ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊູດານ ອີຈິບ ມີຄວາມເຫັນ ໄປໃນແງ່ດີ ກ່ຽວກັບ ຂໍ້ຕົກລົງ ເລື້ອງເຂື່ອນໄຟຟ້າ ກັບ ເອທິໂອເປຍ


ຮູບພາບສະແດງໃຫ້ເຫັນລະດັບນໍ້າ ຢູ່ເຂື່ອນ Grand Ethiopian Renaissance ໃນປະເທດເອທິໂອເປຍ ວັນທີ 24 ກໍລະກົດ 2020.
ຮູບພາບສະແດງໃຫ້ເຫັນລະດັບນໍ້າ ຢູ່ເຂື່ອນ Grand Ethiopian Renaissance ໃນປະເທດເອທິໂອເປຍ ວັນທີ 24 ກໍລະກົດ 2020.

ຊູດານ ອີຈິບ ເອທິໂອເປຍ ໄດ້ເຫັນພ້ອມທີ່ຈະສະເໜີຮ່າງຂໍ້ຕົກລົງ ວ່າດ້ວຍ ການຄຸ້ມ
ຄອງເຂື່ອນໄຟຟ້າພະລັງນ້ຳໃນແມ່ນ້ຳໄນລ໌ຂອງ Addis Ababa ທີ່ ເປັນບັນຫາໂຕ້
ແຍ້ງກັນ ໃນວັນອັງຄານມື້ນີ້ ອີງຕາມກະຊວງນໍ້າຂອງຊູດານ.

ຢູ່ໃນຖະແຫຼງການໃນວັນອາທິດທີ່ຜ່ານມາກະຊວງດັ່ງກ່າວ ເວົ້າວ່າ “ຫຼັງຈາກ ໄດ້ມີ
ການສົນທະນາກັນຢ່າງຍືດຍາວ ບັນດາຜູ້ເຂົ້າຮ່ວມໄດ້ຕັດສິນໃຈທີ່ຈະເລີ້ມ ການເຈ
ລະຈາຄືນໃໝ່ ເພື່ອຫາທາງຕົກລົງກັນກ່ຽວກັບຄຳເວົ້າຢູ່ໃນເອກກະສານ ຂໍ້ຕົກລົງທີ່
ໄດ້ນຳສະເໜີິໂດຍທັງສາມປະເທດ.”

ການຕັດສິນໃຈໄດ້ປະກາດໃຫ້ຊາບ ທ່າມກາງການສົນທະນາທີ່ນຳພາໂດຍສະຫະພາບ
ອາຟຣິກາ (AU) ລະຫວ່າງລັດຖະມົນຕີກະຊວງນໍ້າ ແລະລັດຖະມົນຕີ ຕ່າງປະເທດ
ຈາກສາມປະເທດ ກ່ຽວກັບເຂື່ອນ Grand Ethiopian Renaissance Dam
(GERD)

ນາຍົກລັດຖະມົນຕີອີຈິບ ທ່ານໂມສຕາຟາ ມາດບູລີ ແລະຄູ່ຕຳແໜ່ງຈາກຊູດານ ທ່ານ
ອັບດາລລາ ຮໍາດັອກ ຜູ້ທີ່ໄດ້ພົບກັນຢູ່ນະຄອນຄາຣ໌ທູມໃນທ້າຍອາທິດ ໄດ້ສະແດງການສະໜັບສະໜູນແກ່ສະຫະພາບອາຟຣິກາ ທີີ່ໄດ້ນຳພາການເຈ ລະຈາ ກ່ຽວກັບ ເຂື່ອນ
ເອທິໂອເປຍ ແລະສິດທິການໃຊ້ນໍ້າ.

ຊູດານ ແລະອີຈິບ ເຫັນພ້ອມນຳກັນວ່າ ການເຈລະຈາກັບເອທິໂອເປຍເປັນພຽງ ທາງດຽວເພື່ອແກ້ໄຂບັນຫາໂຕ້ແຍ້ງເລື້ອງເຂື່ອນ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG