ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

ສະ​ພາທະ​ຫານ ​ທີ່​ປົກ​ຄອງ​ປະ​ເທດຂອງ​ຊູ​ດານ ​ປະ​ກາດ​ວ່າ ຈະ​ມີ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ໃນ​ 9 ເດືອນຕໍ່​ໜ້ານີ້


ພວກປະທ້ວງ ພາກັນຖືທຸງຊູດານ ທີ່ສະແດງອອກຊຶ່ງໄຊຊະນະ ໃນຢາງລໍ້ທີ່ໄໝ້ຢູ່ ໃນຊາກຫັກພັງ ໃນຖະໜົນ 60 ໃກ້ໆກັບກອງ ບັນຊາການທະຫານ ໃນນະຄອນກາຣ໌ທູມ, ກາຣ໌ທູມ, ຊູດານ, 03 ມິຖຸນາ 2019.

ສະ​ພາທະ​ຫານ​ທີ່​ປົກ​ຄອງ​ປະ​ເທດໃນ​ປັດ​ຈຸ​ບັນ​ຂອງ​ຊູ​ດານ ກ່າວ​ວ່າ ຕົນ​ໄດ້​ຍົກ​ເລີກ
​ຂໍ້​ຕົກ​ລົງ​ສະ​ບັບ​ກ່ອນ ກັບພວກປະ​ທ້ວງພົນ​ລະ​ເຮືອນ ​ຫຼັງຈາກການ​ໂຈມ​ຕີ​ຂອງວັນ​ຈັນ​
ວານ​ນີ້ ໂດຍກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ຕໍ່​ສະ​ຖານ​ທີ່ປະ​ທ້ວງ ໃນ​ນະ​ຄອນຫຼວງ​
ຄາຣ໌​ທູມ ໄດ້​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ຢ່າງ​ນ້ອຍ 30 ຄົນ​.

ນາຍ​ພົນ Abdel Fattah al-Burhan ປະ​ທານ​ສະ​ພາ​ການມອບ​ໂອນ​ອຳ​ນາດໃນ​ໄລ​ຍະ
​ຂ້າມ​ຜ່ານຝ່າຍທະ​ຫານ ໄດ້​ປະ​ກາດ​ໃນ​ວັນ​ອັງ​ຄານ​ມື້​ນີ້​ໃນ​ການ​ກ່າວຄຳປາ​ໄສທາງ​
ໂທ​ລະ​ພາບ ວ່າ ຈະ​ມີ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ໃນ​ 9 ເດືອນຕໍ່​ໜ້ານີ້. ນາຍ​ພົນ Burhan
​ໄດ້ກ່າວວ່າ​ ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ແມ່ນຈະ​ຈັດຂຶ້ນ​ ພາຍ​ໃຕ້ການ​ເບິ່ງ​ແຍງ​ດູ​ແລ​ຂອງ
ຂົງ​ເຂດ​ແລະສາ​ກົນ.

ການ​ໂຈມ​ຕີ​ສະ​ຖານ​ທີ່​ຂອງ​ພວກ​ປະ​ທ້ວງ ​ຢູ່ຂ້າງນອກກະ​ຊວງ​ປ້ອງ​ກັນ​ປະ​ເທດ
ແມ່ນ​ເຫດການ​ຫຼ້າ​ສຸດ ​ທີ່​ພາ​ໃຫ້ສາຍ​ພົວ​ພັນແຕກ​ຫັກ​ລົງ ລະ​ຫວ່າງ ​ພວກ​ທະ​ຫານ
ແລະ​ກຸ່ມ​ພັນ​ທະມິດ​ເພື່ອ​ເສລີ​ພາບ ​ແລະ​ການ​ປ່ຽນ​ແປງ, ​ຊຶ່ງ​ເປັນ​ກຸ່ມ​ແນວ​ໂຮມ​ຂອງ
ພວກ​ປະ​ທ້ວງ ແລະ​ຝ່າຍ​ຄ້ານ​ອື່ນໆ. ທັງ​ສອງ​ຝ່າຍໄດ້​ເຈ​ລະ​ຈາ​ກັນ ກ່ຽວ​ກັບ​ເລື້ອງ​
ການປະ​ກອບ​ສ່ວນເຂົ້າໃນລັດ​ຖະ​ບານໄລ​ຍະ​ຂ້າມ​ຜ່ານ ພາຍຫຼັງ ການ​ໂຄ່ນ​ລົ້ມປະ​ທາ
​ນາ​ທິ​ບໍ​ດີ​ Omar al-Bashir ໂດຍ​ພວກ​ທະ​ຫາ​ນໃນ​ເດືອນ​ເມ​ສາ​ຜ່ານ​ມາ​ນີ້ ຫຼັງ​ຈາກ
​ໄດ້​ມີ​ການ​ປະ​ທ້ວງຕໍ່​ຕ້ານການ​ປົກ​ຄອງ​ຜະ​ເດັດ​ການ​ຂອງ​ທ່ານ​ນັ້ນ.

ພວກປະທ້ວງ ພາກັນຖືທຸງຊູດານ ທີ່ສະແດງອອກຊຶ່ງໄຊຊະນະ ໃນຢາງລໍ້ທີ່ໄໝ້ຢູ່ ໃນຊາກຫັກພັງ ໃນຖະໜົນ 60 ໃກ້ໆກັບກອງ ບັນຊາການທະຫານ ໃນນະຄອນກາຣ໌ທູມ, ກາຣ໌ທູມ, ຊູດານ, 03 ມິຖຸນາ 2019.
ພວກປະທ້ວງ ພາກັນຖືທຸງຊູດານ ທີ່ສະແດງອອກຊຶ່ງໄຊຊະນະ ໃນຢາງລໍ້ທີ່ໄໝ້ຢູ່ ໃນຊາກຫັກພັງ ໃນຖະໜົນ 60 ໃກ້ໆກັບກອງ ບັນຊາການທະຫານ ໃນນະຄອນກາຣ໌ທູມ, ກາຣ໌ທູມ, ຊູດານ, 03 ມິຖຸນາ 2019.

​ບັນ​ດາ​ພັກຝ່າຍ​ທັງ​ສອງ ໄດ້ຕົກ​ລົງ ທີ່​ຈະ​ປະ​ກອບ​ລັດ​ຖະ​ບານຊົ່ວ​ຄາວ ທີ່​ສາ​ມາດ​ປົກ​
ຄອງ​ຊູ​ດານ ໃນ 3 ປີ ກ່ອນ​ທີ່​ຈະ​ມອບ​ໂອນ​ອຳ​ນາດ​ໃຫ້​ລັດ​ຖະ​ບານ​ພົນ​ລະ​ເຮືອນ​ຢ່າງ​
ຖາ​ວອນ​ນັ້ນ. ແຕ່​ວ່າ ການ​ເຈ​ລະ​ຈາ​ໄດ້​ລົ້ມ​ແຫຼວ​ລົງ​ໃນເດືອນ​ແລ້ວ​ນີ້ ຍ້ອນ​ຄວາມແຕກ
​ຕ່າງ ໃນ​ການ​ນຳ​ພາ​ຂອ​ງ​ລັດ​ຖະ​ບານໄລ​ຍະ​ຂ້າມ​ຜ່ານ​ນັ້ນ​.

ໃນວັນ​ຈັນ​ວານ​ນີ້ ກອງ​ກຳ​ລັງ​ຊູ​ດານ ​ທີ່​ແຕ່ງ​ກາຍໃນ​ຊຸດ​ຕຳ​ຫຼວດ​ແລະ​ທະ​ຫານ
ໄດ້​ອ້ອມພວກ​ປະ​ທ້ວງ ໃກ້ໆ​ກັບ​ກອງ​ບັນ​ຊາ​ການ​ຂອງ​ພວກ​ທະ​ຫານ ແລະ​ໄດ້​ເລີ້ມ​
ບັງ​ຄັບ​ພວກ​ປະ​ທ້ວງໃຫ້​ອອກ​ໄປ. ໄດ້​ຍິນລະ​ເບີດ​ແລະປືນ​ກົນ​ດັງ​ຂຶ້ນແລະ​ພາບ​ວີ​ດີ​ໂອ​
ຂອງ​ສື່ມວນ​ຊົນ​ຫຼາຍໆ​ອົງການ​ແມ່ນສະ​ແດງໃຫ້​ເຫັນວ່າ ກອງ​ກຳລັງຊູ​ດານ​ແມ່ນ​ທຸບ​ຕີ
ພວກ​ປະ​ທ້ວງ​ທີ່​ພາ​ກັນ​ນອນ​ກົ້ມ​ໜ້າ​ລົງ​ດິນ. ພວກ​ປະ​ທ້ວງພາ​ກັນ​ກ່າວ​ວ່າ ໜ່ວຍ​ຕອບ
ຮັບ​ເຫດ​ການ​ຢ່າງວ່ອງ​ໄວ​ແລະ​ກຳ​ລັງ​ຮັກ​ສາ​ຄວາມ​ສະຫງົບ ແມ່ນ​ໄດ້​ອ້ອມ​ໂຮງ​ພະ​ຍາ​
ບານ 2 ແຫ່ງ ໃນ​ນະ​ຄອນ​ຄາຣ໌​ທູມ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG