ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອະດີດ ປະທານາທິບໍດີ ບາເຊຍ ຂອງຊູດານ ຂຶ້ນສານ ເພື່ອເລີ້ມການດຳເນີນຄະດີ ໃນຂໍ້ຫາ ສໍ້ລາດບັງຫຼວງ


ອະດີດປະທານາທິບໍດີຊູດານ ທ່ານ ໂອມາ ອາລ-ບາເຊຍ ອອກໄປຈາກຫ້ອງການ ຂອງໄອຍະການຕໍ່ຕ້ານ ການສໍ້ລາດບັງຫຼວງ ໃນນະຄອນຫຼວງຄາຣ໌ທູມ ຂອງຊູດານ, ວັນທີ 16 ມິຖຸນາ 2019.
ອະດີດປະທານາທິບໍດີຊູດານ ທ່ານ ໂອມາ ອາລ-ບາເຊຍ ອອກໄປຈາກຫ້ອງການ ຂອງໄອຍະການຕໍ່ຕ້ານ ການສໍ້ລາດບັງຫຼວງ ໃນນະຄອນຫຼວງຄາຣ໌ທູມ ຂອງຊູດານ, ວັນທີ 16 ມິຖຸນາ 2019.

ອະດີດປະທານາທິບໍດີຂອງຊູດານ ທ່ານໂອມາ ອາລ-ບາເຊຍ ໄດ້ໄປປາກົດຕົວຢູ່ສານ
ເພື່ອປະເຊີນກັບຂໍ້ຫາສໍ້ລາດບັງຫຼວງ ພາຍຫຼັງຈາກໄດ້ຖືກຂັບໄລ່ ອອກຈາກຕຳແໜ່ງ
ໂດຍກອງທັບ ມາໄດ້ສີ່ເດືອນ​ແລ້ວ.

ທ່ານບາເຊຍ ຜູ້ທີ່ໄດ້ປົກຄອງຊູດານມາເປັນເວລາ 30 ປີ ໄດ້ຖືກຂໍ້ຫາມີເງິນຕາຕ່າງ
ປະເທດ ໃນຄອບຄອງຢ່າງຜິດກົດໝາຍ ແລະການຮັບເອົາສິນບົນເປັນຂອງຂວັນ
ແບບຜິດກົດໝາຍ. ອີງຕາມນັກສືບຜູ້ທີ່ໄດ້ໃຫ້ການຕໍ່ສານນັ້ນ ທ່ານບາເຊຍ ໄດ້ກ່າວ
ຕໍ່ບັນດານັກສືບສວນສອບສວນວ່າ ທ່ານໄດ້ຮັບເງິນສົດຫຼາຍລ້ານໂດລາ ຈາກ
ປະເທດຊາອຸດີ ອາຣາເບຍ.

​ປະ​ຊາ​ຊົນ​ໃນ​ນະ​ຄອນ​ຫຼວງຄາ​ຣ໌ທູມ ຫຼາຍຄົນ ບໍ່​ພໍ​ໃຈກັບການ​ດຳ​ເນີນຄະດີ​ດັ່ງ​ກ່າວ​
ຊຶ່ງຫຼາຍໆຄົນ ກ່າວວ່າ ມັນ​ນ້ອຍ​ເກີນ​ໄປ ​ແລະ​ກໍສາຍເກີນໄປແລ້ວ.

ທ້າວອັບດູລາ ມາມູດ ໄດ້ກ່າວຕໍ່ວີໂອເອ ວ່າ “ການດຳ​ເນີນ​ຄະ​ດີ ບາເຊຍ ແມ່ນຜິດ
ຫວັງຢູ່ໜ້ອຍນຶ່ງ. ພວກເຂົາບໍ່ຫົວຊານຳເລື້ອງໃຫຍ່ ຢູ່ໃນສານ ພວກເຂົາ ບໍ່ຫົວຊາ
ເລີຍນຳ ການຂ້າລ້າງເຊື້ອຊາດເຜົ່າພັນ ລາວຄວນຖືກດຳເນີນຄະດີ ໃນຖານການຂ້າ
ລ້າງເຊື້ອຊາດເຜົ່າພັນ ແລະການສັງຫານຜູ້ຄົນ ກ່ອນໝູ່​ໝົດ.”

ສານອາຍາສາກົນ ຫຼື ICC ໄດ້​ຕັ້ງຂໍ້ຫາ​ຕໍ່ອະດີດປະທານາທິບໍດີ​ຊູ​ດານ ໃນຖານກໍ່
ອາຊະຍາກຳສົງຄາມ ກໍ່ອາຊະຍາກຳຕ້ານມະນຸດ​ຊາດ ແລະການຂ້າລ້າງເຊື້ອຊາດ
ເຜົ່າພັນ ສຳລັບການກະທຳຂອງຜູ້ກ່ຽວ ໃນລະຫວ່າງທີ່​ເຮັດ ສົງຄາມ ຢູ່ໃນເຂດດາຟົວ
ຂອງຊູດານ ທີ່ແກ່ຍາວມາເປັນເວລາດົນນານ.

ໃນເດືອນພຶດສະພາຜ່ານມານີ້ ທ່ານບາເຊຍ ຍັງໄດ້ຖືກຂໍ້ຫາ ຖານຍຸ​ຍົງ ແລະ ພົວພັນ
ໃນການສັງຫານພວກປະທ້ວງ ຜູ້ທີ່ໄດ້ທ້າທາຍຕໍ່ການປົກຄອງຂອງທ່ານ. ໃນໄລຍະ
ສີ່ເດືອນຂອງການປະທ້ວງທີ່ທະວີ​ຄວາມ​ຮ້າຍ​ແຮງຂຶ້ນເລື້ອຍໆ ທີ່ໄດ້ກະຕຸ້ນໃຫ້ກອງທັບ
ປົດທ່ານບາເຊຍ ອອກຈາກອຳນາດ ໃນວັນທີ 11 ເດືອນ ເມສາ ປີນີ້.

ທ່ານບາເຊຍ ອາຍຸ 75 ປີ ແຕ່ງກາຍໃນຊຸດເສື້ອຄຸມສີຂາວ ຕາມ​ປະ​ເພ​ນີ​ຂອງຊາວ​ຊູ​ດານ
ໄດ້ເບິ່ງການດຳເນີນຄະດີ ໃນວັນຈັນວານນີ້ ຈາກກົງຂັງຢູ່ພາຍໃນຫ້ອງສານ.

ຫົວ​ໜ້າທະນາຍຄວາມຂອງຈຳເລີຍ ທ່ານອາເມດ ອີບຣາຮີມ ອາລ-ຕາເຮຍ ໄດ້ກ່າວຕໍ່
ທ່ານປີເຕີ ຄຣໍຕີ ນັກຂ່າວຂອງວີໂອເອ ວ່າ ອະດີດປະທານາທິບໍດີ ແມ່ນໝັ້ນໃຈວ່າ ຈະ
ເອົາຊະນະຂໍ້ຫາສໍ້ລາດບັງຫຼວງຕ່າງໆໄດ້.

ທະນາຍຄວາມທ່ານນີ້ ໄດ້ຍອມຮັບວ່າ ທ່ານບາເຊຍ ໄດ້ຮັບເອົາເງິນຈາກຕ່າງປະເທດ
ແຕ່ໄດ້ກ່າວວ່າ ລູກຄວາມຂອງທ່ານ ໄດ້ໃຊ້ເງິນດັ່ງກ່າວ ເພື່ອວັດຖຸປະສົງ ທາງດ້ານ
ສາທາລະນະ ເຊັ່ນວ່າ ໃຫ້ການຊ່ອຍເຫຼືອທຶນ ແກ່ໂຮງໝໍຕ່າງໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG