ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ ຮັກສາສັນຕິພາບ ຂອງ ສປຊ ຢູ່ຊູດານ 7 ຄົນ ເສຍຊີວິດ


ແຜນທີ່ເຂດ Darfur ທີ່ມີບັນຫາຂອງຊູດານ ບ່ອນທີ່ທະຫານຮັກສາສັນຕິພາບຂອງອົງການສະຫະປະຊາຊາດ 7 ຄົນ ໄດ້ຖືກສັງຫານ.
ແຜນທີ່ເຂດ Darfur ທີ່ມີບັນຫາຂອງຊູດານ ບ່ອນທີ່ທະຫານຮັກສາສັນຕິພາບຂອງອົງການສະຫະປະຊາຊາດ 7 ຄົນ ໄດ້ຖືກສັງຫານ.
ທະຫານຮັກສາສັນຕິພາບຂອງອົງການສະຫະປະຊາຊາດ 7
ຄົນ ໄດ້ຖືກສັງຫານ ຢູ່ໃນເຂດ Darfur ທີ່ມີບັນຫາຂອງຊູດານ
​ເວລາພວກມືປືນກຸ່ມ​ນຶ່ງດັກ​ໂຈມ​ຕີພວກເຂົາເຈົ້າ.

ການຈູ່ໂຈມດັ່ງກ່າວແມ່ນເປັນການໂຈມຕີທີ່ຮ້າຍແຮງທີ່ສຸດ
ຄັ້ງດຽວ ຕໍ່ກໍາລັງຮັກສາສັນຕິພາບຮ່ວມ ລະຫວ່າງສະຫະ
ພາບອາຟຣິກາ ແລະສະຫະປະຊາຊາດ ໃນປະຫວັດສາດ
ຫ້າປີຂອງ​ກອງ​ກໍາລັງ​ດັ່ງກ່າວ ທີ່​ເອີ້ນຫຍໍ້ວ່າ UNAMID.

​ເຈົ້າ​ໜ້າ​ທີ່​ UNAMID ເວົ້າວ່າ ທີມງານດັ່ງກ່າວ ໄດ້ຕົກຢູ່
ພາຍໃຕ້ການຖືກຍິງ​ໂຈມ​ຕີຢ່າງໜັກ ຈາກກຸ່ມ​ໃຫຍ່ໆ​ກຸ່ມ​ນຶ່ງ
ທີ່ບໍ່ຮູ້ວ່າ​ແມ່ນ​ຝ່າຍ​ໃດ. ໂຄສົກຜູ້ນຶ່ງ ກ່າວວ່າ “ການຍິງຕໍ່ສູ້ກັນທີ່ຍືດເຍື້ອອອກ​ໄປເປັນເວ
ລານານ” ໄດ້ເກີດຂຶ້ນຢູ່ປະມານ 25 ກິໂລແມັດ ຫ່າງຈາກເມືອງ Khor Abeche ໄປທາງ
ຕາເວັນຕົກ ຢູ່ໃນເຂດທີ່ທະຫານຂອງ Tanzania ເປັນຜູ້ຮັກສາສັນຕິພາບ.

ຢ່າງໜ້ອຍທະຫານຮັກສາສັນຕິພາບອີກ 17 ຄົນ ໄດ້ຮັບບາດເຈັບ ຢູ່ໃນການໂຈມຕີດັ່ງກ່າວ
ຊຶ່ງໃນນັ້ນມີຜູ້ຍິງສອງຄົນ.

ໃນຖະແຫລງການສະບັບນຶ່ງນັ້ນ ທ່ານ ພັນ ກິມູນ ເລຂາທິການໃຫຍ່ຂອງ ອົງການສະ
ຫະປະຊາຊາດເວົ້າວ່າ ທ່ານມີ “ຄວາມໂກດເຄືອງຢ່າງ​ທີ່​ສຸດ” ນໍາການໂຈມຕີດັ່ງກ່າວ.

ກໍາລັງຮັກສາສັນຕິພາບ ທີ່ຖືກສ້າງຕັ້ງຂຶ້ນມາ ເພື່ອໃຫ້ການປົກປ້ອງແກ່ພົນລະເຮືອນ ຢູ່ໃນເຂດດາຟົວນັ້ນ ​ແມ່ນປະກອບດ້ວຍທະຫານແລະຕໍາຫລວດ ຢ່າງໜ້ອຍ 20 ພັນຄົນ.

ແຕ່ວ່າ ຄວາມ​ພະຍາຍາມ​ໃນ​ການຮັກສາສັນຕິພາບ ກໍບໍ່ສາມາດຍຸຕິບັນຫາຂັດແຍ້ງ ຢູ່ໃນ
ເຂດດາຟົວ​ໄດ້ ຊຶ່ງເປັນເຂດທີ່ພວກກະບົດ ໄດ້ລຸກຂຶ້ນຈັບປືນຕໍ່ສູ້ກັບລັດຖະບານຊູດານ ​10 ປີກ່ອນໜ້ານີ້ ໂດຍກ່າວຫາລັດຖະບານດັ່ງກ່າວວ່າ ປະຕິບັດແບບມີການຈໍາແນກຕໍ່
ເຂົາເຈົ້າ.
XS
SM
MD
LG