ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລັດຖະມົນຕີທ່ານນຶ່ງ ແລະອີກ 31 ຄົນ ເສຍຊີວິດ ໃນອຸບັດເຫດເຮືອບິນຕົກ ທີ່ຊູແດນ


ໜ່ວຍກູ້ໄພກໍາລັງປະຕິບັດງານຄົ້ນຫາຊາກສົບ ຜູ້ເສຍຊີວິດ
ໜ່ວຍກູ້ໄພກໍາລັງປະຕິບັດງານຄົ້ນຫາຊາກສົບ ຜູ້ເສຍຊີວິດ
ເຈົ້າໜ້າທີ່ຊູແດນ ກ່າວວ່າ ລັດຖະມົນຕີໃນຄະນະລັດບານ
ຄົນນຶ່ງ ແລະອີກຢ່າງນ້ອຍ 31 ຄົນ ເສຍຊີວິດໃນລະຫວ່າງ
ທີ່ເດີນທາງໄປສະຫລອງບຸນອິສລາມບັ້ນນຶ່ງ ເວລາເຮືອບິນ
ທີ່ ເຂົາເຈົ້າຂີ່ໄປ ປະສົບອຸບັດເຫດຕົກລົງ ຢູ່ໃນລັດ South
Kordofan.

ເຈົ້າໜ້າທີ່ກ່າວວ່າ ເຮືອບິນລຸ້ນ Antonov ທີ່ເຮັດຢູ່ຣັດເຊຍ
ໄດ້ຕົກລົງ ເມື່ອວັນອາທິດມື້ນີ້ ໃນເຂດພູເຂົາ ໃກ້ກັບເມືອງ
Tolodi ບ່ອນທີ່ມີການ ຈັດງານບຸນ ເພື່ອເປັນຂີດໝາຍການ ສິ້ນສຸດລົງຂອງເດືອນສັກສິດ Ramadan ຂອງສາສະໜາອິສລາມ.

ອົງການຂ່າວ SUNA ຂອງທາງການຊູແດນ ລະບຸຊື່ລັດ
ຖະມົນຕີຜູ້ເຄາະຮ້າຍວ່າ ແມ່ນ ທ່ານ Ghazi al-Sadeq ລັດຖະມົນຕີການຊີ້ນໍາ
ແລະຝ່າຍສິດທິພິເສດ. ເຮືອບິນລໍານັ້ນ ກໍາລັງພາຜູ້ແທນລັດຖະບານຄະນະນຶ່ງໄປ
ຮ່ວມໃນງານບຸນດັ່ງກ່າວ.

ລາຍງານຂ່າວເບື້ອງຕົ້ນເວົ້າວ່າ ເຮືອບິນຕົກລົງໃນທ່າມກາງດິນຟ້າອາກາດ ທີ່ຮ້າຍ
ແຮງ ແຕ່ບໍ່ມີຂ່າວໃນທັນທີນີ້ເທື່ອວ່າ ແມ່ນຫຍັງແທ້ທີ່ເປັນສາເຫດເຮັດໃຫ້ເຮືອບິນຕົກ.

ລັດກໍໂດຟານໃຕ້ຕັ້ງຢູ່ໃນໃກ້ໆເຂດຊາຍແດນທີ່ວຸ້ນວາຍບໍ່ສະຫງົບແລະເປັນຫົວຂໍ້ຜິດຖຽງ ກັນກັບຊູແດນໃຕ້ ຊຶ່ງໃນເຂດດັ່ງກ່າວນີ້ ກໍາລັງຂອງຊູແດນໂດ້ທໍາການຕໍ່ສູ້ກັນມາກັບພວກ ກະບົດຊົນເຜົ່າ ທີ່ເຂົ້າຂ້າງກັບຊູແດນໃຕ້. ແຕ່ໂຄສົກຂອງກຸ່ມກະບົດຂະບວນການປົດ ປ່ອຍປະຊາຊົນຊູເດນເໜືອ ເວົ້າວ່າ ພວກຕົນບໍ່ມີສ່ວນໃດໆກັບເຫດການເຮືອບິນຕົກ ຄັ້ງນີ້.
XS
SM
MD
LG