ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບົດສຶກສາຄົ້ນຄວ້າ ພົບວ່າ ພວກໄວໜຸ່ມ ບໍ່ຮູ້ເລີຍ ວ່າ ອີ-ຊິກາແຣັດ ມີສານນິໂຄທີນ ຢູ່ໃນນັ້ນ


ລູກຄ້າຄົນນຶ່ງ ກຳລັງເປົ່າຄວັນ ຈາກຢາສູບ ອີ-ຊິກາແຣັດ ຢູ່ທີ່ຮ້ານຄ້າ ແຫ່ງນຶ່ງ ໃນນະຄອນ ນິວຢອກ, ວັນທີ 20 ກຸມພາ 2014.
ລູກຄ້າຄົນນຶ່ງ ກຳລັງເປົ່າຄວັນ ຈາກຢາສູບ ອີ-ຊິກາແຣັດ ຢູ່ທີ່ຮ້ານຄ້າ ແຫ່ງນຶ່ງ ໃນນະຄອນ ນິວຢອກ, ວັນທີ 20 ກຸມພາ 2014.

ບົດສຶກສາຄົ້ນຄວ້າສະບັບໃໝ່ ສະແດງໃຫ້ເຫັນວ່າ ພວກຊາວໜຸ່ມຫຼາຍໆຄົນ ຜູ້ທີ່ໃຊ້
ຢາສູບ ອີ-ຊິກາແຣັດ ຫຼື ຢາສູບໄຟຟ້າ ບໍ່ເຂົ້າໃຈເຖິງ ຈຳນວນທີ່ເຂົ້າໄປ ຂອງສານ
ນິໂຄທີນ ທີ່ຕິດໄດ້ງ່າຍ ນັ້ນ ໃນເວລາທີ່ສູບເຂົ້າໄປໃນປອດ.

ການສຶກສາຄົ້ນຄວ້ານີ້ ໄດ້ຖືກພິມລົງ ໃນວາລະສານ America Academy of
Pediatrics ທີ່ໄດ້ພົບເຫັນວ່າ 40 ເປີເຊັນ ຂອງພວກໄວໜຸ່ມ ຜູ້ທີ່ເຊື່ອວ່າ ພວກເຂົາເຈົ້າ
ພຽງແຕ່ນຳໃຊ້ຜະລິດຕະພັນທີ່ປອດສານນິໂຄທີນນັ້ນ ແທ້ຈິງແລ້ວ ແມ່ນສູບສານດັ່ງກ່າວ ເຂົ້າໄປໃນປອດ ໃນຈຳນວນຫຼາຍສົມຄວນ.

ການຄົ້ນຄວ້າ ແມ່ນພົວພັນກັບ ພວກໄວໜຸ່ມ 517 ຄົນ ທີ່ມີອາຍຸ ລະຫວ່າງ 12 ຫາ 21 ປີ
ຜູ້ທີ່ໄດ້ຖືກຖາມ ກ່ຽວກັບ ການນຳໃຊ້ ອີ-ຊິກາແຣັດ ຢາສູບແບບທຳມະດາ ແລະ ກັນຊາ.

ພວກນັກຄົ້ນຄວ້າ ຈາກມະຫາວິທະຍາໄລ ສໂຕນ ບຣຸກ ໃນລັດ ນິວຢອກ ໄດ້ປຽບທຽບ
ຄຳຕອບຂອງພວກໄວໜຸ່ມ ກ່ຽວກັບການນຳໃຊ້ສານຕ່າງໆທີ່ກ່າວມານັ້ນ ໃສ່ກັບຕົວຢ່າງ
ຂອງປັດສະວະທີ່ເກັບມາຈາກພວກເຂົາເຈົ້າ. ພວກນັກຄົ້ນຄວ້າ ໄດ້ພົບເຫັນວ່າ ຄຳຕອບ ເກືອບໝົດທຸກຄົນ ແມ່ນມີຄວາມຈິງ ກ່ຽວກັບການນຳໃຊ້ສານຕ່າງໆຂອງພວກເຂົາເຈົ້າ
ເຖິງຢ່າງໃດກໍຕາມ ພວກເຂົາເຈົ້າ ໄດ້ຄົ້ນພົບວ່າ ຂໍ້ຂັດແຍ້ງທີ່ໃຫຍ່ທີ່ສຸດ ໃນການສຶກສາ
ຄົ້ນຄວ້ານີ້ ເກີດຂຶ້ນມາຈາກພວກໄວໜຸ່ມ ຜູ້ທີ່ຄິດວ່າ ພວກເຂົາເຈົ້າ ນຳໃຊ້ ຢາສູບ ອີ-
ຊິກາແຣັດ ທີ່ປອດສານນິໂຄທີນ.

ພວກນັກຄົ້ນຄວ້າ ໄດ້ສະລຸບວ່າ “ພວກທີ່ເຂົ້າຮ່ວມໃນການສຶກສາຫຼາຍໆຄົນ ບໍ່ຮູ້
ເລີຍວ່າ ພວກຜະລິດຕະພັນ ອີ-ຊິກາແຣັດ ທີ່ພວກເຂົາເຈົ້າໄດ້ນຳໃຊ້ນັ້ນ ມີສານ
ນິໂຄທີນ ທີ່ບັນຈຸຢູ່ໃນ ອີ-ຊິກາແຣັດ.”

ການສຶກສານີ້ ມີຂຶ້ນ ໃນຊ່ວງເວລາ ທີ່ຄວາມນິຍົມຊົມຊອບຂອງ ອີ-ຊິກາແຣັດ ແມ່ນ
ກຳລັງສູງຂຶ້ນນັບມື້ ແລະ ການນຳໃຊ້ພວກມັນນັ້ນ ໄດ້ກາຍມາເປັນຫົວຂໍ້ ທີ່ສ້າງຄວາມ
ແຕກແຍກ ໃນປະຊາຄົມດ້ານສາທາລະນະສຸກ.

ພວກນັກເຄື່ອນໄຫວເພື່ອ ອີ-ຊິກາແຣັດ ກ່າວວ່າ ພວກຜະລິດຕະພັນຕ່າງໆ ກໍມີທ່າແຮງ
ທີ່ຈະຫັນເອົາພວກທີ່ສູບຢາທຳມະດາ ມາຍາວນານນັ້ນ ມາໃຊ້ຜະລິດຕະພັນທີ່ມີສານ
ນິໂຄທີນ ອັນຕະລາຍຕ່ຳ ຫຼາຍຂຶ້ນ ທີ່ລວມທັງ ພວກອີ-ຊິກາເຣດ ໃນຂະນະດຽວກັນ
ພວກທີ່ມີຄວາມເຫັນຕ້ານ ກໍກ່າວວ່າ ການສູບຢາອີ-ຊິກາແຣັດ ມີຄວາມສ່ຽງທີ່ຈະນຳ
ເອົາພວກໄວໜຸ່ມລຸ້ນໃໝ່ ໃຫ້ມາຕິດສານນິໂຄທີນ. ພວກຕິຕຽນ ຍັງໄດ້ຊີ້ໃຫ້ເຫັນວ່າ
ຜົນຕ່າງໆຕໍ່ສຸຂະພາບ ຈາກສານເຄມີໃນອີ-ຊິກາແຣັດ ນັ້ນ ແມ່ນຍັງບໍ່ຮູ້ຈັກຢ່າງທີ່ຖ້ວນ
ເທື່ອ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG