ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະເທດຊູດານ ແລະຊູດານໃຕ້ ລົງນາມໃນຂໍ້ຕົກລົງ ບໍ່ຮຸກຮານກັນ


ແຜນທີ່ຊູດານ ແລະຊູດານໃຕ້
ແຜນທີ່ຊູດານ ແລະຊູດານໃຕ້

ປະ​ເທດ​ຊູດານ​ແລະ​ຊູ​ດານ​ໃຕ້​ໄດ້ລົງ​ນາມ​ໃນ​ຂໍ້​ຕົກລົງ​ສະບັບ​ນຶ່ງ​ວ່າ​ດ້ວຍ​ຄວາມປອດ​ໄພເລື່ອງ
ຊາຍ​ແດນ ​ແນໃສ່​ເພື່ອ​ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ ທີ່​ພວມ​ເພີ່ມທະວີຂຶ້ນກ່ຽວ​ກັບ​ລາຍ​ໄດ້​ຈາກ
ການ​ຂາຍ​ນໍ້າມັນ.

ອະດີດ​ປະທານາທິບໍດີ​ອາ​ຟຣິກາ​ໃຕ້ ທ່ານ Thabo Mbeki ຊຶ່ງ​ເປັນ​ຫົວໜ້າ​ເຈລະ​ຈາ​ກ່າວ
ວ່າ ຊູ​ດານ​ແລະ​ຊູ​ດານ​ໃຕ້ ​ໄດ້​ລົງ​ນາມ​ໃນຂໍ້ຕົກລົງ​ບໍ່​ຮຸກ​ຮານກັນ ​ໃນ​ລະຫວ່າງ​ການ​ປະຊຸມ​
ກັນ​ທີ່​ນະຄອນຫຼວງອາ​ດິສອາ​ບາ​ບາ​ຂອງ​ເອທິ​ໂອ​ເປຍ.

ລາຍ​ລະອຽດ​ຂອງ​ຂໍ້​ຕົກລົງ​ສະບັບດັ່ງກ່າວຍັງ​ບໍ່​ທັນ​ມີ​ການ​ເປີດ​ເຜີຍ​ໃຫ້​ຊາບ​ເທື່ອ​ໃນ​ເວລານີ້.

ເວລາ​ປະ​ເທດ​ຊູ​ດານ​ໃຕ້​ແຍກ​ໂຕ​ອອກ​ເປັນ​ເອກ​ກະລາດ​ໃນ​ເດືອນ​ກໍລະກົດ​ປີ​ກາຍ​ນີ້ຊູ​ດານ​ໃຕ້​
ໄດ້​ເຂົ້າຄວບ​ຄຸມ​ບໍ່​ນໍ້າມັນ​ເກືອບ​ທັງ​ໝົດຂອງ​ຂົງ​ເຂດແຕ່​ນໍ້າມັນ​ຈາກຊູ​ດານ​ໃຕ້ຊຶ່ງ​ເປັນ​ປະ​ເທດ
ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລນັ້ນຕ້ອງ​ໄດ້​ຖືກ​ສົ່ງ​ຜ່ານ​ຊູ​ດານ​ໄປ​ຫາ​ທ່າ​ກຳປັນ​ແຫ່ງ​ຕ່າງໆ.

ໃນ​ເດືອນ​ແລ້ວນີ້ ຊູ​ດານ​ໃຕ້​ໄດ້​ຢຸດ​ເຊົາ​ການ​ຜະລິດ​ນໍ້າມັນ​ຫຼັງຈາກ​ຊູ​ດານ​ເລີ່​ມຢຶດເອົາ​ນໍ້າມັນ
ຈາກ​ຊູ​ດານ​ໃຕ້ ​ເພື່ອ​ເປັນ​ຄ່າ​ຊົດເຊີຍ​ຕໍ່​ອັນ​ທີ່​ຊູ​ດານ​ເອີ້ນວ່າ ຄ່າ​ຂົນ​ສົ່ງທີ່​ຍັງ​ບໍ່​ທັນ​ມີ​ການ​ຊຳ
ລະ​ນັ້ນ.

ໃນ​ຕອນ​ເຊົ້າຂອງ​ວັນ​ສຸກ​ວານ​ນີ້ອົງການ Global Witness ຊຶ່ງ​ເປັນ​ກຸ່ມ​ຊິ້ງຊອມ​ກ່ຽວ​ກັບ
ຊັບພະຍາກອນ​ທຳ​ມະ​ຊາດ​ ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ ​ກ່ຽວ​ກັບຄວາມ​ເຄັ່ງ​ຕຶງ​ທີ່​ພວມ
ເພີ່ມ​ທະວີ​ຂຶ້ນລະຫວ່າງ​ປະ​ເທດ​ທັງ​ສອງ​.

XS
SM
MD
LG