ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໗ ມິຖຸນາ ໒໐໒໓

ການສູ້ລົບ ຢູ່ໃນຊູດານ ສົ່ງຜົນເຮັດໃຫ້ອົງການສະຫະປະຊາຊາດ ຮ້ອງຂໍການຊ່ວຍເຫຼືອ 3 ຕື້ໂດລາ


ເດັກນ້ອຍຍິງຊາວຊູດານຄົນນຶ່ງ ທີ່ລົບໜີຈາກຄວາມຂັດແຍ້ງຢູ່ໃນພູມິພາກ Darfur ຂອງ ຊູດານ, ແລະເຄີຍພັດພາກຖິ່ນຖານຢູ່ໃນ ຊູດານ ມາກ່ອນໜ້ານັ້ນ ກໍາລັງຍ່າງຜ່ານສູນທີ່ຢູ່ອາໄສຊົ່ວຄາວ ເຊິ່ງຕັ້ງຢູ່ໃກ້ກັບຊາຍແດນລະຫວ່າງ ຊູດານ ແລະ Chad, ໃນລະຫວ່າງທີ່ກໍາລັງລີ້ໄພຢູ່ໃນຂົງເຂດໂບໂຣຕາ, Chad, ວັນທີ 13 ພຶດສະພາ 2023.

ອົງການສະຫະປະຊາຊາດ ໄດ້ຮ້ອງຂໍການຊ່ວຍເຫຼືອເປັນເງິນຈໍານວນ 3 ຕື້ໂດລາ ໃນວັນພຸດວານນີ້ ເພື່ອເອົາໄປຊ່ວຍປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກບັນ​ຫາຂັດແຍ້ງ, ເຊິ່ງໄດ້ລະເບີດຂຶ້ນຢູ່ໃນ ຊູດານ ໃນເດືອນແລ້ວນີ້.

ອົງການສະຫະປະຊາຊາດເພື່ອມະນຸດສະທໍາ ເປີດເຜີຍວ່າ ພວກເຂົາເຈົ້າຈໍາເປັນຕ້ອງມີເງິນ 2 ຕື້ 600 ລ້ານໂດລາ ເພື່ອຊ່ວຍເຫຼືອປະຊາຊົນທີ່ຍັງອາໄສຢູ່ໃນ ຊູດານ, ໂດຍກ່າວວ່າ ປະຊາຊົນ 25 ລ້ານຄົນຢູ່ໃນປະເທດດັ່ງກ່າວນີ້ ຈໍາເປັນຕ້ອງໄດ້ຮັບການຊ່ວຍເຫຼືອທາງດ້ານມະນຸດສະທໍາ ແລະການຄຸ້ມ​ຄອງ.

ທ່ານຣາແມສ ຣາຈາຊິງຮາມ (Ramesh Rajasingham) ຫົວໜ້າຫ້ອງການ ເພື່ອວຽກງານການຮ່ວມມືທາງດ້ານມະນຸດສະທໍາຈາກອົງການສະຫະປະຊາຊາດ ໃນນະຄອນເຈເນວາ ແລະເປັນຜູ້ອໍານວຍການພະແນກການປະສານງານກ່າວວ່າ ການຕໍ່ສູ້ຢູ່ໃນຊູດານ ໄດ້ກາຍມາເປັນ “ຄວາມໂຫດຮ້າຍທີ່ສົ່ງຜົນກະທົບຮຸນແຮງຕໍ່ປະຊາຊົນຊາວຊູດານ.”

ທ່ານຣາຈາຊິງຮາມ ກ່າວວ່າ ​ບັນ​ຫາຂັດແຍ້ງດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 676 ຄົນ, ເຊິ່ງຈໍານວນໂຕເລກໂດຍລວມ ອາດຈະມີສູງກວ່ານີ້.

Number of Refugees Who Fled Sudan for Chad Double in Week
please wait

No media source currently available

0:00 0:02:35 0:00

ທ່ານເມີວັດ ເຊລບາຢາ (Mervat Shelbaya) ຫົວໜ້າຫ້ອງການສະໜັບສະ ໜຸນສາກົນ ເຊິ່ງເປັນສາຂາຂອງອົງການສະຫະປະຊາຊາດເພື່ອການປະສານງານຮ່ວມມືທາງດ້ານມະນຸດສະທໍາ ໃນນະຄອນເຈເນວາ ກ່າວຖະແຫຼງການໃນວັນພຸດວານນີ້ວ່າ ການສູ້ລົບກັນຢູ່ໃນຊູດານ ໄດ້ບີບບັງຄັບໃຫ້ປະຊາຊົນຫຼາຍກວ່າ 950,000 ຄົນຕ້ອງໄດ້ໜີອອກຈາກເຮືອນຊານຂອງພວກເຂົາເຈົ້າ ແລະບີບບັງຄັບໃຫ້ 220,000 ຄົນຕ້ອງໄດ້​ຫລົບໜີເຂົ້າໄປໃນປະເທດເພື່ອນບ້ານ.

ທ່ານເຊລບາຢາ ກ່າວວ່າ “ຖ້າພວກເຮົາເພີ້ມການຕອບສະໜອງຂອງພວກເຮົາຂຶ້ນ ແລະໃຫ້ການຊ່ວຍເຫຼືອຕໍ່ຜູ້ທີ່ມີຄວາມຕ້ອງການເຫຼົ່ານັ້ນໄດ້, ພວກເຮົາ ແລະປະຊາຊົນຊາວຊູດານຄົນອື່ນໆ ຈໍາເປັນຕ້ອງມີການສະໜັບສະໜຸນທີ່ເອື້ອ ເຟື້ອເພື່ອແຜ່ຈາກປະຊາຄົມນານາຊາດ.”

ກອງທັບຊູດານ ເຊິ່ງນໍາໂດຍນາຍພົນ ອັບເດລ ຟາທາ ອາລ-ເບີຮານ (Abdel Fattah al-Burhan) ​ພວມທຳ​ການຕໍ່ສູ້ກັບກອງກໍາລັງ​ເຄື່ອນ​ທີ່​ຢ່າງວ່ອງ​ໄວ ທີ່ນໍາ​ໂດຍ​ນາຍພົນໂມຮໍາເມັດ ຮາມດານ ດາກາໂລ (Mohammed Hamdan Dagalo).

ອ່ານຂ່າວນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG