ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊູດານ ເຊື່ອໝັ້ນວ່າ ອາຟຣິກາໃຕ້ ຈະບໍ່ຈັບກຸມ ປ. Omar al-Bashir


ປະທານາທິບໍດີຊູດານ ທ່ານ Omar al-Bashir ຜູ້ທີ່ໄດ້ຮັບເລືອກເປັນປະທານາທິບໍດີ ອີກຄັ້ງນຶ່ງ ຢ່າງຂາດລອຍ ເມື່ອບໍ່ດົນມານີ້ ເຊິ່ງໄດ້ຂະຫຍາຍການຄອງອຳນາດເປັນເວລາ 25 ປີ ອີກຕໍ່ໄປ ທ່ານກຳລັງກ່າວຖະແຫລງຢູ່ໃນລັດຖະສະພາ ຊູດານ, ວັນທີ 2 ມີຖຸນາ 2015.
ປະທານາທິບໍດີຊູດານ ທ່ານ Omar al-Bashir ຜູ້ທີ່ໄດ້ຮັບເລືອກເປັນປະທານາທິບໍດີ ອີກຄັ້ງນຶ່ງ ຢ່າງຂາດລອຍ ເມື່ອບໍ່ດົນມານີ້ ເຊິ່ງໄດ້ຂະຫຍາຍການຄອງອຳນາດເປັນເວລາ 25 ປີ ອີກຕໍ່ໄປ ທ່ານກຳລັງກ່າວຖະແຫລງຢູ່ໃນລັດຖະສະພາ ຊູດານ, ວັນທີ 2 ມີຖຸນາ 2015.

ກະຊວງ​ຖະ​ແຫລ​ງຂ່າວ​ຊູ​ດານ ກ່າວ​ວ່າ ປະທານາທິບໍດີ Omar
al-Bashir ຈະ​ເດີນທາງ​ກັບ​ຄືນ​ປະ​ເທດ​ຢ່າງ “​ແນ່ນອນ” ຫຼັງ
ຈາກ​ເສັດ​ສິ້ນ​ກອງ​ປະຊຸມສຸດຍອດ​ສະ​ຫະພາບອາ​ຟຣິກາ ​ໃນ​
ວັນ​ຈັນ​ມື້​ນີ້ ​ເຖິງ​ແມ່ນ​ວ່າ ຜູ້​ພິພາກສາອາ​ຟຣິກາ​ໃຕ້ທ່ານນຶ່ງ ​
ໄດ້​ອອກ​ຄຳ​ສັງ ​ໃຫ້ບັນດາ​ເຈົ້າໜ້າ​ທີ່​ ປ້ອງກັນບໍ່ໃຫ້ຜູ້ກ່ຽວ ​
ເດີນທາງ​ອອກຈາກ​ປະ​ເທດກໍ​ຕາມ.

ການ​ເດີນທາງ​ໄປຕ່າງປະ​ເທດ​ ຂອງທ່ານ Bashir ນັ້ນ ​ໄດ້​ຖືກ
ກວດສອບຢ່າງລະອຽດ ນັບ​ຕັ້ງ​ແຕ່ສານ​ອາຍາ​ສາກົນ ຫຼື ICC
​ໄດ້​ກ່າວຫາ ທ່ານ Bashir ​ໃນຄວາມຜິດ 10 ກະໂທງ​ທີ່​ປະກອບ​ມີ ​ການ​ຂ້າ​ລ້າງ​ເຊື້ອຊາດ ເຜົ່າ​ພັນ ອາ​ຊະ​ຍາກ​ອນສົງຄາມ ແລະ ອາ​ຊະ​ຍາ​ກຳ​ຕ້ານ​ມະ ນຸດຊາດ ຍ້ອນສົ່ງ​ທະຫານ ​ແລະໃຫ້ການໜູນ​ຫຼັງ​ແກ່ພວກ​ທະຫານບ້ານ ອາຣັບ​ ປາບປາມການລຸກຮືຂຶ້ນ ດ້ວຍກຳລັງ ອາວຸດ​ຢູ່​ໃນແຂວງ Darfur ໃນ​ປີ 2003.

​ແຕ່​ທ່ານ Ahmed Bilal Osman ລັດຖະມົນຕີ​ຖະ​ແຫລ​ງຂ່າວ
ຊູ​ດານ ກ່າວ​ຕໍ່​ວີ​ໂອ​ເອ ວ່າປະທາ​ນາ​ທິບໍດີ “ບໍ່​ແມ່​ນອາ​ຊະ​ຍາກ​ອນ” ​ແລະ​ໄດ້​ໄປ​ເຂົ້າຮ່ວມ ​ກອງ​ປະຊຸມ​ສຸດ​ຍອດ ຫຼັງຈາກ​ທີ່​ໄດ້​ຮັບ​ການຄ້ຳປະກັນ​ຈາກ​ ປະທານາທິບໍດີອາ​ຟຣິກາ​ໃຕ້ ທ່ານ Zuma.

ທ່ານ Osman ​ເວົ້າວ່າ “ພວກ​ເຮົາ​ມີ​ສາຍ​ພົວພັນ​ທີ່​ດີຫຼາຍ ກັບລັດຖະ ບານ​ອາ​ຟຣິກາ​ໃຕ້. ພວກ​ເຮົາ​ຮູ້​ດີວ່າ ​ເຂົາ​ເຈົ້າຈະ​ບໍ່​ຈັບ​ກຸມ​ປະທານາທິບໍດີ ​ແລະ ຈະບໍ່​ມີ​ຫຍັງ​ເກີດ​ຂຶ້ນ​ເລີຍ.”

ທ່ານ Osman ຍັງ​ໄດ້​ຕຳ​ນິຕິ​ຕຽນ ICC ​ເຊິ່ງມີ​ຄະດີ​ຕ່າງໆ ພົວພັນກັບ ປະ​ເທດ​ຊູ​ດານ ຢູການ​ດາ ສາທາລະນະ​ລັດ ປະຊາທິປະ​ໄຕ ຄອງ​ໂກ ສາທາລະນະ​ລັດ ອາ​ຟຣິກາ​ກາງ ​ເຄັນ​ຢາ ລີ​ເບຍ ​ແລະ ກົດ​ດີ​ວົວຣ໌ ​ທີ່​ພວມ​ດຳ​ເນີນ​ການ​ຢູ່ໃນເວລານີ້.

ຟັງການສຳພາດ ທ່ານ Ahmed Bilal

ລິງໂດຍກົງ
ICC - Sudan
please wait
Embed

No media source currently available

0:00 0:01:31 0:00

XS
SM
MD
LG