ຄະນະຜູ້ແທນ ຊູດານ ຄາດວ່າ ຈະເດີນທາງມາຢ້ຽມຢາມ ສະຫະລັດ ເພື່ອການເຈລະ
ຈາ ທີ່ເພັ່ງເລັງໃສ່ການຕັດປະເທດ ຊູດານ ອອກຈາກລາຍຊື່ປະເທດທີ່ສະໜັບສະໜູນ
ລັດທິກໍ່ການຮ້າຍຂອງ ສະຫະລັດ.
ຜູ້ປົກຄອງປະເທດທີ່ເປັນທະຫານ ນາຍພົນ ອັບແດລ ຟັດທາ ອາລ-ເບີຣານ ໄດ້ກ່າວ
ໃນການສຳພາດຄັ້ງທຳອິດ ກັບໂທລະພາບລັດຖະບານນັບຕັ້ງແຕ່ໄດ້ເຂົ້າກຳອຳນາດ
ວ່າ ຄະນະຜູ້ແທນດັ່ງກ່າວ ອາດຈະເດີນທາງມາໃນໄວໆ ຄື “ອາທິດນີ້ ຫຼື ອາທິດໜ້າ
ສຳລັບການປຶກສາຫາລື.”
ລັດຖະບານ ສະຫະລັດ ໄດ້ເພີ່ມປະເທດ ຊູດານ ເຂົ້າໃນລາຍຊື່ລັດທິກໍ່ການຮ້າຍຂອງ
ເຂົາເຈົ້າໃນປີ 1993 ຍ້ອນການກ່າວຫາທີ່ວ່າ ລັດຖະບານຂອງອະດີດປະທານາທິບໍດີ
ໂອມາ ອາລ-ບາເຊຍ ສະໜັບສະໜູນລັດທິກໍ່ການຮ້າຍ. ທ່ານ ບາເຊຍ ຖືກຂັບໄລ່ອອກ
ຈາກຕຳແໜ່ງໃນຕົ້ນເດືອນນີ້ໂດຍກອງທັບ ຫຼັງຈາກກຳອຳນາດມາດົນເຖິງສາມທົດສະ
ວັດ.
ໃນປີ 2017, ສະຫະລັດ ໄດ້ຍົກເລີກການປິດລ້ອມທາງການຄ້າດົນ 20 ປີຕໍ່ ຊູດານ,
ແຕ່ເຂົາເຈົ້າຍັງປະ ປະເທດ ຊູດານ ໄວ້ຢູ່ໃນລາຍຊື່ ຂອງປະເທດທີ່ສະໜັບສະໜູນລັດ
ທິກໍ່ການຮ້າຍຢູ່ຄືເກົ່າ ພ້ອມກັບ ອີຣ່ານ, ຊີເຣຍ ແລະ ເກົາຫຼີເໜືອ.
ນັບຕັ້ງແຕ່ການປົດທ່ານ ອາລ-ບາເຊຍ ນັ້ນ, ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ຍົກຍ້ອງ
ຜູ້ນຳກອງທັບຄົນໃໝ່ຂອງປະເທດດັ່ງກ່າວ ສຳລັບການປ່ອຍຕົວນັກໂທດການເມືອງ.
ໃນວັນພະຫັດທີ່ຜ່ານມາ, ບັນດາເຈົ້າໜ້າທີ່ກະຊວງການຕ່າງປະເທດໄດ້ປະກາດວ່າ
ເຂົາເຈົ້າຈະສົ່ງທູດພິເສດໄປນະຄອນຫຼວງ ຄາທູມ ເພື່ອສະໜັບສະໜູນການຫັນປ່ຽນ
ໄປສູ່ລະບອບປະຊາທິປະໄຕ.
ທ່ານ ເບີຣານ ໄດ້ຮັບຕຳແໜ່ງຜູ້ນຳຫຼັງຈາກຜູ້ທີ່ດຳລົງຕຳແໜ່ງກ່ອນໜ້າທ່ານ, ນາຍພົນ
ອາວາດ ອິບິນ ອູຟ, ໄດ້ລາອອກຈາກຕຳແໜ່ງບໍ່ເຖິງ 24 ຊົ່ວໂມງຫຼັງຈາກໄດ້ກາຍເປັນ
ຫົວໜ້າສະພາກອງທັບ.
ໂຄສົກຍິງ ກະຊວງການຕ່າງປະເທດ ທ່ານນາງ ມໍແກັນ ອໍຕາກັສ ກ່າວວ່າ ສະຫະລັດ
ຈະໄປຢ້ຽມຢາມເພື່ອ “ປັບແກ້ນະໂຍບາຍຂອງພວກເຮົາອີງຕາມການປະເມີນເຫດ
ການຂອງພວກເຮົາ,” ແຕ່ໄດ້ກ່າວຕື່ມວ່າ ການຕັ້ງ ຊູດານ ເປັນປະເທດທີ່ສະໜັບສະ
ໜູນລັດທິກໍ່ການຮ້າຍນັ້ນ “ຍັງຄົງມີຜົນບັງຄັບໃຊ້ຢູ່, ແລະ ການປຶກສາຫາລືຮອບທີສອງ
ໄດ້ຖືກງົດໄວ້ຊົ່ວຄາວ.”