ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງ​ທັບຊູ​ດານ ​​ແລະ​ພວກ​ນິ​ຍົມ ປະ​ຊາ​​ທິ​ປະ​ໄຕ ຕົກ​ລົງ ຄອງ​ອຳ​ນາດ ​ຮ່ວມ​ກັນ


ປະ​ຊາ​ຊົນ​ຊູ​ດານ ໄປ​ເຕົ້າ​ໂຮ​ມ​ກັນ ຢູ່ນອກ​ຄຸກ ອາ​ລ-ຮູ​ດາ ທີ່​​ຄຸ້ມ​ເມືອງ​ແຝດ​ໂອມ​ດູ​ຣະ​ແມນ ໃນນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ເມື່ອ​ວັນ​ທີ 4 ກໍ​ລ​ະ​ກົດ 2019.
ປະ​ຊາ​ຊົນ​ຊູ​ດານ ໄປ​ເຕົ້າ​ໂຮ​ມ​ກັນ ຢູ່ນອກ​ຄຸກ ອາ​ລ-ຮູ​ດາ ທີ່​​ຄຸ້ມ​ເມືອງ​ແຝດ​ໂອມ​ດູ​ຣະ​ແມນ ໃນນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ເມື່ອ​ວັນ​ທີ 4 ກໍ​ລ​ະ​ກົດ 2019.

ສະ​ພາ​ປົກ​ຄອງ​ຂອງ​ພວກ​ທະ​ຫານ ແລະ​ແນວ​ໂຮມ​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ​ໃນ​ປະ​ເທດ​ຊູ​ດານ ໄດ້​ບັນ​ລຸ​ການ​ຕົກ​ລົງ ​ທີ່​ຈະ​ຄອງ​ອຳ​ນາດ​ຮ່ວມ​ກັນ ໃນ​ໄລ​ຍະ​ຂ້າມ​ຜ່ານ​ໄປ​ສູ່​ການ​ປົກ​ຄອງ​ຂອງ​ພົນ​ລະ​ເຮືອນ​ ຮວມ​ທັງ​ການ​ສ້າງ​ຕັ້ງ​ລັດ​ຖະ​ບານ​ທີ່ເປັນ​ອິດ​ສະ​ຫຼະ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ໃນ​ການ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ສຸກມື້ນີ້ ທູດ​ພິ​ເສດ​ຂອງ​ສະ​ຫະ​ພາບ​ອາຟ​ຣິ​ກາ ທ່ານ​ໂມ​ຮຳ​ເໝັດ ແອ​ລ-ຮາ​ສ​ຊານ ລາ​ບັດ ກ່າວ​ວ່າ ທັງ​ສອງ​ຝ່າຍ​ໄດ້ຕົກ​ລົງ​ກັນ​ທີ່​ຈະ​ສ້າງ​ຕັ້ງ​ສະ​ພາ​ອິດ​ສະ​ຫຼະ​ໂດຍ​ສັບ​ປ່ຽນ​ການ​ເປັນ​ຜູ້​ນຳລະ​ຫວ່າງທະ​ຫານ​ແລະ​ພົນ​ລະ​ເຮືອນ ໃນ​ໄລ​ຍະ​ເວ​ລາ 3 ປີ​ຫຼື​ດົນ​ກວ່ານັ້ນ​ໜ້ອຍ​ນຶ່ງ.

ອີງ​ຕາມ​ທ່ານ​ລາ​ບັດ​ແລ້ວ ທັງ​ສອງ​ຝ່າຍ​ຍັງ​ໄດ້​ຕົກ​ລົງ​ກັນ ໃຫ້​ມີ​ຜູ້​ຕາງ​ໜ້າ​ຂອງພວກ​ທະ​ຫານ 5 ບ່ອນ​ນັ່ງ ​ຜູ້​ຕາງ​ໜ້າ​ພົນ​ລະ​ເຮືອນ 5 ບ່ອນ​ນັ່ງ ແລະ​ບ່ອນ​ນັ່ງອີກ​ນຶ່ງ​ບ່ອນ ແມ່ນ​ມີ​ໄວ້​ສຳ​ລັບ​ພົນ​ລະ​ເຮືອນ​ທີ່​ມີ​ພື້ນ​ຖານ​ຫຼື​ເຄີຍ​ເປັນ​ທະ​ຫານ​ມາກ່ອນ.

ການ​ຕົກ​ລົງ​ດັ່ງ​ກ່​າວ​ໄດ້​ບັນ​ລຸ​ກັນ​ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ເຈ​ລະ​ຈາ​ຢ່າງ​ຂຸ້ນ​ຂ້ຽວ​ເປັນເວ​ລາ 2 ມື້​ທີ່​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ອາດ​ທັບ​ມ້າງ​ສະ​ພາບ​ການ​ບໍ່​ໄປ​ບໍ່​ມາ​ທາງດ້ານ​ການ​ເມືອງ ນັບ​ແຕ່​ພວກ​ທະ​ຫານ​ໄດ້​ໂຄ່ນ​ລົ້ມ​ປະ​ທາ​ນາ​ທິ​ບໍ​ດີ​ໂອ​ມາ ອາ​ລ-ບາ​ເຊຍ ເມື່ອ​ເດືອນ​ເມ​ສາ​ຕົ້ນ​ປີນີ້.

ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຄອງ​ອຳ​ນາດ​ຮ່ວມ​ກັນ​ໄດ້​ພັງ​ລົງ​ເມື່ອ​ວັນ​ທີ 3 ມິ​ຖຸ​ນາ ເວ​ລາ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ໄດ້​ພະ​ຍາ​ຍາມ​ຂັບ​ໄລ່​ພວກ​ນັ່ງ​ປະ​ທ້ວງ​ຢູ່ນອກກອງ​ບັນ​ຊາ​ການ​ທະ​ຫານ​ໃນ​ເຂດ​ໃຈ​ກາງ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ.

ມີ​ຜູ້​ເສຍ​ຊີ​ວິດ 250 ກວ່າ​ຄົນ ນັບ​ແຕ່​ການ​ລຸກ​ຮື​ຂຶ້ນ​ຂັບ​ໄລ່​ປະ​ທາ​ນາ​ທິ​ບໍ​ດີ​ອາ​ລ-ບາ​ເຊຍ​ໄດ້​ເລີ້ມ​ຂຶ້ນ ເມື່ອ​ເດືອນ​ທັນ​ວາ​ປີ​ກາຍ​ນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG