ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອົງການ AI ກ່າວວ່າ ຈີນແລະຣັດເຊຍ ຍັງສືບຕໍ່ ສົ່ງອາວຸດໃຫ້ຊູດານ ປະຫັດປະຫານປະຊາຊົນ


ທະຫານລັດຖະບານຊູດານ ພາກັນສະເຫຼີມສະຫຼອງ ຫຼັງຈາກໄດ້ຮັບໄຊຊະນະ ທີ່ເມືອງ al-Damazin ລັດ Blue Nile (13 ທັນວາ 2011)
ທະຫານລັດຖະບານຊູດານ ພາກັນສະເຫຼີມສະຫຼອງ ຫຼັງຈາກໄດ້ຮັບໄຊຊະນະ ທີ່ເມືອງ al-Damazin ລັດ Blue Nile (13 ທັນວາ 2011)

ອົງການ​ນີລະ​ໂທດກຳສາກົນ​ (AI) ກ່າວ​ວ່າ ​ອາວຸດ​ຕ່າງໆ​ຈາກຣັດ​ເຊຍ​ແລະຈີນນັ້ນກໍາລັງ
ຖືກ​ນໍາ​ໃຊ້​ໂດຍ​ລັດຖະບານ​ຊູ​ດານ ​ເພື່ອ​ທຳ​ການປະ​ຫັດ​ປະຫານ ​ທີ່ເປັນ​ການ​ຝ່າຝືນ​ສິດທິ​
ມະນຸດ​ຢ່າງ​ຮຸນແຮງ​ ຕໍ່​ພວກ​ພົນລະ​ເຮືອນ​ທັງຫຼາຍ.

ກຸ່ມປົກ​ປ້ອງ​ສິດ​ທິມະນຸດນານາ​ຊາດກຸ່ມ​ນີ້ ​ກ່າວໃນ​ລາຍ​ງານ​ສະບັບ​ນຶ່ງ​ວ່າ ມົສກູແລະ​ປັກ​
ກິ່ງ ຍັງ​ສືບ​ຕໍ່​ສົ່ງ​ອາວຸດ​ຍຸດ​ໂທປະກອນ​ຕ່າງໆ​ໄປ​ຍັງນ​ະຄອນ​ຫຼວງຄາ​ທູມ ປະ​ເທດຊູ​ດານ​
ນັ້ນ​ຢູ່​ຢ່າງ​ບໍ່​ລົດ​ລະ ທັ້ງໆ​ທີ່​ມີ​ຫຼັກຖານ​ອັນ​ຊັດ​ເຈນວ່າ ອາວຸດ​ເຫລົ່າ​ນີ້ ​ແມ່ນ​ນໍາ​ໃຊ້ເພື່ອເຂັ່ນ
ຂ້າ​ພວກ​ພົນລະ​ເຮືອນ​ຢູ່​ໃນ​ເຂດ​ດາ​ຟົວນັ້ນ​ກໍ​ຕາມ.

ອົງການ​ນີລະ​ໂທດ​ສາກົນ​ກ່າວ​ອີກ​ວ່າ ທັງຣັດ​ເຊຍ ​ແລະ​ຈີນ​ໄດ້​ສະໜອງ​ອາວຸດ​ສໍາຄັນ
ຕ່າງໆ​ໃຫ້​ແກ່​ລັດຖະບານ​ຊູ​ດານ ​ເປັນ​ຕົ້ນ​ວ່າ ກະສຸນ​ປືນ ເຮ​ລິ​ຄອບ​ເຕີ​ຕິດ​ອາວຸດ ​ເຮືອ
ບົນລົບ ຈະ​ຫຼວດຍິງ​ຈາກ​ອາກາດ ໄປ​ຍັງ​ພື້ນ​ດິນ ​ແລະລົດຫຸ້ມ​ເກາະ.

ອົງການ​ນີລະ​ໂທດ​ສາກົນ​ກໍາລັງ​ຮຽກຮ້ອງ​ໃຫ້​ອົງການ​ສະຫະ​ປະຊາ​ຊາດ​ຈົ່ງ ​ໂຈະ​ການ​ລໍາ
ລຽງ​ອາວຸດ​ທັງ​ໝົດ​ຂອງ​ຕ່າງປະ​ເທດ​ໄປ​ຍັງ​ຊູ​ດານ ​ແລະ​ຂະຫຍາ​ຍ​ ການ​ຫ້າມ​ຂາຍອາ​ວຸດ
ໄປ​ຍັງທົ່ວ​ປະ​ເທດ. ປັດຈຸບັນນີ້ ພວກ​ລັດຖະບານ​ຕ່າງໆ​ຈະ​ຕ້ອງ​ໄດ້​ຮັບການປະກັນວ່າອາ
ວຸດ​ຍຸດ​ໂທ​ປະກອນຕ່າງໆ​ທີ່​ນໍາ​ເຂົ້າປະ​ເທດ​ນັ້ນ​ຈະ​ບໍ່​ເອົາ​ໄປ​ໃຊ້​ໃນ​ການ​ກໍ່​ໂທດ​ກຳ​ຕ່າງໆ.

XS
SM
MD
LG