ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ Sudan ຈະບໍ່ໄປຮ່ວມ ກອງປະຊຸມ ທີ່ມາເລເຊຍ


ປະທານາທິບໍດີຊູດານ ທ່ານ Omar al-Bashir
ປະທານາທິບໍດີຊູດານ ທ່ານ Omar al-Bashir

ມາເລເຊຍກ່າວວ່າ ປະທານາທິບໍດີ Sudan ທ່ານ Omar al-Bashir ທີ່ນາໆຊາດຕ້ອງ
ການໂຕ ໃນຂໍ້ຫາກໍ່ອາດຊະຍາກຳສົງຄາມນັ້ນຈະບໍ່ໄປຮ່ວມກອງປະຊຸມເສດຖະກິດ 3 ມື້ຊຶ່ງ
ຈະເລີ່ມຂຶ້ນໃນວັນອາທິດນີ້.

ລັດຖະມົນຕີການຕ່າງປະເທດມາເລເຊຍ ທ່ານ Anifah Aman ກ່າວຕໍ່ໂທລະພາບ Ber-
nama ຂອງທາງການມາເລເຊຍໃນຕອນແລງຂອງມື້ວັນພຸດວານນີ້ວ່າ ທ່ານ Bashir ຈະ
ບໍ່ໄດ້ໄປຮ່ວມກອງປະຊຸມສົນທະນາຫາລືນາໆຊາດລັງກາວີຍ້ອນມີພາລະກິດດ່ວນອື່ນໆ ທີ່
ຕ້ອງໄດ້ກະທຳ.

ການປະກາດໃນມື້ວານນີ້ໄດ້ມີຂຶ້ນລຸນຫຼັງອົງການນິລະໂທດກຳສາກົນແລະກຸ່ມປົກປ້ອງສິດ
ທິມະນຸດ Human Rights Watch ທຳການກົດດັນເພີ່ມຂຶ້ນໃຫ້ມາເລເຊຍຍົກເລີກການ
ເຊື້ອເຊີນຫຼືບໍ່ກໍໃຫ້ຈັບກຸມທ່ານ Bashir ຕາມໝາຍຈັບຂອງສານອາດຊະຍາກຳນາໆຊາດ
ທີ່ມີຢູ່ແລ້ວ.

ມາເລເຊຍບໍ່ໄດ້ເປັນສະມາຊິກຂອງສານອາດຊະຍາກຳນາໆຊາດແຕ່ໄດ້ສະແດງເຈດຈຳນົງ
ທີ່ຢາກເຂົ້າເປັນສະມາຊິກຂອງສານດັ່ງກ່າວ.

ສານອາດຊະຍາກຳນາໆຊາດໄດ້ອອກໝາຍຈັບທ່ານ Bashir ໃນຂໍ້ຫາຂ້າລ້າງເຊື້ອຊາດ
ເຜົ່າພັນ ກໍ່ໂທດກຳຕ້ານມະນຸດຊາດ ແລະກໍ່ອາດຊະຍາກຳສົງຄາມຢູ່ໃນເຂດດາຟົວທາງ
ພາກຕາເວັນຕົກຂອງຊູດານ. ທ່ານເປັນປະມຸກລັດຄົນທຳອິດທີ່ໄດ້ຕົກເປັນເປົ້າຂອງໝາຍ
ຈັບສານອາດຊະຍາກຳນາໆຊາດ.

XS
SM
MD
LG