ພາຍຸເຂດຮ້ອນຫົວຍ່ອຍ ຊື່ວ່າ ອາລເບີຣໂຕ ເປັນຊື່ທີນຶ່ງທີ່ຕັ້ງໃຫ້ພາຍຸຫົວທຳອິດຂອງ
ປີ 2018 ໃນລະດູການພາຍຸເຮີຣີເຄນ ໄດ້ພັດເຂົ້າສູ່ຝັ່ງຕອນສວຍວັນຈັນວານນີ້ໃກ້
ກັບຫາດຊາຍລາກູນາ ລັດຟລໍຣິດາ.
ພາຍຸອາລເບີຣໂຕ ນຳເອົາຝົນຕົກໜັກ ແລະນໍ້າຖ້ວມຢູ່ຕາມຊາຍຝັ່ງລັດຟລໍຣິດາ.
ພາຍຸອາລເບີຣໂຕ ມີລົມແຮງສູງ 75 ກິໂລແມັດຕໍ່ຊົ່ວໂມງ. ພາຍຸນີ້ຄາດວ່າຈະເທນໍ້າ
ຝົນລົງມາ 30 ຊັງຕີແມັດໃສ່ພາກສ່ວນລັດຟລໍຣິດາ ອາລາບາມາ ແລະ ຈໍເຈຍ.
ແຕ່ວ່າພາຍຸອາລເບີໂຕ ຄົງຈະເຄື່ອນຍ້າຍໄວ ກາຍເປັນພາຍຸທີ່ບໍ່ຢູ່ນານ. ບັນດານັກ
ພະຍາກອນອາກາດ ທໍານາຍວ່າ ຈະຫລົດຄວາມແຮງລົງ ເຂົ້າສູ່ອັນທີ່ຮ້ອງວ່າ “ເປັນ
ຫາງລົມຄ່ອຍໆ” ໃນເວລາທີ່ພັດເຂົ້າສູ່ໜ້າດິນໄປສູ່ຮ່ອມພູເທນເນັສຊີໃນຕອນສວຍ
ວັນອັງຄານມື້ນີ້.
ລະດູລົມພາຍຸອັດລັນຕິກເລີ້ມຈາກເດືອນມິຖຸນາ ຈົນຮອດທ້າຍເດືອນພະຈິກ.
ບັນດານັກຊ່ຽວຊານທຳນາຍວ່າຈະມີ 10 ຫາ 16 ຊື່ຂອງພາຍຸປີນີ້ ພ້ອມດ້ວຍເກົ້າຫົວ
ທ່ີ່ຈະກາຍເປັນເຮີຣິເຄນ ຮວມຫຼາຍເທົ່າກັບເຮີຣິເຄນທີ່ສຳຄັນສີ່ຫົວ.
ປີກາຍນີ້ໄດ້ເປັນປີລະດູເຮີຣິເຄນຫລາຍພິເສດ ດ້ວຍການມີເຮີຣິເຄນຮາເວ ເອີມາ ແລະ
ມາເຣຍ ທີ່ໄດ້ທໍາລາຍເກາະ ປໍໂຕຣິໂກ ຮູສເຕີນ ເທັກຊັສ ແລະອ່າວລັດຟລໍຣິດາ.