ການປະທະກັນລະຫວ່າງກອງທັບຂອງຊູດານ ແລະກອງກໍາລັງເຄື່ອນທີ່ຢ່າງວ່ອງໄວ ຫຼື RSF, ໄດ້ເພີ້ມຄວາມຮຸນແຮງຂຶ້ນໃນວັນອາທິດວານນີ້, ໃນຂະນະທີ່ສົງຄາມໃນນະຄອນຫຼວງ ແລະພູມິພາກທາງທິດຕາເວັນຕົກຂອງປະເທດ ກ້າວເຂົ້າສູ່ອາທິດທີ 12 ແລ້ວ, ແລະເບິ່ງຄືວ່າຍັງບໍ່ມີສັນຍານຄວາມພະຍາຍາມໃດໆ ທີ່ຈະນໍາເອົາສັນຕິພາບ ມາສູ່ຄວາມຂັດແຍ້ງນີ້, ອີງຕາມລາຍງານຂອງອົງການຂ່າວ ຣອຍເຕີ້.
ການໂຈມຕີທາງອາກາດ ແລະທາງປືນໃຫຍ່ ລວມທັງອາວຸດຂະໜາດນ້ອຍ ຍັງສາມາດໄດ້ຍິນສຽງຢູ່, ໂດຍສະເພາະ ຢູ່ໃນເມືອງໂອມເດີແມນ, ລວມທັງນະ ຄອນຫຼວງຄາຣ໌ທູມ, ໃນຂະນະທີ່ຄວາມຂັດແຍ້ງຍັງຄົງທະວີຄວາມຮຸນແຮງຂຶ້ນ ຕໍ່ວີກິດການທາງດ້ານມະນຸດສະທໍາ ແລະເປັນໄພຂົ່ມຂູ່ທີ່ຈະສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຢູ່ໃນພູມິພາກອື່ນໆຂອງປະເທດ.
ກໍາລັງ RSF ກ່າວວ່າ ພວກເຂົາໄດ້ຍິງເຮືອບິນ ແລະເຮືອບິນບໍ່ມີຄົນຂັບຂອງກອງທັບຊູດານຕົກຢູ່ໃນເມືອງບາຫ໌ຣີ (Bahri), ຢູ່ໃນຖະແຫຼງການທີ່ທາງກອງ ທັບ ຍັງບໍ່ໄດ້ສະແດງຄວາມຄິດເຫັນໃນທັນທີ.
“ພວກເຮົາຢ້ານຫຼາຍ, ທຸກໆມື້ ການໂຈມຕີດັ່ງກ່າວໄດ້ທະວີຄວາມຮຸນແຮງຂຶ້ນ,” ທ້າວນາຮີດ ຊາລາ (Nahid Salah) ອາຍຸ 25 ປີ, ຜູ້ທີ່ອາໄສຢູ່ເມືອງໂອມເດີແມນ ທາງເໜືອຂອງນະຄອນຫຼວງ ກ່າວທາງໂທລະສັບຕໍ່ອົງການຂ່າວຣອຍເຕີ້.