ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຄົນງານຈີນ ຍັງຄົງຖືກກັກໂຕໄວ້ ຢູ່ຊູແດນ


ແຜນທີ່ ຊູດານ.
ແຜນທີ່ ຊູດານ.

















ອົງການ​ຂ່າວ​ທາງ​ການ​ຂອງ​ຈີນ​ລາຍ​ງານ​ວ່າ ພວກ​ຄົນ​ງານ​ຈີນ 29 ຄົນ ທີ່​ຖືກ​ພວກ​ກະບົດ​ລັກພາ​ໂຕ​ໄປ ຢູ່ພາກ​ໃຕ້ຂອງ​ປະ​ເທດ​ຊູ​ແດນ ​ໃນວັນ​ເສົາ​ຜ່ານ​ມາ​ນັ້ນ ຍັງ​ຄົງ​ຖືກ​ຈັບໄວ້​ຢູ່ ​ໃນ​ຂະນະ​ທີ່​ທາງສື່​ແຫ່ງ​ລັດຊູແດນ ກ່າວ​ວ່າ ພວກ​ທະຫານ​ໄດ້​ປ່ອຍ​ໂຕ​ພວກ​ຄົນ​ງານ​ຈີນ​ 14 ຄົນ​ແລ້ວ.

ລາຍ​ງານ​ທີ່​ຂັດ​ກັນ​ທີ່​ອອກ​ມາ​ໃນ​ວັນ​ຈັນ​ມື້​ນີ້ ບໍ່​ໄດ້​ເວົ້າ​ຢ່າງ​ຈະ​ແຈ້ງ​ເຖິງຈໍານວນ​ທັງ​ໝົດ ຫລື​ວ່າ​ສະຖານະ​ພາບ ​ຂອງ​ພວກ​ຄົນ​ງານ​ທີ່​ຖືກ​ຈັບ​ໄປ​ນັ້ນ.

ອົງການ​ຂ່າວ​ຊິນ​ຫົວ​ຂອງ​ຈີນ​ເວົ້າ​ວ່າ ທະຫານ​ຊູ​ແດນ​ໄດ້​ຍົກຍ້າຍຄົນ​ງານຈີນ 17 ​ໄປ​ຍັງ​ທີ່​ປອດ​ໄພ ​ແຕ່​ວ່າ 29 ຄົນ​ຍັງ​ຖືກ​ພວກ​ກະບົດ​ຈັບໄວ້​ຢູ່.

ໂຄສົກ​ຂອງ​ກຸ່ມ​ກະບົດຂະ​ບວນການ​ປົດ​ປ່ອຍປະ​ຊາ​ຊົນ​ຊູ​ແດນ​ເໜືອກ່າວ​ວ່າ ພວກ​ຕົນ​ໄດ້​ຈັບພະນັກງານ​ຈີນ​ທັງ​ໝົດ 29 ຄົນ​ໄປ ​ໃນ​ວັນເສົາ​ຜ່ານ​ມາ​ນີ້ ລຸນຫລັງການ​ສູ້​ລົບ​ກັບ​ພວກ​ທະຫານ​ຊູແດນ​ໃນ​ລັດ​ກໍ​ໂດ​ຟານ​ໃຕ້ ​ແລະ​ໄດ້​ກັກ​ຂັງເຂົາ​ເຈົ້າໄວ້​ເພື່ອ​ຄວາມ​ປອດ​ໄພຂອງ​ພວກ​ເຂົາ​ເຈົ້າ​ເອງ.

ລັດ​ກໍ​ໂດ​ຟານ​ໃຕ້​ມີ​ຊາຍ​ແດນ​ຕິດ​ກັບປະ​ເທດໃໝ່ ຊູ​ແດນ​ໃຕ້ ທີ່ແຍກ​ອອກ​ຈາກ​ຊູ​ແດນ ​ເມື່ອເດືອນກໍລະກົດ​ປີ​ກາຍ​ນີ້.

XS
SM
MD
LG