ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈີນ ປະທ້ວງຊູແດນ ຢ່າງເປັນທາງການ ກ່ຽວກັບ ພວກຄົນງານຂອງຕົນທີ່ຖືກຈັບ


ພວກຄົນງານຈີນໃນຈໍານວນ 29 ຄົນທີ່ຖືກຈັບຢູ່ຊູແດນ
ພວກຄົນງານຈີນໃນຈໍານວນ 29 ຄົນທີ່ຖືກຈັບຢູ່ຊູແດນ

ຈີນ​ໄດ້​ທໍາ​ການ​ປະ​ທ້ວງ​ຢ່າງ​ເປັນ​ທາງ​ການ​ຕໍ່​ຊູ​ແດນ ກ່ຽວ​ກັບ​ກໍລະນີການຈັບ​ກຸມ​ພວກ​ຄົນ
ງານ​ຈີນ 29 ຄົນ ​ໂດຍ​ພວກ​ກະບົດ ​ແລະ​ໄດ້​ຈັດ​ສົ່ງ​ທີ​ມ ງານ​ນຶ່ງ​ຂອງ​ຕົນ​ໄປ​ຍັງ​ປະ​ເທດ
ອາ​ຟຣິກາ​ແຫ່ງ​ນີ້ ​ເພື່ອ​ຊ່ວຍ​ຄໍ້າປະກັນ​ການ​ປ່ອຍຕົວ​ພວກ​ເຂົາ​ເຈົ້າ.

ທ່ານ Xie Hangsheng ຮອງ​ລັດຖະມົນຕີການ​ຕ່າງປະ​ເທດ​ຈີນ ​ໄດ້​ຮຽກ​ຕົວ​ອຸບປະທູດ
ຊູ​ແດນ​ປະ​ຈໍາ​ປັກ​ກິ່ງ ​ເຂົ້າພົບ​ເມື່ອວັນ​ອັງຄານ​ວານ​ນີ້ ​ແລະ​ຍື່ນ​ຄໍາ​ຮ້ອງທຸກ​ກ່ຽວ​ກັບເຫດ
ການ​ໂຈມ​ຕີ​ຂອງ​ພວກ​ກະບົດ​ທ້ອງ​ຖິ່ນ ຕໍ່​ຄ້າຍ​ພວກ​ຄົນງານ ບໍລິສັດ​ນຶ່ງ​ຂອງ​ຈີນໃນ​ລັດ
Kordofan ​ໃຕ້​ເມື່ອ​ວັນເສົາ​ຜ່ານ​ມາ​ນີ້.

ອົງການ​ຂ່າວ​ຊິນ​ຫົວ​ທາງ​ການ​ຂອງ​ຈີນ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າຂອງ​ຮອງ​ລັດຖະມົນຕີ​ຕ່າງປະ
ເທດ Xie ທີ່​ວ່າ​ໄດ້​ບອກ​ອຸບ​ປະ​ທູດ Omer Eisa Ahmed ຂອງ​ຊູ​ແດນ ​ໃຫ້ຄໍ້າປະກັນ
ການ​ປ່ອຍ​ຕົວ​ພວກ​ຄົນ​ງານ​ຈີນ ໂດຍປອດ​ໄພ. ນອກ​ນີ້​ແລ້ວທ່ານ Xie ຍັງກ່າວ​ວ່າ​ລັດ
ຖະບານ​ຂອງ​ທ່ານ​ແມ່ນ​ໃຫ້​ຄວາມ​ສໍາຄັນເປັນ​ພິ​ເສດເພື່ອ​ພິທັກ​ປົກປ້ອງ​ພວກ​ປະຊາຊົນ​ຈີນ
ຢູ່​ຕ່າງປະ​ເທດ.

ນອກ​ນີ້​ແລ້ວ ທ່ານ Xie ຍັງ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ຄາ​ທູມ ຈົ່ງ​ເອົາມາດ​ຕະການ
ຕ່າ​ງໆ​ເພື່ອ​ຄໍ້າປະກັນ​ຄວາມ​ປອດ​ໄພ​ແກ່​ພວກ​ຄົນ​ງານ​ ​ແລະ ບໍລິສັດ​ວິ​ສາ​ຫະກິດ​ຈີນ​
ອື່ນໆ​ຢູ່​ໃນ​ຊູ​ແດນ​ນັ້ນ​ນໍາ.

ອົງການ​ຂ່າວ​ຊິນ​ຫົວ​ຍັງ​ລາຍ​ງານ​ວ່າ ​ເຈົ້າໜ້າ​ທີ່​ຈີນ​ຄະນະ​ນຶ່ງ​ໄດ້​ເດີນທາງໄປ​ເຖິງ​ເມືອງ​
ຫຼວງຄາ​ທູມຂອງ​ຊູ​ແດນ​ເມື່ອ​ວັນ​ອັງຄານ​ວານ​ນີ້ ​ເພື່ອ​ຊ່ວຍ​ກູ້ ​ເອົາ​ພວກ​ຄົນ​ງານ​ຈີນ 29
ຄົນທີ່​ຍັງ​ຖືກ​ຄວບ​ຄຸມ​ຕົວ​ ໂດຍ​ພວກ​ກະບົດ​ນັ້ນ. ລາຍ​ງານ​ເວົ້າອີ​ກວ່າ ​ໂຄສົກ​ຂອງ​ກຸ່ມ
ກະບົດ ກອງທັບ​ປົດ​ປ່ອຍ​ປະຊາຊົນ ຊູ​ແດນ ບອກ​ອົງການ​ຂ່າວ​ຊິນ​ຫົວ​ທາງ​ໂທລະສັບ
ຈາກ​ນະຄອນຫຼວງໄນ​ໂຣບີ ປະ​ເທດ​ເຄນ​ຢາ​ ວ່າ ພວກ​ຄົນ​ງານ​ຈີນ 29 ຄົນ​ດັ່ງກ່າວ​ໄດ້
ຖືກຍົກ ຍ້າຍ​ໄປ​ຢູ່​ເຂດ​ປອດ​ໄພ​ແລ້ວ ​ແລະ​ມີ​ສຸຂະພາບ​ດີ.

ລາຍ​ງາ​ນຂ່າວຈາກ​ຊູ​ແດນແຈ້ງ​ໃຫ້​ຊາບວ່າ ພວກ​ຄົນ​ງານ​ຈີນ 18 ຄົນ ​ໄດ້ ​ເອົາ​ຕົວ​ຫຼົບໜີ
ໄປ​ຢູ່​ບ່ອນ​ທີ່​ມີຄວາມ​ປອດ​ໄພ​ແລ້ວ ຫຼັງຈາກໄດ້​ມີການ​ໂຈມ​ຕີ ແລະພາກັນ​ມຸ້ງ​ໜ້າ​ໄປ​ຍັງ​
ນະ​ຄອນ​ຫຼວງຄາ​ທູມ.

ແຕ່​ປະກົດ​ວ່າ ນຶ່ງ​ໃນ​ພວກ​ທີ່​ຫຼົບໜີ​ໄປ​ນັ້ນ ຍັງ​ຫາຍ​ສາບ​ສູນ​ຢູ່ ​ໃນ​ວັນ​ອັງ ຄານ​ວານ​ນີ້.

ການ​ລັກພາ​ຕົວ​ໃນ​ຄັ້ງ​ນີ້ ​ໄດ້​ສ້າງ​ບັນຫາ​ເລັກ​ນ້ອຍ​ຂຶ້ນ​ໃນ​ຄວາມ​ສຳພັນ​ລະຫວ່າງ​ຊູ​ແດນ
ແລະຈີນ​ຊຶ່ງ​ເປັນພັນ​ທະ​ມິດ​ທີ່​ມີ​ອິດ​ທິພົນ. ຈີນ​ເປັນ​ປະ​ເທດ​ທີ່ ຊື້ນໍ້າມັນ​ລາຍ​ໃຫຍ່​ທີ່​ສຸດ​ຈາກ
ຊູ​ແດນ.

XS
SM
MD
LG