຄນເງິນຕາຕ່າງປະເທດ ຖີບຕົວຂຶ້ນຢ່າງວ່ອງໄວ.
ທ່ານ ອາລ-ບາເຊຍ ທີ່ຂຶ້ນກຳຕຳແໜ່ງຢູ່ໃນໄລຍະທີ່ມີການເຮັດລັດຖະປະຫານ ຂອງກຸ່ມນິຍົມອິສລາມ ໃນປີ 1989 ນັ້ນ ໄດ້ປະກາດພາວະສຸກເສີນຢູ່ທົ່ວປະເທດໃນວັນທີ 22 ກຸມພາ ໃນການດຳເນີນຄວາມພະຍາຍາມທີ່ຈະລະງັບການປະທ້ວງໄວ້ ຫລັງຈາກການ ປາບປາມໃຊ້ບໍ່ໄດ້ຜົນແລ້ວ. ລັດຖະບານກ່າວໃນຫລາຍອາທິດກ່ອນນັ້ນວ່າ ມີ 31 ຄົນເສຍຊີວິດ ແຕ່ວ່າ ກຸ່ມ ທ່ານໝໍເພື່ອສິດທິມະນຸດ ຫລື Physicians for Human Rights ຄາດຄະເນວ່າ ຈຳນວນຄົນເສຍຊີວິດມີຢ່າງໜ້ອຍ 60 ຄົນ.
ທ່ານ ອາລ-ບາເຊຍ ແມ່ນເປັນຄົນທີ່ສານອາຍາສາກົນ ຕ້ອງການຕົວ ໃນຂໍ້ຫາກໍ່ອາດຊະຍາກຳສົງຄາມ, ກໍ່ອາດຊະຍາກຳຕ້ານມະນຸດຊາດ ແລະຂ້າລ້າງເຜົ່າພັນ ທີ່ກ່ຽວຂ້ອງກັບການກະທຳທີ່ໂຫດຮ້າຍປ່າເຖື່ອນ ຢູ່ໃນເຂດດາຟົວທາງພາກ ຕາເວັນຕົກຂອງປະເທດ.