ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການຕໍ່ສູ້ຢູ່ໃນຊູດານ ສົ່ງຜົນຕໍ່ບັນຫາຕ່າງໆທາງດ້ານມະນຸດສະທໍາ


ກຸ່ມຄັວນ ປິວອອກມາຈາກຂົງເຂດໂອມເດີມານ (Omdurman), ໃກ້ກັບຂົວ ຮາລຟາຢາ (Halfaya) ໃນລະຫວ່າງການໂຈມຕີກັນ ລະຫວ່າງກອງກໍາລັງທະຫານບ້ານສະໜັບສະໜຸນກະທັນຫັນ (RSF) ແລະກອງທັບ ໂດຍແນມເຫັນໄດ້ຈາກທາງພາກເໜືອຂອງນະຄອນຫຼວງຄາທູມ, ປະເທດຊູດານ, ວັນທີ 15 ເມສາ 2023.
ກຸ່ມຄັວນ ປິວອອກມາຈາກຂົງເຂດໂອມເດີມານ (Omdurman), ໃກ້ກັບຂົວ ຮາລຟາຢາ (Halfaya) ໃນລະຫວ່າງການໂຈມຕີກັນ ລະຫວ່າງກອງກໍາລັງທະຫານບ້ານສະໜັບສະໜຸນກະທັນຫັນ (RSF) ແລະກອງທັບ ໂດຍແນມເຫັນໄດ້ຈາກທາງພາກເໜືອຂອງນະຄອນຫຼວງຄາທູມ, ປະເທດຊູດານ, ວັນທີ 15 ເມສາ 2023.

ການຕໍ່ສູ້ລະຫວ່າງກອງກໍາລັງຂອງຊູດານ ແລະກອງກໍາລັງທະຫານບ້ານ ສະໜັບສະໜຸນກະທັນຫັນ ຫຼື RSF ໄດ້ແຜ່ລາມໄປຢ່າງໄວວາທົ່ວນະຄອນຫຼວງ ຂອງປະເທດໃນວັນຈັນວານນີ້, ເຊິ່ງທັງສອງຝ່າຍກໍາລັງຮຽກຮ້ອງສິດທິເຂົ້າຄອບ ຄອງບໍລິເວນຍຸດທະສາດແຫ່ງນີ້. ສະຫະພັນທ່ານໝໍກ່າວວ່າ ມີຜູ້ເສຍຊີວິດຢູ່ໃນ ເຫດການປະທະກັນນີ້ເກືອບ 100 ຄົນ ໃນຂະນະທີ່ການຮຽກຮ້ອງໃຫ້ຢຸດຍິງນັ້ນ ກໍກໍາລັງເພີ້ມຂຶ້ນ. ໄມໂຄລ ອາທິດທ໌ (Michael Atit) ມີລາຍງານຈາກນະ ຄອນຫຼວງຄາທູມ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ສຽງຍິງປືນ ໄດ້ດັງກ້ອງກັງວານໄປທົ່ວບໍລິເວນນະຄອນຫຼວງ ຄາທູມ ຂອງ ຊູດານ, ແລະບໍລິເວນເມືອງຕ່າງໆທີ່ຢູ່ໃກ້ຄຽງໃນຕອນບ່າຍວັນຈັນວານນີ້.

ຢູ່ສໍານັກງານໃຫຍ່ຂອງກອງທັບ, ເດີ່ນບິນສາກົນຄາທູມ ແລະບໍລິເວນຕ່າງໆທີ່ຢູ່ ອ້ອມຮອບທໍານຽບປະທານາທິບໍດີ ແມ່ນຈຸດຫຼັກທີ່ມີການສູ້ລົບກັນຢູ່ໃນປັດຈຸບັນ ນີ້ລະຫວ່າງ ກອງກໍາລັງທະຫານຂອງຊູດານ ແລະກອງສະໜັບສະໜຸນກະທັນ ຫັນ.

ເຫດການການຍິງກັນດັ່ງກ່າວມານັ້ນ ໄດ້ສົ່ງຜົນກະທົບຕໍ່ລະບົບສະໜອງໄຟຟ້າ ແລະ ລະບົບນໍ້າໃຊ້ຢູ່ໃນນະຄອນຫຼວງແຫ່ງນີ້, ເຊິ່ງໄດ້ເຮັດໃຫ້ຊີວິດຂອງຫຼາຍໆ ຄົນທີ່ຕິດຢູ່ໃນບ່ອນພັກອາໄສ ແລະຜູ້ທີ່ໄດ້ຮັບບາດເຈັບຈາກການຕໍ່ສູ້ກັນນັ້ນ ພົບຄວາມຫຍຸ້ງຍາກຫຼາຍຂຶ້ນ.

ຢູ່ບໍລິເວນທີ່ຢູ່ອາໄສ ອາລ-ຄາລັກລາ (Al-Kalakla) ເຊິ່ງຕັ້ງຢູ່ທາງທິດໃຕ້ຂອງ ນະຄອນຫຼວງຄາທູມ, ສະຖານະການຕ່າງໆເບິ່ງຄືວ່າໄດ້ຫຼຸດຜ່ອນຄວາມເຄັ່ງຕຶງ ລົງແລ້ວ, ແລະປະຊາຊົນກໍພາກັນສ່ຽງໄພອອກໄປນອກ ເພື່ອຊອກຫາເຄື່ອງໃຊ້ ທີ່ຈໍາເປັນສໍາລັບຂັ້ນພື້ນຖານ.

ນາງ ວິຊາລ ໂມຮໍາເມັດ (Wisal Mohammed), ເຊິ່ງເປັນແມ່ລູກສາມກ່າວ ວ່າ ນີ້ແມ່ນຄັ້ງທໍາອິດໃນຮອບສາມມື້ທີ່ນາງໄດ້ອອກມານອກ ເພື່ອຊອກຫາ ອາຫານໃຫ້ລູກໆຂອງນາງ:

“ນາງກ່າວວ່າ ສະຖານະການຕ່າງໆແມ່ນຫຍຸ້ງຍາກຫຼາຍ, ແລະພວກເຮົາກໍພາ ກັນຕິດຄ້າງຢູ່ກັບຄວາມຫຍຸ້ງຍາກນີ້. ມັນບໍ່ມີໄຟຟ້າ ແລະນໍ້າ, ແລະພວກເຮົາກໍ ບໍ່ສາມາດເຄື່ອນຍ້າຍໄປທາງໃດໄດ້ ຖ້າມີເຫດການສຸກເສີນ. ພວກເຮົາໃກ້ຊິ ຮອດຊ່ວງເວລາເທດສະການບຸນແລ້ວ, ແຕ່ປະຊາຊົນແມ່ນພາກັນຢູ່ແຕ່ໃນ ເຮືອນເທົ່ານັ້ນ.”

ການຕໍ່ສູ້ກັນໄດ້ເລີ້ມຕົ້ນຂຶ້ນໃນຕອນເຊົ້າວັນເສົາທີ່ຜ່ານມາ, ແລະບັນດາທ່ານໝໍ ຊາວຊູດານກ່າວວ່າມີຜູ້ເສຍຊີວິດເກືອບຮອດ 100 ຄົນ ແລະມີຜູ້ບາດເຈັບອື່ນໆ ອີກຈໍານວນຫຼາຍ, ລວມທັງບັນດາພົນລະເຮືອນອີກຈໍານວນນຶ່ງ ໃນຊ່ວງໄລຍະ ເວລາສາມມື້ທີ່ຜ່ານມານີ້.

ຮູບຈາກພາບຖ່າຍດາວທຽມໂດຍ Planet Labs PBC ນີ້ ສະແດງໃຫ້ເຫັນໄຟກໍາລັງລຸກໄໝ້ໃກ້ໆບໍລິເວນໂຮງໝໍໃນນະຄອນຫຼວງຄາທູມ, ປະເທດຊູດານ, ວັນທີ 16 ເມສາ 2023.
ຮູບຈາກພາບຖ່າຍດາວທຽມໂດຍ Planet Labs PBC ນີ້ ສະແດງໃຫ້ເຫັນໄຟກໍາລັງລຸກໄໝ້ໃກ້ໆບໍລິເວນໂຮງໝໍໃນນະຄອນຫຼວງຄາທູມ, ປະເທດຊູດານ, ວັນທີ 16 ເມສາ 2023.

ທ້າວ ຮາມິດ ບາບີເກຍ (Hamid Babikir) ເປັນພໍ່ຄ້າຂາຍຜັກຢູ່ຕາມທາງ ຫຼວງ ເຈເບລ ອູເລຍ (Jebel Aulia) ທີ່ນອນຢູ່ທາງພາກໃຕ້ຂອງນະຄອນ ຫຼວງຄາທູມ. ລາວບອກ VOA ວ່າ ລາວບໍ່ສາມາດສັ່ງເຄື່ອງເພີ້ມເຕີມຈາກ ຕະຫຼາດໃຫຍ່ໄດ້ເລີຍ ເນື່ອງຈາກສະພາບການທີ່ເຄັ່ງຕຶງດັ່ງກ່າວນີ້:

“ລາວກ່າວວ່າຖະໜົນຖືກປິດ, ແລະພວກເຮົາກໍບໍ່ສາມາດສ່ຽງອອກໄປເອົາ ພືດພັກຕ່າງໆເພີ້ມເຕີມໄດ້ເລີຍ. ເຄື່ອງຂອງທີ່ຂ້ອຍຂາຍໃນມື້ນີ້ ແມ່ນເຄື່ອງທີ່ ເຫຼືອຈາກມື້ວານນີ້. ຫຼາຍໆຄົນກໍຍັງພາກັນຕໍາໜິຕິຕຽນຕໍ່ສະຖານະການເຄັ່ງ ຕຶງນີ້ຢ່າງຕໍ່ເນື່ອງ ແລະລາຄາຂອງສິນຄ້າທີ່ເພີ້ມຂຶ້ນ ແມ່ນຍ້ອນຂາດເຂີນ ນໍ້າມັນເຊື້ອໄຟ.”

ທ້າວ ອາລ ມູອິສ ຮາສຊານ (Al Muiz Hassan), ຜູ້ຂາຍເຄື່ອງຍ່ອຍທົ່ວໄປ ຢູ່ໃນບໍລິເວນບ່ອນຢູ່ອາໄສ ອາບູ ອາດາມ (Abu Adam) ເຊິ່ງຕັ້ງຢູ່ທາງພາກ ໃຕ້ຂອງນະຄອນຫຼວງຄາທູມ ກ່າວວ່າ ລາວມີຄວາມກັງວົນກ່ຽວກັບການປຸ້ນຈີ້, ແລະລາວໄດ້ເປີດຮ້ານພຽງສ່ວນນຶ່ງ ໃນຂະນະທີ່ຍັງຄົງມີຄວາມລະວັດລະວັງ.

ລາວຮຽກຮ້ອງໃຫ້ທັງສອງຝ່າຍທີ່ກໍາລັງດໍາເນີນສົງຄາມກັນຢູ່ນີ້ ຈົ່ງເຫັນແກ່ຜົນ ປະໂຫຍດຂອງປະເທດ ແລະຜົນປະໂຫຍດຂອງປະຊາຊົນພົນລະເຮືອນເປັນສິ່ງ ສໍາຄັນຫຼັກ, ເຊິ່ງລາວໄດ້ກ່າວວ່າ:

“ການຕໍ່ສູ້ກັນນັ້ນ ສົ່ງຜົນກະທົບໃສ່ຮ້ານຄ້າທຸກໆຮ້ານ, ບໍ່ແມ່ນແຕ່ຮ້ານຂອງ ຂ້ອຍ. ຂ້ອຍບໍ່ໄດ້ກັງວົນກ່ຽວກັບອັນໃດ ນອກຈາກຢ້ານເສຍຊີວິດເທົ່ານັ້ນ. ທັງສອງຝ່າຍທີ່ຕໍ່ສູ້ກັນນັ້ນ ລ້ວນແລ້ວແຕ່ແມ່ນຊາວຊູດານ ແລະກໍປະຕິບັດ ຕາມຄໍາສັ່ງຂອງພວກເຂົາເທົ່ານັ້ນ. ພວກເຮົາຫວັງວ່າ ພະເຈົ້າຈະປ່ຽນຈິດໃຈ ຂອງພວກເຂົາ.”

ກອງກໍາລັງທະຫານກ່າວໃນຕອນບ່າຍວັນຈັນວານນີ້ວ່າ ພວກເຂົາໄດ້ຢຶດສະຖາ ນີໂທລະພາບ ແລະຖະທານີວິທະຍຸຂອງລັດຖະບານກັບຄືນມາໄດ້ແລ້ວ, ເຊິ່ງໄດ້ ຖືກຍຶດຄອງໂດຍພວກ RSF ໃນມື້ວານນີ້.

ກຸ່ມ IGAD, ເຊິ່ງເປັນກຸ່ມພູມິພາກອາຟຣິກາຕາເວັນອອກ ໄດ້ມອ​ບ​ໜ້າ​ທີ່​ໃຫ້ ປະທານາທິບໍດີຂອງ ຊູດານໃຕ້, ເຄັນຢາ ແລະຈີບູຕີ ເພື່ອໄປເຈລະຈາກັບສອງ ຝ່າຍທີ່ກໍາລັງເຮັດສົງຄາມກັນໃນປະເທດຊູດານ ເພື່ອພະຍາຍາມຍຸຕິການຕໍ່ ສູ້ກັນ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG