ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທູດ​ພິ​ເສດ​ ຊູ​ດານ ປຶກ​ສາ​ຫາ​ລື​ກັນ ກ່ຽວ​ກັບ ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸ​ດ​ສະ​ທຳ


ພະ​ນັກ​ງານ​ນຳ​ເອົາ​ວັດ​ຖຸ​ການ​ຊ່ວຍ​ເຫຼືອ​ຈາກ​ອົງ​ການ​ອະ​ນາ​ໄມ​ໂລ (WHO) ແລະ ການ​ຊ່ວຍ​ເຫຼືອຈາກ​ປະ​ເທດ ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັ​ສ (UAE-AID) ລົງ​ຈາກ​ເຮືອ​ບິນ​ຢູ່​ສະ​ໜາ​ມ​ບິນ​ສາ​ກົນ ຊູ​ດານ, ປະ​ເທດ ຊູ​ດານ, 5 ພຶດ​ສະ​ພາ 2023.
ພະ​ນັກ​ງານ​ນຳ​ເອົາ​ວັດ​ຖຸ​ການ​ຊ່ວຍ​ເຫຼືອ​ຈາກ​ອົງ​ການ​ອະ​ນາ​ໄມ​ໂລ (WHO) ແລະ ການ​ຊ່ວຍ​ເຫຼືອຈາກ​ປະ​ເທດ ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັ​ສ (UAE-AID) ລົງ​ຈາກ​ເຮືອ​ບິນ​ຢູ່​ສະ​ໜາ​ມ​ບິນ​ສາ​ກົນ ຊູ​ດານ, ປະ​ເທດ ຊູ​ດານ, 5 ພຶດ​ສະ​ພາ 2023.

ທູດ​ພິ​ເສດຈາກ​ສອງພັກ​ຝ່າຍ​ທີ່​ທຳ​ການ​ຕໍ່​ສູ້​ກັນ​ຂອງ ຊູ​ດານ ແມ່ນ​ໄດ້​ໄປ​ຮອດ​ປະ​ເທດ ຊາ​ອຸ​ດີ ອາ​ຣາ​ເບຍ ເພື່ອ​ກະ​ກຽມ​ສຳລັບ​ການ​ເປີດ​ຊ່ອງ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ໃນ ຊູ​ດານ. ​ພັກ​ຝ່າຍ​ດັ່ງ​ກ່າວ​ໄດ້​ຢືນ​ຢັນ​ວ່າ​ເຂົາ​ເຈົ້າ​ມານັ່ງ​ເຊິ່ງ​ໜ້າ​ກັນ ​ເພື່ອ​ນຳ​ເອົາ​ການ​ຊ່ວຍ​ເຫຼືອ ​ມາ​ຊ່ວຍ​ບັນ​ເທົາສະ​ຖາ​ນະ​ການ​ດ້ານ​ມະ​ນຸ​ດ​ສະ​ທຳ​ໃນ​ປະ​ເທດ​ທີ່​ຕັ້ງ​ຢູ່​ພາກ​ເໜືອ​ຂອງ​ອາ​ຟ​ຣິ​ກາ​ນັ້ນ ແລະ ບໍ່​ແມ່ນ​ເພື່ອ​ເຈ​ລະ​ຈາ​ການ​ສະ​ຫງົບ​ເສິກ.

ກອງ​ປະ​ຊຸມ​ກ່ອນ​ການ​ເຈ​ລະ​ຈາ ​ໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ. ຣາ​ຊະ​ອາ​ນາ​ຈັກ ຊາ​ອຸ​ດີ ແມ່ນ​ໄດ້​ໃຫ້​ຄຳ​ສັນ​ຍາ​ແລ້ວ​ວ່າ ເຂົາ​ເຈົ້າ​ຈະ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ມູນ​ຄ່າ 100 ລ້ານ​ໂດ​ລາ​ໃຫ້ ຊູ​ດານ.

ການ​ຕໍ່​ສູ້​ໄດ້​ເກີດ​ຂຶ້ນ​ໃນ ຊູ​ດານ ເມື່ອ​ກາງ​ເດືອນ​ເມ​ສາ​ທີ່​ຜ່ານ​ມາ. ຫຼັງ​ຈາກ​ການ​ຕໍ່​ສູ້​ພຽງ​ສອງ​ສາມ​ອາ​ທິດ​ລະ​ຫວ່າງກອງ​ທັບ​ຂອງ​ປະ​ເທດ ແລະ ກອງ​ກຳ​ລັງ​ທີ່ບໍ່​ແມ່ນ​ທາງ​ການນັ້ນ, ຊາວ​ຊູ​ດານຫຼາຍ​ຮ້ອຍ​ພັນ​ຄົນ​ແມ່ນ​ຖືກ​ບັງ​ຄັບ​ໃຫ້ຫຼົບ​ໜີ​ອອກ​ຈາກ​ບ້ານເຮືອນ​ຂອງ​ເຂົາ​ເຈົ້າ, ດ້ວຍ​ຊາວ​ຊູ​ດານ​ທີ່ບໍ່​ມີ​ບ່ອນ​ຢູ່​ອາ​ໄສ​ໄດ້​ຊອກ​ຫາ​ບ່ອນຫຼົບ​ລີ້ ​ຢູ່​ໃນ​ເຂດ​ຊາຍ​ແດນ​ລະ​ຫວ່າງ​ປະ​ເທດ.

ທັງ​ສອງ​ພັກ​ຝ່າຍ, ເຊິ່ງ​ແມ່ນກອງ​ທັບ​ຂອງ​ປະ​ເທດ, ທີ່​ນຳ​ໜ້າ​ໂດຍ​ນາຍ​ພົນ ອັບ​ແດ​ລ໌ ຟັດ​ທາ ເບີ​ຮານ, ແລະ ກອງ​ກຳ​ລັບ​ສະ​ໜັບ​ສະ​ໜູນ​ວ່ອງ​ໄວ​ທີ່ບໍ່​ແມ່ນ​ທາງ​ການ, ນຳ​ໜ້າ​ໂດຍ​ນາຍ​ພົນ ໂມ​ຮຳ​ເມັດ ຮຳ​ດານ ດາ​ກາ​ໂລ, ແມ່ນບໍ່​ໄດ້​ພົບ​ປະ​ກັນ​ນັບ​ຕັ້ງ​ແຕ່​ການ​ຕໍ່​ສູ້​ໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ທີ 15 ເມ​ສາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG