ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊູດານ ເລີ້ມປ່ອຍ ນັກໂທດ ການເມືອງ 6 ຄົນ


ເຈົ້າ​ໜ້າ​ທີ່ຊູ​ດານ ​ໄດ້​ປ່ອຍ​ໂຕ​ນັກ​​ໂທດ​ການ​ເມຶ​ອງຫົກ​ຄົນ
ເຈົ້າ​ໜ້າ​ທີ່ຊູ​ດານ ​ໄດ້​ປ່ອຍ​ໂຕ​ນັກ​​ໂທດ​ການ​ເມຶ​ອງຫົກ​ຄົນ
ບັນດາ​ເຈົ້າ​ໜ້າ​ທີ່ຊູ​ດານ ​ໄດ້​ປ່ອຍ​ໂຕ​ນັກໂທດ​ການ​ເມຶ​ອງຫົກ​ຄົນ
ນຶ່ງ​ມື້​ຫລັງ​ຈາກປະທານາທິບໍດີ Omar Hassan al-Bashir ​
ໄດ້​ອອກ​ຄໍາ​ສັ່ງ​ໃຫ້​ປ່ອຍ​ນັກ​ໂທດ​ການ​ເມືອງ​ທີ່​ຖືກ​ກັງ​ຂັງ​ທັງ​ໝົດ.

ຜູ້​ຊາຍ​ຫົກ​ຄົນ​ ໄດ້​ຖືກ​ປ່ອຍ​ໂຕ​ໃນ​ຕອນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ຈາ​ກ
ຄຸກ Kober ​ໃນ​ນະຄອນ Khartoum. ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ
ກ່າວ​ວ່າ ​ເຂົາ​ເຈົ້າ​ເປັນ​ສະມາຊິກ​ກຸ່ມຝ່າຍ​ຄ້ານ ​ໄດ້​ຖືກ​ຄຸມ​ຂັງ​ນັບ​
ຕັ້ງ​ແຕ່​ເດືອນ​ມັງກອນ​ເປັນຕົ້ນມາ ຫລັງຈາກ​ໄດ້​ເ​ຂົ້າຮ່​ວມປະຊຸມ
​ຢູ່ Uganda ທີ່​ຮຽກຮ້ອງ​ໃຫ້​ໂຄ່ນ​ລົ້ມ​ປະທານາທິບໍດີ.

ຜູ້​ຊ່ຽວຊານສິດ​ທິມະນຸດ ສະຫະ​ປະຊາ​ຊາດ ທ່ານ​ນຶ່ງ​ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບການ​ຄຸມ​ຂັງ​ບັນດາຫົວໜ້າ​ຝ່າຍ​ຄ້ານຄົນສໍາຄັນ ​ແລະ​ຜູ້ຖືກ​ຄຸມ​ຂັງ​ຄົນ​ອຶ່ນໆ ​ໂດຍປາດ​ສະ​ຈາກ​ການ​ດຳ​ເນີນ​ຄະດີ ​ແລະ ການກ່າວ​ຫາ.

ຢູ່ໃນ​ພິທີ​ເປີດ​ສະພາ​ໃນ​ວັນ​ຈັນ​ວານ​ນີ້ ທ່ານ Bashir ​ໄດ້​ສັ່ງ​ໃຫ້​ປ່ອຍ​ໂຕ​ນັກ​ໂທດ​ການ​ເມືອງ​ທັງ​ໝົດ ອັນເປັນ​ພາກ​ສ່ວນນຶ່ງຂອງ​ລັດ​ຖະບານ ​ໃນ​ຄວາມ​ພະຍາ​ຍາມເພື່ອ “​ເປີດ​ການ​ເຈລະຈາ​ແຫ່ງ​ຊາດ” ກັບ​ທຸກໆ​ກຸ່ມ.

ຍັງ​ບໍ່​ເປັນ​ທີ່ຈະແຈ້ງ​ເທື່ອວ່າ ​ເວລາ​ໃດ ​ແລະຈະ​ມີ​ນັກ​ໂທດ​ຫລາຍເທົ່າ​ໃດ ​ຈະ​ຖືກປ່ອຍ.
ການ​ເ​ຄື່ອນ​ໄຫວ​ດັ່ງກ່າວ ​ເກີດ​ຂື້ນ​ໃນຂະນະ​ທີ່ຄວາມ​ເຄັ່ງ​ຕຶງໄດ້​ຜ່ອນ​ລົງ​ໃນຊູ​ດານ ຫລັງ​ຈາກ​ປະ​ເທດ​ດັ່ງກ່າວໄດ້​ບັນ​ລຸຂໍ້​ຕົກລົງ​ໃນ​ເດືອນ​ແລ້ວ​ນີ້ກັບຊູ​ດານ​ໃຕ້ ​ເພື່ອ​ຍຸຕິ​ຄວາມ​ເປັນ​ປໍ​ລະ​ປັກ ແລະ​ເລີ້ມ​ການ​ສົ່ງ​ນໍ້າມັນ​ຜ່ານ​ຊາຍ​ແດນຊູ​ດານ​ຄືນ​ໃໝ່. ​ເພື່ອນ​ບ້ານທັງ​ສອງ​ເກືອບ​ເກີດ​ສົງຄາມ​ກັນ​ໃນ​ປີ​ແລ້ວ​ນີ້.
XS
SM
MD
LG