ຊູດານໄດ້ຮັບຜ່ານກົດໝາຍ ຫ້າມການຕັດອະໄວຍະວະເພດແມ່ຍິງ ຫລື FGM ແລະອະນຸຍາດໃຫ້ຜູ້ທີ່ບໍ່ແມ່ນຊາວມຸສລິມສາມາດດື່ມເຫລົ້າໄດ້, ອີງຕາມລັດຖະ ມົນຕີກະຊວງຍຸຕິທໍາໃນຕອນບ່າຍວັນເສົາຜ່ານມາ.
ການເຄື່ອນໄຫວດັ່ງກ່າວປາກົດວ່າ ເປັນການຕ່າວປີ້ນນະໂຍບາຍທີ່ຍຶດໝັ້ນໃນ ຫລັກການສາສະໜາອິສລາມ ມາໄດ້ 4 ທົດສະວັດແລ້ວ ທີ່ໄດ້ຈໍາກັດເສລີພາບ ຂອງແມ່ຍິງນັ້ນ.
ໄປພ້ອມໆກັບການຫ້າມດັດແປງອະໄວຍະວະເພດຂອງແມ່ຍິງນັ້ນ, ສະພາແຫ່ງ ອະທິປະໄຕຂອງຊູດານໃນອາທິດຜ່ານມານີ້ ກໍໄດ້ຕ່າວປີ້ນກົດໝາຍອັນນຶ່ງຊຶ່ງໃນ ເມື່ອກ່ອນໄດ້ຮຽກຮ້ອງໃຫ້ແມ່ຍິງຕ້ອງໄດ້ຮັບອະນຸຍາດຈາກສະມາຊິກ ຄອບຄົວ ທີ່ເປັນຜູ້ຊາຍເສຍກ່ອນ ຈຶ່ງສາມາດເດີນທາງກັບລູກຂອງຕົນໄດ້.
ນາຍົກລັດຖະມົນຕີອັບດູລລາ ແຮມດອກ (Abdulla Hamdock) ໄດ້ສັນລະ ເສີນການປ່ຽນແປງດັ່ງກ່າວວ່າ “ເປັນບາດກ້າວອັນສໍາຄັນໃນການປະຕິຮູບລະ ບົບຍຸຕິທໍາ.”
ໃນຂະນະທີ່ພວກສະແຫວງຫາການສະໜັບສະໜຸນສິດທິຂອງແມ່ຍິງໄດ້ສະຫຼອງ ການຕັດສິນທີ່ໄດ້ຄອງຄອຍມາເປັນເວລາດົນນານ, ເຂົາເຈົ້າກໍໄດ້ເຕືອນວ່າ ການ ຕັດອະໄວຍະວະເພດຍິງຍັງຝັງເລິກໃນທາງວັດທະນະທໍາຢູ່ໃນຊູດານ. ການສໍາຫຼວດໃນປີ 2014 ໂດຍອົງການສະຫະປະຊາຊາດພົບວ່າແມ່ຍິງ ແລະຍິງສາວ ຊາວຊູດານ 87 ເປີເຊັນອາຍຸລະຫວ່າງ 15 ຫາ 49 ປີ ແມ່ນຕ້ອງໄດ້ຜ່ານຂັ້ນ ຕອນນັ້ນ.
ບັນດາພວກຕໍາໜິເລື້ອງນີ້ ລວມທັງ ພວກສະແຫວງຫາການສະໜັບສະໜຸນສິດ ທິຂອງແມ່ຍິງ ໄດ້ໃຫ້ຂໍ້ສັງເກດກ່ຽວກັບເວລາຂອງການຕັດສິນ, ໂດຍເວົ້າວ່າໃນ ຂະນະທີ່ປະເທດກໍາລັງຕໍ່ສູ້ກັບການລະບາດຢ່າງໜັກຂອງໄວຣັສໂຄໂຣນາໃໝ່ ແລະການຂາດແຄນເຊື້ອເພີງຢູ່ນີ້ ພວກເຂົາເຈົ້າມີແຫ່ງຊັບພະຍາກອນເລັກໜ້ອຍ ໃນການເຜີຍແຜ່ໃຫ້ຄົນເຂົ້າໃຈກ່ຽວກັບກົດໝາຍໃໝ່ພວກນີ້.
ຖ້າຜູ້ໄດ້ຖືກພົບເຫັນວ່າໄດ້ທໍາຂັ້ນຕອນດັ່ງກ່າວ ຈະຖືກຕິດຄຸກ 3 ປີ, ອີງຕາມ ການລາຍງານຂອງອົງການຂ່າວເອພີ.
ການດື່ມເຫລົ້າໄດ້ຖືກເກືອດຫ້າມໃນຊູດານນັບແຕ່ປະທານາທິບໍດີ ຈາຟາ ໄນເມຣີ (Jaafar Nimeiri) ໄດ້ປະກາດກົດໝາຍອິສລາມໃນປີ 1983 ເປັນຕົ້ນ ມາ ຊຶ່ງເປັນການເຄື່ອນໄຫວທີ່ໄດ້ຖືກເສີມຂະຫຍາຍອອກໂດຍປະທານາທິບໍດີ ໂອມາ ອາລ ບາເຊຍ (Omar al Bashir) ທີ່ຫາກໍ່ຖືກປົດລົງຈາກຕໍາແໜ່ງ ເມື່ອມໍ່ໆມານີ້.
ປະມານ 3 ເປີເຊັນຂອງຊູດານບໍ່ແມ່ນຊາວມຸສລິມ, ອີງຕາມການປະເມີນຂອງ ອົງການສະຫະປະຊາຊາດ.