ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊູດານ ຖືກກ່າວຫາວ່າ ໃຊ້ອາວຸດເຄມີ ໃນເຂດ ດາຟົວ


ຮູບພາບທີ່ນຳອອກເຜີຍແຜ່ ໂດຍກຳລັງສະຫະພາບອາຟຣິກາ ພາຍໃຕ້ການນຳພາສະຫະປະຊາຊາດ ທີ່ປະຕິບັດງານ ຢູ່ເຂດດາຟົວ.
ຮູບພາບທີ່ນຳອອກເຜີຍແຜ່ ໂດຍກຳລັງສະຫະພາບອາຟຣິກາ ພາຍໃຕ້ການນຳພາສະຫະປະຊາຊາດ ທີ່ປະຕິບັດງານ ຢູ່ເຂດດາຟົວ.

ລັດຖະມົນຕີ​ຍຸ​ຕິ​ທຳ​ຊູ​ດານ ​ໄດ້​ປະຕິ​ເສດຕໍ່​ການກ່າວ​ອ້າງ​ ຂອງບັນດາ​ຜູ້​ປະສົບ​ໄພ​ສົງຄາມ ທີ່​ເມືອງ​ Jebel Marra ​ໃນ​ເຂດດາ​ຟົວ ທີ່​ເວົ້າວ່າ ​ເຂົາ​ເຈົ້າ​ໄດ້ຖືກ ​ອາວຸດ​ເຄມີ ​ຂອງ​ລັດຖະ ບານ​ຊູ​ດານ.

ອົງການ​ນິລະ​ໂທ​ດກຳ​ສາກົນ​ ໄດ້​ລາຍງານ​ໃນວັນ​ພະຫັດ​ວານ​ນີ້​ວ່າ ນັບ​ແຕ່​ເດືອນມັງກອນ​ເປັນຕົ້ນມາ ປະຊາ​ຊົນ​ຢູ່​ເມືອງ Jebel Merra ໄດ້​ແຈ້ງ​ວ່າ ​ເກີດ​ຕຸ່ມ ​ແລະເປັນປ່າມ​ແດງ ໜັງ​ເປື່ອຍ​ອອກ ມີ​ບັນຫາ​ຕາ ​ຮ​ວມທັງ​ເສຍ​ສາຍຕາ ຮາກ​ອອກ​ມາ​ມີ​ເລືອດ ຖອກທ້ອງ ​ແລະ​ມີ​ບັນ​ຫາ​ການ​ຫາຍ​ໃຈ.

ອົງການ​ນິລະ​ໂທດ​ກຳ​ສາກົນກ່າວ​ວ່າ ອາການເຫລົ່າ​ນີ້ແມ່ນ​ເກີດມາ​ຈາກ​ອາວຸດ​ເຄມີ ທີ່​ໃຊ້​ໂດຍ​ພວກ​ເຈົ້າ​ໜ້າ​ທີ່​ຊູ​ດານ ​ແລະ​ອົງ​ການ​ດັ່ງກ່າວ​ເວົ້າ​ວ່າ ມີ​ຈຳນວນ​ຫຼາຍ​ເຖິງ 250 ຄົນ ຮວມທັງ​ພວກ​ເດັກນ້ອຍ​ຫຼາຍ​ຄົນ ອາດ​ໄດ້​ເສຍ​ຊີວິດ​ທີ່​ເປັນ​ຜົນ​ມາ​ຈາກ​ການ​ໂຈມ​ຕີ​ດ້ວຍ ອາວຸດເຄມີ ​ແລະ​ອີກ​ຫຼາຍ​ຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ແຕ່​ລັດຖະມົນຕີ​ຍຸຕິ​ທຳຊູ​ດານ ທ່ານ Awad Hassan Elnour ​ໄດ້​ຕອບ​ໂຕ້​ຢູ່​ໃນ​ຈົດໝາຍ​ສະບັບ​ນຶ່ງ ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ບັນດາ​ເຈົ້າ​ໜ້າ​ທີ່ລັດຖະບານ​ໄດ້ “ຕື່ນ​ຕົກ​ໃຈ” ທີ່​ໄດ້ ຍິນ​ການ​ກ່າວ​ຫາ​ດັ່ງກ່າວ. ທ່ານ​ກ່າວ​ວ່າ ມັນ​ເປັນ​ເທື່ອ​ທຳ​ອິດ​ທີ່​ທ່ານ​ໄດ້​ຍິນ​ກ່ຽວ​ກັບ​ເຫດ ການແບບ​ນີ້ ຊຶ່ງ​ທ່ານ​ໄດ້​ກ່າວວ່າ “​ເປັນ​ການກໍ່​ໂທດ​ກຳ​ທາງ​ດ້ານ​ມະນຸດສະທຳ​ທີ່​ຮ້າຍ​ແຮງ.”

ທ່ານ Elnour ​ໄດ້​ໃຫ້​ຂໍ້​ສັງ​ເກດ​ຢູ່​ໃນ​ຈົດໝາຍ​ຂອງ​ທ່ານ​ວ່າ ບັນດາ​ສະມາຊິກ​ຂອງກຳມາ​ທິການຄົ້ນຫາ​ຄວາມ​ຈິງ​ຂອງລັດຖະບານ ​ໄດ້​ເດີນທາງ​ໄປຍັງ​ເຂດ ດາ​ຟົວ ​ໃນ​ເດືອນ​ກຸມ ພາຜ່ານ​ມາ ​ແລະ​ໄດ້​ພົບ​ປະ​ເປັນ​ເວລາ​ສາມ​ຊົ່ວ​ໂມງ​ກັບ​ຜູ້​ປະສົບ​ໄພ​ສົງຄາມ ຈາກ​ການ​ປະ​ຕິບັດ​ງານ​ຂອງ​ທະຫານ ​ຢູ່​ໃນ​ເມືອງ Jebel Merra. ທ່ານ​ກ່າວ​ວ່າ ຜູ້ຄົນ​ທີ່​ມ​າຈາກບ້ານ ຕ່າງໆ​ຢູ່ໃນ​ເຂດ​ພາກ​ກາງຂອງ​ດາຟົວ ​ເຊັ່ນ​ວ່າ Golo, Rokro ​ແລະ Nertiti ​ໄດ້​ລາຍ​ ງານ​ວ່າ​ ເຂົາ​ເຈົ້າ​ໄດ້​ຫຼົບໜີ​ຈາກບ້ານ​ຂອງ​ເຂົາເຈົ້າ ​ເພື່ອ​ຫລີກ​ລ່ຽງຄວາມ​ຮຸນ​ແຮງ​ຂອງ​ທະຫານ ​ແລະ​ບໍ່​ມີ​ໃຜ​ໄດ້​ລາຍ​ງານ​ເຖິງ​ອາການ ​ດັ່ງ​ທີ່​ອົງການ​ນິລະ​ໂທດ​ກຳ​ໄດ້​ບັນ​ລະ​ຍາຍນັ້ນ.

ຫລາຍພັນຄົນໄດ້ໜີຈາກເຂດ Jebel Marra ແລະພາກເໜືອຂອງ Tawilla ເນຶ່ອງຈາກການປະທະກັນລະຫວ່າງລັດຖະບານ ແລະກຸ່ມກົງກັນຂ້າມ.
ຫລາຍພັນຄົນໄດ້ໜີຈາກເຂດ Jebel Marra ແລະພາກເໜືອຂອງ Tawilla ເນຶ່ອງຈາກການປະທະກັນລະຫວ່າງລັດຖະບານ ແລະກຸ່ມກົງກັນຂ້າມ.

ທ່ານ Elnour ຍັງ​ໄດ້​ກ່າວ​ວ່າ ທະຫານລັດຖະບານຊູ​ດານ​ ຢູ່ໃນ​ເຂດດັ່ງກ່າວແມ່ນເພື່ອ​ປ້ອງ​ກັນການ​ໂຈມ​ຕີ​ຈາກກຸ່ມ​ກະບົດ SPA. ທ່ານ​ກ່າວ​ວ່າ ກຳລັງ​ທະ ຫານ​ຂອງ​ລັດຖະ ບານ​ແມ່ນ​ໄດ້ປະ​ຕິ​ບັດ​ໜ້າ​ທີ່ຕາມ​ລັດຖະທຳ​ມະ​ນູນ ​ເພື່ອ​ປ້ອງ​ກັນ​ປະຊາຊົນ ແລະ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ຄວາມ​ປອດ​ໄພ​ແລະ ສະ​ຖຽນລະ​ພາບ​ຂອງ​ປະ​ເທດ ​ແລະ​ປະຊາຊົນ. ທ່ານ​ຍັງ​ໄດ້​ກ່າວ​ອີກ​ວ່າ ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ເຝິກ​ແອບ​ກ່ຽວ​ກັບ​ກົດໝາຍ​ມະນຸດ​ສະ​ທຳ.

ອົງການ​ນິລະໂທດ​ກຳ​ກ່າວ​ວ່າ ລາຍ​ງານ​ເຫລົ່ານີ້​ແມ່ນ​ເກີດ​ຂຶ້ນ​ໃໝ່ໆ​ຢູ່​ໃນ​ເຂດດັ່ງ ກ່າວ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG