ການສູ້ລົບກັນທີ່ນະຄອນຫຼວງຂອງຊູດານຍັງດຳເນີນຢູ່ຕໍ່ມາ ໃນວັນອັງຄານວານນີ້ ນຶ່ງມື້ກ່ອນວັນພັກອິສລາມ ອີດ ອາລ-ອັດດາ ຫຼັງຈາກກຳລັງ RSF ໄດ້ເຂົ້າຢຶດເອົາຄ້າຍຕຳຫຼວດໃຫຍ່ ທີ່ນະຄອນຫຼວງຄາຣ໌ທູມ.
ການສູ້ລົບກັນຢູ່ໃນນະຄອນຫຼວງ ລະຫວ່າງທະຫານກອງທັບແຫ່ງຊາດ ພາຍໃຕ້ການນຳພາຂອງນາຍພົນ ອັບແດລ ຟັດຕາ ເບີຮານ ແລະກຳລັງສະໜັບສະໜຸນຢ່າງວ່ອງໄວ RSF ນຳພາໂດຍນາຍພົນໂມຮຳເໝັດ ຮາມດານ ດາກາໂລ ເວລານີ້ແມ່ນພວມດຳເນີນຢູ່ໃນບໍລິເວນອ້ອມແອ້ມຄ້າຍທະຫານແຫ່ງຕ່າງໆ.
ຂະນະດຽວ ຢູ່ໃນເຂດດາຟົວ ທາງພາກຕາເວັນຕົກຂອງປະເທດ ບັນຫາຂັດແຍ້ງແມ່ນຕົກຢູ່ໃນ “ລະດັບຮ້າຍແຮງທີ່ໜ້າເປັນຫ່ວງ” ອີງຕາມຄຳເຕືອນຂອງອົງການສະຫະປະຊາຊາດ.
ນັບແຕ່ສົງຄາມລະເບີດຂຶ້ນ ເມື່ອວັນທີ 5 ເມສາຜ່ານມາ ກຳລັງ RSF ໄດ້ຕັ້ງຄ້າຍຂອງຕົນຢູ່ຕາມຄຸ້ມບ້ານເຮືອນຂອງປະຊາຊົນໃນນະຄອນຫຼວງຄາຣ໌ທູມ ໃນຂະນະທີ່ກຳລັງຂອງກອງທັບຊູດານ ພວມດີ້ນຮົນເພື່ອຊອກຫາທີ່ຕັ້ງ ທັງໆທີ່ຕົນໄດ້ປຽບໃນດ້ານກອງທັບອາກາດ.
ໃນຂະນະທີ່ກຳລັງ RSF ພວມສູ້ລົບເພື່ອເຂົ້າຢຶດເອົານະຄອນຫຼວງທັງໝົດ ປະຊາຊົນຫຼາຍໆລ້ານຄົນຍັງພວມລໍຖ້າເບິ່ງຢູ່ ທັງໆທີ່ຕົກຢູ່ໃນລະຫວ່າງການສູ້ລົບ ໂດຍບໍ່ມີໄຟຟ້າແລະນ້ຳປະປາໃຊ້ ຂະນະທີ່ອາກາດຮ້ອນຈັດ.