ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ຝ່າຍທະ​ຫານຂອງ​ຊູ​ດານ ງົດການ​ເຈ​ລະ​ຈາ ກັບຝ່າຍພົນ​ລະ​ເຮືອນ ເລື້ອງລັດ​ຖະ​ບານ ໃນ​ໄລ​ຍະ​ຂ້າມ​ຜ່ານ


ພວກ​ປະ​ທ້ວງພາ​ກັນ​ສະ​ຫລອງ​ຢ່າງ​ໃຫຍ່ ​ພາຍ​ຫລັງ​ທີ່​ມີການຕົກ​ລົງ ​ໃນ​ເລື້ອງ​ໂຄ່ງ​ຮ່​າງ​ໃຫຍ່ໆ ຂອງ​ລັດ​ຖະ​ບານ​ໃນ​ໄລ​ຍະ​ຂ້າມ​ຜ່ານ ທີ່​ຈະ​ດຳ​ເນີນ​ໄປ​ເປັນ​ເວ​ລາ 3 ປີ ແລ້ວ​ຈະມີ​ການ​ໂອນ​ອຳ​ນາດ​ໃຫ້​ພົນ​ລະ​ເຮືອນນັ້ນ ໃນ​ວັນ​ທີ 15 ພຶດ​ສະ​ພາ, 2019 ກ່ອນ​ການ​ເຈ​ລະ​ຈາ​ຈະ ​ຖືກ​ໂຈະ​ໄວ້.
ພວກ​ປະ​ທ້ວງພາ​ກັນ​ສະ​ຫລອງ​ຢ່າງ​ໃຫຍ່ ​ພາຍ​ຫລັງ​ທີ່​ມີການຕົກ​ລົງ ​ໃນ​ເລື້ອງ​ໂຄ່ງ​ຮ່​າງ​ໃຫຍ່ໆ ຂອງ​ລັດ​ຖະ​ບານ​ໃນ​ໄລ​ຍະ​ຂ້າມ​ຜ່ານ ທີ່​ຈະ​ດຳ​ເນີນ​ໄປ​ເປັນ​ເວ​ລາ 3 ປີ ແລ້ວ​ຈະມີ​ການ​ໂອນ​ອຳ​ນາດ​ໃຫ້​ພົນ​ລະ​ເຮືອນນັ້ນ ໃນ​ວັນ​ທີ 15 ພຶດ​ສະ​ພາ, 2019 ກ່ອນ​ການ​ເຈ​ລະ​ຈາ​ຈະ ​ຖືກ​ໂຈະ​ໄວ້.

ສະ​ພາ​ທະ​ຫານ​ທີ່​ປົກ​ຄອງ​ປະ​ເທດ​ຊູ​ດານຢູ່​ໃນ​ເວ​ລານີ້ ໄດ້​ງົດ​ການ​ເ​ຈ​ລະ​ຈາ​ກັບ​ພວກ​ຜູ້​ນຳໃນການ​ປະ​ທ້ວງ​ທີ່​ເປັນ​ພົນ​ລະ​ເຮືອນ​ກ່ຽວ​ກັບ​ເລື້ອງລັດ​ຖະ​ບານໃນ​ໄລ​ຍະ​ຂ້າມ​ຜ່ານ ພາຍ​ຫລັງ​ທີ່​ຢ່າງ​ໜ້ອຍ 8 ຄົນ​ ໄດ້​ຮັບ​ບາດ​ເຈັບ ​ໃນ​ການປະ​ທະ​ກັນ​ ​ກັບ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ ໃນ​ນະ​ຄອນ​ຫລວງ ຄາ​ຣ໌​ທູມ ໃນ​ວັນ​ພຸດ​ວານນີ້.

ນາຍ​ພົນ ແອັບ​ແດ​ລ ແຟ​ຕ​ຕາ ອາ​ລ-ເບີ​ແຮນ (Abdel Fattah al-Burhan) ໄດ້ປະ​ກາດ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ ການ​ເຈ​ລະ​ຈາໄດ້​ຖືກ​ໂຈ​ະເປັ​ນ​ເວ​ລາ 72 ຊົ່ວ​ໂມງແລ້ວ ພາຍ​ຫລັງທີ່​ມີ​ການ​ຍິງ​ກັນ ຊຶ່ງ​ທ່ານ​ໄດ້ຖິ້ມ​ໂທດ​ໃສ່​ພວກ​ປະ​ທ້ວງ​ທີ່ບໍ່​ຍອມເອົາ​ເຄື່ອງ​ກີດ​ຂວາງ ​ທີ່​ວາງ​ຕັນທາງຢູ່​ໃນ​ຖະ​ໜົນ​ໃຫຍ່ສາຍ​ຕ່າງໆ ໃນ​ນະ​ຄອນ​ຫລວງ​ແຫ່ງນັ້ນອອກ ໄປ. ເຄື່ອງ​ກີດ​ຂວາງດັ່ງ​ກ່າວໄດ້ຕັ້ງ​ຂຶ້ນຕອນ​ທຳ​ອິດ​ໃນ​ເດືອນ​ແລ້ວນີ້ ໃນ​ໄລ​ຍະ​ທີ່​ເລີ້​ມ​ຕົ້ນມີ​ການ​ນັ່ງ​ປະ​ທ້ວງທີ່ເພີ້ມ​ທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນຈາກ​ຖະ​ໜົນ​ຫົນ​ທາງ​ຕ່າງໆ ​ໂດຍຮຽກ​ຮ້ອງ​ໃຫ້​ປົດ​ທ່ານໂອ​ມາ ອາ​ລ-ບາ​ເຊຍ (Omar al-Bashir) ​ຈອມຜ​ະ​ເດັດ​ການ​ມາ​ເປັນ​ເວ​ລາ​ດົນ​ນານ​ນັ້ນ​ອອກ​ຈາກ​ຕຳ​ແໜ່ງ.

ທະ​ຫານ​ໄດ້​ໂຄ່ນ​ລົ້ມການ​ປົກ​ຄອງ​ປະ​ເທດ​ຂອງ​ທ່ານ ບາ​ເຊຍ​ທີ່​ມີ ມາ​ໄດ້ 30 ປີ ນັ້ນ ໃນ​ວັນ​ທີ 11 ເມ​ສາ ຜ່ານ​ມາ ແຕ່​ວ່າການ​ນັ່ງ​ປະ​ທ້ວງແລະ​ເຄື່ອງ​ກີດຂວາງ ຍັງ​ວາງຕັນທາງ​ຢູ່​ຄື​ເກົ່າ ໂດຍ​ທີ່​ພວກ​ປະ​ທ້ວງ​ຮຽກ​ຮ້ອງ​ໃຫ້​ທະ​ຫານ​ໂອນ​ອຳ​ນາດ​ໃຫ້​ແກ່ລັດ​ຖະ​ບານ​ພົນ​ລະ​ເຮືອນ.

ສະ​ພາ​ທະ​ຫານຊູ​ດານ ແລະ ພວ​ກຜູ້​ນຳ​ການປະ​ທ້ວງຂອງ​ພົນ​ລະ​ເຮືອນໄດ້​ຕົກ​ລົງ​ໃນ​ເລື້ອງ​ໂຄ່ງ​ຮ່​າງ​ໃຫຍ່ໆ ຂອງ​ລັດ​ຖະ​ບານ​ໃນ​ໄລ​ຍະ​ຂ້າມ​ຜ່ານ ກ່ອນການ​ເຈ​ລະ​ຈາ​ກັນຈະ​ຖືກ​ໂຈະ​ໄວ້.

ພວກ​ປະ​ທ້ວງ​ກຳ​ລັງ​ຍ່າງ​ໄປ​ຫາ​ບ່ອນ ​ນັ່ງ​ປະ​ທ້ວງຢູ່ນອກ​ຄ້າຍ​ທະ​ຫານ ໃນ​ນະ​ຄອນ​ຄາ​ຣ໌​ທູມ, ວັນ​ທີ 14 ພຶດ​ສະ​ພາ, 2019
ພວກ​ປະ​ທ້ວງ​ກຳ​ລັງ​ຍ່າງ​ໄປ​ຫາ​ບ່ອນ ​ນັ່ງ​ປະ​ທ້ວງຢູ່ນອກ​ຄ້າຍ​ທະ​ຫານ ໃນ​ນະ​ຄອນ​ຄາ​ຣ໌​ທູມ, ວັນ​ທີ 14 ພຶດ​ສະ​ພາ, 2019

ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຮຽກ​ຮ້ອງ​ໃຫ້​ມີ​ສັນ​ຍາໃນ​ເລື້ອງ​ການ​ຄອງ​ອຳ​ນາດ​ຮ່ວມ​ກັນໃນ​ໄລ​ຍະ​ຂ້າມ​ຜ່ານ​ເປັນ​ເວ​ລາ 3 ປີ ຊຶ່ງ​ລວມ​ມີ​ສະ​ພາ​ສາມ​ອັນ ທີ່ບໍລິ​ຫານລັດ​ຖະ​ບານ ສູງ​ສຸດ ກະ​ຊວງ​ຕ່າງໆ, ແລະ​ຝ່າຍ​ນິ​ຕິ​ບັນ​ຢັດ. ຝ່າຍ​ອົງ​ການ​ປະ​ກາດ​ອິດ​ສະ​ຫຼະ ພາບ ແລະ​ກຳ​ລັງ​ໃນ​ການ​ປ່ຽນ​ແປງ ຫລື DFCF ທີ່​ເປັນ​ຝ່າຍ​ຄ້ານ ຈະ​ກຳ 2 ສ່ວນ 3 ຂອງ​ຈຳ​ນວນບ່ອນ​ນັ່ງ ໃນ​ສະ​ພາທີ່​ມີ 300 ບ່ອນ​ ນັ້ນ.

ແຕ່​ວ່າ ຍັງ​ບໍ່​ທັນ​ມີ​ການ​ຕົກ​ລົງຈາກ​ຝ່າຍ​ໃດ​ເທື່ອ ທັງ​ຈາກ​ຝ່າຍ​ພົນ​ລະ​ເຮືອນ ແລະ​ທະ​ຫານ ທີ່​ຈະ​ໄດ້​ເປັນ​ພັກມີ​ສຽງ​ສ່ວນ​ຫລາຍ​ຢູ່​ໃນສະ​ພາບໍ​ລິ​ຫານສູງ​ສຸດ​ຂອງ​ປະ​ເທດ ຈົນ​ກວ່າ​ຈະ​ມີ​ການ​ເລືອກ​ຕັ້ງ​ໃນ​ປີ 2022.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG