ຜູ້ນຳທະຫານທີ່ໂຄ່ນລົ້ມ ປະທານາທິບໍດີຊູດານ ທ່ານໂອມາ ອາລ-ບາເຊຍ ໄດ້ ລາອອກໃນວັນສຸກວານນີ້ ນຶ່ງມື້ຫຼັງຈາກໄດ້ມີການປະກາດ ການເຂົ້າຢຶດອຳນາດຂອງກອງທັບ. ພົນຕີ ອາວາດ ໂມຮຳເໝັດ ອາເໝັດ ອິບ ອາອຸບ (Awad Mohamed Ahmed Ibn Auf) ໄດ້ແຕ່ງຕັ້ງໃຫ້ນາຍພົນອັບແດລ ຟັດຕາ ເບີຣານ (Abdel-Fattah Burhan) ເປັນຜູ້ສືບທອດອຳນາດຕໍ່ຈາກທ່ານ.
ທາງກອງທັບບໍ່ໄດ້ໃຫ້ການອະທິບາຍວ່າ ເປັນຫຍັງນາຍພົນອາອຸບ ຈຶ່ງລາອອກ.
ການປະທ້ວງຂະໜາດໃຫຍ່ ຍັງດຳເນີນຢູ່ຕໍ່ມາ ທີ່ນະຄອນຫຼວງ ແລະຫົວເມືອງອື່ນໆຂອງຊູດານ ໃນວັນສຸກວານນີ້ ໃນຂະນະທີ່ພວກເດີນຂະບວນໄດ້ປະຕິເສດບໍ່ຮັບເອົາແຜນການຂອງສະພາທີ່ຢູ່ພາຍໃຕ້ການນຳພາຂອງພວກທະຫານ ເພື່ອສ້າງຕັ້ງລັດຖະບານບໍລິຫານປະເທດ ເປັນເວລາດົນເຖິງ 2 ປີ.
ພວກເດີນຂະບວນກຸ່ມໃຫຍ່ທີ່ສຸດໄດ້ໂຮມຊຸມນຸມກັນຢູ່ນອກກອງບັນຊາການໃຫຍ່ຂອງພວກທະຫານ ທີ່ນະຄອນຫຼວງຄາຣ໌ທູມ ບ່ອນທີ່ພວກປະທ້ວງຈຳນວນນຶ່ງໄດ້ພາກັນຮ້ອງຄຳຂວັນຂຶ້ນວ່າ ວ່າ “ມັນຫຼົ້ມສະຫຼາຍມາເທື່ອນຶ່ງແລ້ວ ມັນກໍຈະຫຼົ້ມສະຫຼາຍອີກ” ຊຶ່ງໝາຍເຖິງລັດຖະບານຊູດານນັ້ນ.
ຜູ້ປົກຄອງທະຫານຊຸດໃໝ່ກ່າວວ່າ ຕົນຈະຟື້ນຟູການປົກຄອງຂອງພົນລະເຮືອນພາຍໃນເວລາ 2 ປີ ຫຼືໄວກວ່ານັ້ນ.
ທີ່ກອງປະຊຸມຖະແຫຼງຂ່າວໃນວັນສຸກວານນີ້ ນາຍພົນໂອມາ ຊີນ ອາບີດີນ ຍັງໄດ້ກ່າວວ່າ ພວກເຈົ້າໜ້າທີ່ທະຫານ ຈະບໍ່ຍອມສົ່ງໂຕ ທ່ານອາລ-ບາເຊຍ ໄປໃຫ້ສານອາຍາສາກົນ ທີ່ຕ້ອງການໂຕທ່ານ ເພື່ອນຳໄປດຳເນີນຄະດີໃນຂໍ້ຫາກໍ່ອາຊະຍາກຳສົງຄາມ ກໍ່ໂທດກຳຕ້ານມະນຸດຊາດ ແລະຂ້າລ້າງເຊື້ອຊາດເຜົ່າພັນ. ນາຍພົນອາບີດີນ ເວົ້າວ່າ ຊູດານມີກົດໝາຍເພື່ອຮັບມືກັບຜູ້ຕ້ອງສົງໄສໃນການກໍ່ອາຊະຍາກຳຕ່າງໆຢູ່ພາຍໃນປະເທດ.
ທ່ານອາບີດີນເວົ້າວ່າ "ພວກເຮົາຈະບໍ່ສົ່ງໂຕໃຫ້ ຖ້າເຈົ້າ ພວກນັກການເມືອງຢາກຈະສົ່ງລາວໃຫ້ ທ່ານກໍສາມາດເຮັດໄດ້. ຖ້າຜູ້ໃດກໍຕາມ ຕ້ອງການຢາກຈະສົ່ງໂຕລາວໄປໃຫ້ ມັນຈະບໍ່ແມ່ນພວກທະຫານ. ພວກເຮົາມີກົດໝາຍແລະສານ. ພວກເຮົາຈະດຳເນີນຄະດີຜູ້ກ່ຽວ ເພື່ອທຳການລົງໂທດລາວ. ຊູດານມີກົດໝາຍແລະສະຖາບັນ."
ການໂຄ່ນລົ້ມທ່ານອາລ-ບາເຊຍ ມີຂຶ້ນຫຼັງຈາກໄດ້ມີການປະທ້ວງຢ່າງຂຸ້ນຂ້ຽວ ເປັນເວລາ 4 ເດືອນ ຊຶ່ງພວກປະທ້ວງ ໄດ້ພາກັນຮ້ອງທຸກ ກ່ຽວກັບການປົກຄອງແບບຜະເດັດການ ແລະບັນຫາເສດຖະກິດທີ່ນັບມື້ນັບຮ້າຍແຮງຂຶ້ນນັ້ນ.