ເພັດສີຂາວ ທີ່ໃຫຍ່ເທົ່າກັນກັບໜ່ວຍໄຂ່ນ້ອຍໆ ຂາຍກັນໃນ
ລາຄາ 27 ລ້ານ 3 ແສນດອລລ່າສະຫະລັດ ທີ່ຕະຫຼາດປະມູນ
ຢູ່ຮອງກົງໃນມື້ນີ້.
ມີຜູ້ປະມູນທາງໂທລະສັບ 2 ຄົນ ແຂ່ງຂັນກັນຊື້ເພັດນ້ຳໜັກ
118 ກາຣັດ ທີ່ໄດ້ມາຈາກອາຟຣິກາ ຊຶ່ງມີການປະມູນແຂ່ງຂັນ
ກັນເປັນເວລາ 6 ນາທີ ຈົນກະທັ່ງຜູ້ປະມູນຄົນນຶ່ງຢຸດເຊົາໄປ.
ລາຄາເພັດກ້ອນນີ້ ແມ່ນລື່ນລາຄາທີ່ສູງເປັນປະຫວັດການ
ກ່ອນໜ້ານີ້ ສຳລັບເພັດສີຂາວ ທີ່ຂາຍກັນໃນລາຄາ 26 ລ້ານ 7 ແສນດອລລ່າທີ່ຕະຫຼາດປະມູນ Christie ໃນນະຄອນ ເຈນີວາ ປະເທດ Switzerland ເມື່ອເດືອນພຶດສະພາຜ່ານມາ.
ການປະມູນເຄື່ອງເອ້ທີ່ສຳຄັນອື່ນໆ ແມ່ນຮວມທັງເພັດສີຟ້າອອກຂຽວ ນ້ຳໜັກ 7.6 ກາຣັດ ທີ່ປະມູນກັນໃນລາຄາ 16 ລ້ານ 1 ແສນດອລລ່າ.
ເພັດທັງສອງເມັດນີ້ ແມ່ນຂາຍໃນລາຄາທີ່ຖືກກວ່າ ທີ່ໄດ້ມີການຕີລາຄາກັນໄວ້ກ່ອນ.