ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພະນັກງານຊ່ອຍ​ເຫລື​ອ ຊາວອະເມຣິກັນ ໄດ້ຖືກປ່ອຍໂຕແລ້ວ


ກະຊວງການຕ່າງປະເທດຂອງ Sudan ຖະແຫລງວ່າ
ພະນັກງານຊ່ອຍ​ເຫລື​ອຊາວອະເມຣິກັນຄົນ​ນຶ່ງ ທີ່​ໄດ້
ຖືກລັກພາຕົວ​ໄປແລະກັກຂັງໄວ້ ດົນກ່ວາ 100 ມື້
ໃນເຂດ Darfur ນັ້ນໄດ້ຖືກປ່ອຍແລ້ວ.

ຜູ້​ກ່ຽວ​ ຊຶ່ງເປັນພະນັກງານຊ່ອຍຜູ້ຍິງຂອງກຸ່ມສາສະຫນາ
ຄຣີດ Samaritan’s Purse ​ໄດ້ຖືກລັກພາຕົວໄປໃນ
ເດືອນພິດສະພາແລ້ວນີ້ທີ່ບ້ານ Abu Ajura ໃນເຂດ
Darfur ໃຕ້​.

ໃນອີກດ້ານນຶ່ງນັ້ນ ໂຄສົກຂອງກອງທັບ Sudan ກ່າວໃນ
ວັນຈັນມື້ນີ້ວ່າ ພວກນັກບິນຊາວຣັດ​ເຊຍສອງ​ຄົນໄດ້​ຖືກ
ລັກ​ພາ​ຕົວ​ໄປ​ໃນ​ຕອນ​ບ່າຍ​ຂອງວັນອາທິດວານ​ນີ້ ​ທີ່​
Nyala ​ເມື​ອງຫຼວງຂອງ​ເຂດ Darfur ​ໃຕ້​. ພວກ​ເຫັນ​ເຫດການເວົ້າ​ວ່າ ຄົນ​ຮ້າຍ​ໄດ້​
ຈີ້ນັກບິນ​ສອງ​ຄົນ​ນັ້ນ ໃຫ້ຂຶ້ນ​ລົດ​ຈິບໄປກັບ​ພວກ​ເຂົາ. ພວກກ່ຽວ​ເປັນ​ນັກ​ປິນຂອງ​
ການບິນ Badr ຂອງ Sudan ທີ່ລໍາລຽງ ​ສຳ​ພະລະແລະ​ຜູ້​ໂດຍສານ ຂອງ​ໂຄງການ
ຊ່ອຍ​ເຫຼືອ​ນາໆ​ຊາດ​ຕ່າງ​ໆ.

ເທື່ອ​ນີ້​ເປັນ​ເທື່ອ​ທີ​ສອງ ທີ່​ຊາວ​ຕ່າງປະ​ເທດ​ຖືກ​ລັກພາ​ໂຕ​ໄປ​ໃນ​ເຂດ Darfur ​ໃນ​ໄລຍະ​
ເວລາ​ບໍ່​ຮອດ​ນຶ່ງ​ເດືອນ.

XS
SM
MD
LG