ບັນດາເຈົ້າໜ້າທີ່ຊູດານ ໄດ້ຈັບສະມາຊິກລະດັບສູງຫຼາຍຄົນຂອງອະດີດພັກປົກຄອງ
ຂອງປະທານາທິບໍດີ ໂອມາ ອາລ-ບາເຊີຣ ທີ່ຖືກຂັບໄລ່ອອກໄປນັ້ນ ໃນການເຄື່ອນ
ໄຫວທີ່ອາດຈະໃຫ້ການສະໜັບສະໜູນການປົກຄອງທະຫານ ຜູ້ທີ່ຖືກກົດດັນຢ່າງໜັກ
ໂດຍພວກປະທ້ວງ ເພື່ອມອບອຳນາດໃຫ້ແກ່ພົນລະເຮືອນ.
ໃນອີກສ່ວນນຶ່ງຂອການປາບປາມຢ່າງກວ້າງຂວາງ ທີ່ຖືກອອກແບບມາເພື່ອ ຍົກຍ້າຍ
ສິ່ງເສດເຫຼືອຂອງການປົກຄອງຂອງທ່ານ ບາເຊີຣ, ສະພາກອງທັບລັດຖະບານໃໝ່
(TMC) ໄດ້ກ່າວວ່າ ເຂົາເຈົ້າປົດເຈົ້າທີ່ຊັ້ນນາຍພົນໂທ ໃນອົງການສືບລັບ ແລະບໍລິ
ການຄວາມປອດໄພແຫ່ງຊາດ ທັງແປດຄົນອອກບຳນານ.
ບັນດາກຸ່ມຝ່າຍຄ້ານໄດ້ຮຽກຮ້ອງໃຫ້ ອົງການຄວາມປອດໄພຕ່າງໆ ຖືກຈັດຕັ້ງໃໝ່.
ໄອຍະການຂອງ ຊູດານໄດ້ເລີ້ມທຳການສືບສວນສອບສວນ ທ່ານ ບາເຊີຣ ໃນຂໍ້ຫາ
ຟອກເງິນ ແລະ ມີເງິນຕາຕ່າງປະເທດຢ່າງຫຼວງຫຼາຍ, ປາດສະຈາກເຫດຜົນທາງ
ກົດໝາຍ ອີງຕາມແຫຼ່ງຕຸລາການ ໄດ້ກ່າວໃນຕອນເຊົ້າວັນເສົາວານນີ້.
ແຫຼ່ງຂ່າວໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ສືບລັບຂອງກອງທັບ ຜູ້ທີ່ໄດ້ກວດຄົ້ນບ້ານຂອງ
ທ່ານ ບາເຊີຣ ໄດ້ພົບເຫັນຫີບຫຼາຍໜ່ວຍທີ່ເຕັມໄປດ້ວຍເງິນຫຼາຍກວ່າ 351,000
ໂດລາ ແລະອີກຫົກລ້ານຢູໂຣ ພ້ອມດ້ວຍເງິນ ຊູດານ ຫ້າລ້ານພາວ.
ແຫຼ່ງຂ່າວຕຸລາການໄດ້ກ່າວຕໍ່ອົງການຂ່າວຣອຍເຕີວ່າ “ຫົວໜ້າໄອຍະການ ໄດ້ສັ່ງ
ໃຫ້ກັກຂັງອະດີດປະທານາທິບໍດີ ແລະສອບຖາມຢ່າງໄວ ເພື່ອກະກຽມນຳເອົາທ່ານ
ໄປດຳເນີນຄະດີ.”
ແຫຼ່ງຂ່າວໄດ້ກ່າວວ່າ “ໄອຍະການຈະສອບຖາມອະດີດປະທານາທິບໍດີ ຢູ່ຄຸກ ໂຄບາ”
ແຫຼ່ງຂ່າວເວົ້າຕື່ມວ່າ ທ່ານ ບາເຊີຣ ຍັງບໍ່ທັນໄດ້ຖືກສອບຖາມເທື່ອ ແຫຼ່ງຂ່າວເວົ້າວ່າ
ນ້ອງຊາຍຂອງທ່ານສອງຄົນກໍຖືກກັກຂັງເຊັ່ນກັນ ໃນຂໍ້ຫາສໍ້ລາດບັງຫຼວງ.