ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ຊູດານ ມອບ​ອຳ​ນາດ ໃນ​ການນຳພາພັກ ໃຫ້ແກ່ ຮອງປະທານພັກ


ທ່ານ​ອາ​ເມັດ ຮາ​ຣູນ, ອະດີດ ​ຮອງລັດຖະມົນຕີ ກະຊວງພາຍໃນ ຂອງຊູດານ ຮັບຜິດຊອບ ​ເຂດດາຟົວ ທາງພາກຕາເວັນຕົກ ຂອງປະເທດ ໄດ້ຖືກສະເໜີຊື່ ເປັນຜູ້ຕ້ອງສົງໄສ ໃນການກໍ່ອາຊະຍາກຳສົງຄາມ ໃນດາ​ຟົວ ໂດຍໄອຍະການ ສານອາຍາສາກົນ ຫຼື ICC, ວັນທີ 27 ກຸມພາ 2007.
ທ່ານ​ອາ​ເມັດ ຮາ​ຣູນ, ອະດີດ ​ຮອງລັດຖະມົນຕີ ກະຊວງພາຍໃນ ຂອງຊູດານ ຮັບຜິດຊອບ ​ເຂດດາຟົວ ທາງພາກຕາເວັນຕົກ ຂອງປະເທດ ໄດ້ຖືກສະເໜີຊື່ ເປັນຜູ້ຕ້ອງສົງໄສ ໃນການກໍ່ອາຊະຍາກຳສົງຄາມ ໃນດາ​ຟົວ ໂດຍໄອຍະການ ສານອາຍາສາກົນ ຫຼື ICC, ວັນທີ 27 ກຸມພາ 2007.

ປະທານາທິບໍດີຂອງຊູດານ ທ່ານ ໂອມາຣ ອາລ-ບາເຊຍ ໄດ້ລົງຈາກຕຳແໜ່ງໃນຖານະ
ເປັນປະທານຂອງພັກທີ່ປົກຄອງປະເທດ ໃນປັດຈຸບັນ.

ພັກຄອງແກຣັສແຫ່ງຊາດ ຫຼື ພັກ NCP ໄດ້ປະກາດໃນຖະແຫລງການ ເມື່ອແລງວັນ
ພະຫັດຜ່ານມານີ້ ຫຼັງຈາກທີ່ມີການປະທ້ວງຕໍ່ຕ້ານການປົກຄອງຂອງ ທ່ານ ບາເຊຍ
ມາເປັນເວລາຫຼາຍສັບປະດາ.

ປະ​ທາ​ນາ​ທິ​ບໍ​ດີ ໄດ້​ໂອນ​ຕຳ​ແໜ່ງ​ຜູ້​ນຳ​ຂອງ​ພັກ ໃຫ້​ແກ່​ຮອງ​ປະ​ທານ​ຂອງ​ພັກ ທ່ານ​
ອາ​ເມັດ ຮາ​ຣູນ ຈົນ​ເທົ່າ​ມີ​ກອງ​ປະ​ຊຸມ​ໃຫຍ່​ ຄັ້ງ​ຕໍ່​ໄປຂອງ​ພັກ.

ຖະແຫລງການຂອງພັກ NCP ໄດ້ກ່າວວ່າ ປະທານຄົນໃໝ່ ຈະຖືກຄັດເລືອກ ຢູ່ທີ່
ກອງປະຊຸມໃຫຍ່ ຄັ້ງຕໍ່ໄປ.

ຫາກແຕ່ວ່າ ວັນເວລາ ຂອງກອງປະຊຸມໃຫຍ່ນັ້ນ ແມ່ນຍັງບໍ່ທັນໄດ້ຖືກກຳນົດ ເທື່ອ.

ພັກ NCP ໄດ້ຮັບສຽງສ່ວນຫຼາຍຢ່າງຖ້ວມລົ້ນ ໃນສະພາມາຕະຫຼອດ. ຫົວໜ້າຂອງ
ພັກໄດ້ກາຍມາເປັນຜູ້ສະໝັກໃນການເລືອກຕັ້ງປະທານາທິບໍດີ ອີງຕາມກົດບັດ
ຂອງພັກ.

ການແຕ່ງຕັ້ງ ຮອງປະທານ​ພັກ ທ່ານ ຮາຣູນ ນັ້ນ ໄດ້ມີຂຶ້ນ ເມື່ອບໍ່ເທົ່າໃດວັນ ມໍ່ໆມານີ້.

ຄືກັນກັບທ່ານບາເຊຍນັ້ນ ທ່ານຮາຣູນ ກໍຍັງເປັນຜູ້ຖືກຕ້ອງການໂຕ ໂດຍສານອາຍາ
ສາກົນ ໃນຂໍ້ກ່າວຫາ ກໍ່ອາຊະຍາກຳສົງຄາມ ຢູ່ໃນຂົງເຂດດາຟົວ ຂອງ ຊູດານ.

ທ່ານບາເຊຍ ເມື່ອບໍ່ດົນມານີ້ ໄດ້ປະກາດພາວະສຸກເສີນ ໃນຊູດານ ຫຼັງຈາກເກີດການ
ປະທ້ວງຕິດຕໍ່ກັນຫຼາຍຄັ້ງ.

ເມື່ອບໍ່ດົນມານີ້ ທ່ານປະທານາທິບໍດີ ຍັງໄດ້ກໍ່ຕັ້ງສານສຸກເສີນຂຶ້ນມາຫຼາຍແຫ່ງ ເພື່ອ
ຮັບມືກັບການລະເມີດຕໍ່ກົດໝາຍໃດໆ ໃນລະຫວ່າງ ພາວະສຸກເສີນນັ້ນ.

ໃນວັນພະຫັດທີ່ຜ່ານມານີ້ ສານສຸກເສີນດັ່ງກ່າວ ຢູ່ໃນນະຄອນຫຼວງ ຄາຣ໌ທູມ ໄດ້ຕັດ
ສິນລົງໂທດ ພວກປະທ້ວງ 8 ຄົນ ໃຫ້ຈຳຄຸກ ໃນໄລຍະແຕກຕ່າງກັນ ໄປ ແຕ່ 5 ປີ ຫາ
6 ເດືອນ.

ການປະທ້ວງໃນເບື້ອງຕົ້ນ ໄດ້ລະເບີດຂຶ້ນ ຍ້ອນລາຄາສິນຄ້າທີ່ສູງຂຶ້ນ ແລະ ການຂາດ
ແຄນສິ່ງຂອງຕ່າງໆ ແຕ່ກໍໄດ້ຫັນປ່ຽນໄປຢ່າງວ່ອງໄວ ເຂົ້າສູ່ການຮຽກຮ້ອງໃຫ້ ທ່ານ
ບາເຊຍ ລົງຈາກຕຳແໜ່ງປະທານາທິບໍດີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG