ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ປະນາມ ການຈັບກຸມ ພວກນັກຂ່າວ ໂດຍພະລະການ ຢູ່ຊູດານ


ຕໍາຫລວດຊູດານ (ໃນເຄື່ອງແບບສີຟ້າ) ເຝົ້າຍາມເບິ່ງພວກປະທ້ວງ ໃນຂະນະທີ່ມີການໂຮມຊຸມນຸມ ຢູ່ໃນນະຄອນຫລວງ ຄາຣ໌ທູມ (Khartoum) ຂອງຊູດານ ໃນວັນທີ 22 ພຶດສະພາ 2015.
ຕໍາຫລວດຊູດານ (ໃນເຄື່ອງແບບສີຟ້າ) ເຝົ້າຍາມເບິ່ງພວກປະທ້ວງ ໃນຂະນະທີ່ມີການໂຮມຊຸມນຸມ ຢູ່ໃນນະຄອນຫລວງ ຄາຣ໌ທູມ (Khartoum) ຂອງຊູດານ ໃນວັນທີ 22 ພຶດສະພາ 2015.

ສະຫະລັດໄດ້ປະນາມການຈັບກຸມຄຸມຂັງພວກນັກຂ່າວໂດຍພະລະການ ຂອງຊູດານ
ຫລັງຈາກພວກນັກຂ່າວຂອງອົງການຂ່າວຝຣັ່ງ (ອາແອັຟເປ) ແລະ ອົງານຂ່າວຣອຍ
ເຕີ້ໄດ້ຖືກຈັບ ໃນຂະນະທີ່ພວກຽວກໍາລັງເກັບກຳຂ່າວການປະທ້ວງຢູ່ຕາມຖະໜົນຫົນ
ທາງໃນວັນສຸກວານນີ້.

ກະຊວງການຕ່າງປະເທດສະຫະລັດກ່າວວ່າ ຕົນຮູ້ເລື້ອງກ່ຽວກັບການຈັບກຸມນີ້ແລ້ວ
ແລະພວມຕິດຕາມເບິ່ງລາຍງານນີ້ຢູ່ຢ່າງໃກ້ຊິດ.

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງແຮເທີ ນາວເອີຣທ໌ ກ່າວຢູ່ໃນ
ຖະແຫຼງການວ່າ “ພວກເຮົາຂໍປະນາມ ຕໍ່ການຮາວີລົບກວນ ການຈັບກຸມຄຸມຂັງໂດຍ
ພະລະການແລະການໂຈມຕີພວກນັກຂ່າວຢູ່ໃນຊູດານ ຊຶ່ງພວກເຂົາເຈົ້າກຳລັງເຮັດ
ວຽກຂອງເຂົາເຈົ້າແລະຊົມໃຊ້ສິດທິພື້ນຖານ ກ່ຽວກັບອິດສະຫລະພາບໃນການ
ສະແດງຄວາມຄິດຄວາມເຫັນ” ຢູ່ນັ້ນ.

ສະຫະລັດຍັງສືບຕໍ່ກົດດັນໃຫ້ຊູດານປັບປຸງການປະພຶດຂອງຕົນ ກ່ຽວກັບອິດສະ
ຫຼະພາບໃນການສະແດງຄວາມຄິດຄວາມເຫັນ ແລະການເຄົາລົບນັບຖືສິດທິມະ
ນຸດໂດຍລວມ ແລະ “ເພື່ອຄ້ຳປະກັນວ່າ ພວກທີ່ຖືກຄຸມຂັງເຫຼົ່ານັ້ນ ໄດ້ຮັບການ
ປະຕິບັດຕໍ່ແບບມີມະນຸດສະທຳ ແລະຍຸຕິທຳ ອີງຕາມກົດໝາຍຂອງຊູດານແລະ
ຫຼັກການສິດທິມະນຸດຂອງນາໆຊາດ ແລະພວກເຂົາເຈົ້າໄດ້ຮັບອະນຸຍາດໃຫ້ຕິດ
ຕໍ່ກັບພວກທະນາຍແລະຄອບຄົວຂອງເຂົາເຈົ້າ.”

ການປະທ້ວງຢ່າງກວ້າງຂວາງ ແລະການປະທະກັນກັບກຳລັງຮັກສາຄວາມສະ
ຫງົບໄດ້ລະເບີດຂຶ້ນຢູ່ທີ່ປະເທດຊູດານໃນເດືອນນີ້ ຫລັງຈາກຄາຣ໌ທູມໄດ້ສັ່ງໃຫ້
ເອົາມາດຕະການທີ່ເຄັ່ງຄັດທາງດ້ານເສດຖະກິດເພື່ອໃຫ້ເປັນການສອດຄ່ອງກັບ
ຄຳແນະນຳຂອງອົງການກອງທຶນສາກົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG