ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ດື່ມ​ເຫລົ້າ​ພໍ​ປະ​ມານ ​ອາດ​ຈະ​ເປັນ​ການ​ດີ​ ຕໍ່ຫຼອດ​ເລືອດ​​​ຫົວ​ໃຈ​, ອີງ​ຕາມການສຶກ​ສາ​ຄົ້ນ​ຄວ້າ ​ທີ່ອອ​ສ​ເຕ​ຣ​ເລຍ


ລູກ​ຄ້າ​ຜູ້​ນຶ່ງ​ກຳ​ລັງ​ຊອກ​ຊື້​ເຫລົ້າທີ່​ຫ້າງ​ສັບ​ພະ​ສິນ​ຄ້າ ກ່ອນ​ຈະ​ມີ​ການ​ປິດ​ປະ​ເທດເພື່ອ​ຫລຸດ​ຜ່ອນ​ການ​ລະ​ບາດ​ຂອງ COVID-19 ໃນ​ອິ​ສ​ຕານ​ບູ​ລ, ເທ​ີກີ, ວັນ​ທີ 29 ເມ​ສາ, 2021
ລູກ​ຄ້າ​ຜູ້​ນຶ່ງ​ກຳ​ລັງ​ຊອກ​ຊື້​ເຫລົ້າທີ່​ຫ້າງ​ສັບ​ພະ​ສິນ​ຄ້າ ກ່ອນ​ຈະ​ມີ​ການ​ປິດ​ປະ​ເທດເພື່ອ​ຫລຸດ​ຜ່ອນ​ການ​ລະ​ບາດ​ຂອງ COVID-19 ໃນ​ອິ​ສ​ຕານ​ບູ​ລ, ເທ​ີກີ, ວັນ​ທີ 29 ເມ​ສາ, 2021

ການສຶກສາຂອງນັກຄົ້ນຄວ້າໃນມະຫາວິທະຍາໄລໂມ​ແນ​ສ (Monash) ໃນປະເທດອອ​ສ​ເຕ​ຣ​ເລຍພົບວ່າ ການດື່ມເຫຼົ້າໃນລະດັບປານກາງ ແມ່ນມີ​ສ່ວນເຮັ​ດ​ໃຫ້​ຫຼຸດຜ່ອນຄວາມສ່ຽງຕໍ່ການເປັນພະຍາດ​ຫລອດ​ເລືອດຫົວ​ໃຈ ແລະການເສຍຊີວິດຈາກທຸກສາເຫດ - ເມື່ອທຽບໃສ່ກັບການບໍ່ບໍລິໂພກເຫຼົ້າຈັກ​ໜ້ອຍ​ເລີຍ. Phil Mercer ມີລາຍງານມາຈາກນະ​ຄອນ Sydney ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ຫຼາຍກວ່າ 18,000 ຄົນທີ່ມີອາຍຸສູງກວ່າ 70 ປີຂຶ້ນໃນສະຫະລັດ ແລະອອ​ສ​ ເຕ​ຣ​ເລຍໄດ້ເຂົ້າຮ່ວມໃນການຄົ້ນຄວ້ານີ້. ມັນເປັນການສຶກສາອັນທໍາອິດທີ່ຈະ​ຄົ້ນ​ຄວ້າ​ເບິ່ງຜົນກະທົບຂອງການດື່ມເຫຼົ້າຕໍ່ສຸຂະພາບຂອງຫົວໃຈ.

ມັນພົບວ່າການບໍລິໂພກເຫຼົ້າໃນປະລິມານປານກາງ ແມ່ນມີ​ສ່ວນກ່ຽວຂ້ອງກັບການຫຼຸດຜ່ອນຄວາມສ່ຽງ ຕໍ່ການ​ເປັນພະຍາດ​ຫລອດ​ເລືອດຫົວ​ໃຈ. ທ່ານ​ຣອບ​ບິນ ວູດ​ສ໌ (Robyn Woods) ເປັນອາຈານສອນໃນໂຮງຮຽນແພດ​ທົ່ວ​ໄປ ແລະການແພດ​ເພື່ອຮັກ​ສາສຸ​ຂະ​ພາບຢູ່ມະຫາວິທະຍາໄລໂມ​ແນ​ສ (Monash).

ທ່ານວູດ​ສ໌ (WOODS) ກ່າວ​ວ່າ:
“ການດື່ມ ຫລື​ບໍ​ລິ​ໂພກເຄື່ອງ​ດື່ມ​ທີ່​ມີ​ທາດເຫຼົ້າປະ​ມານຫ້າ ຫາສິບຈອກຕໍ່ອາທິດ, ເຊິ່ງຂ້ອນຂ້າງວ່າຈະບໍ່​ຫລາຍປານໃດ ແມ່ນພາໃຫ້ມີຜົນໄດ້ຮັບທີ່ດີກວ່າຜູ້ທີ່ງົດ​ການ​ດື່ມເຫຼົ້າ​ທັງ​ໝົດເລີຍ. ມັນເບິ່ງຄືວ່າ ມີຄວາມກ່ຽວຂ້ອງກັບຄວາມສ່ຽງຕໍ່ກັບ ການເປັນພະຍາດ​ຫລອດ​ເລືອດຫົວ​ໃຈທີ່ຫຼຸດລົງແລະຍັງກ່ຽວ​ຂ້ອງ​ກັບການຫລຸດລົງ​ຂອງສາເຫດການຕາຍທັງຫມົດເລີຍ."

ບັນ​ດານັກຄົ້ນຄວ້າກ່າວວ່າ ຜົນການຄົ້ນພົບຂອງເຂົາເຈົ້າຄວນໄດ້ຮັບການຕີ ຄວາມໝາຍ​ຢ່າງລະມັດລະວັງ ເພາະວ່າຜູ້ເຂົ້າຮ່ວມໃນການສຶກສາຄົ້ນ​ຄວ້າ ແມ່ນມີສຸຂະພາບດີໂດຍທີ່ບໍ່ເຄີຍເປັນໂຣກຫົວໃຈຫຼືພະຍາດຮ້າຍແຮງອື່ນໆ ມາ ກ່ອນ. ພວກເຂົາເຈົ້າຍັງອາດ​ຈະມີການເຄື່ອນໄຫວທາງດ້ານຮ່າງກາຍ ແລະສັງ ຄົມຫຼາຍກວ່າປະຊາກອນຜູ້ສູງອາຍຸທີ່ຢູ່​ໃນ​ຫລາຍລະ​ດັບ​ກວ້າງກວ່າ.

ແຕ່ວ່າການບໍລິໂພກເຫຼົ້າໃນ​ປະ​ລິ​ມານຊັດ​ເຈນ​ວ່າໜ້ອຍ ຫລືຫລາຍ​ປານ​ໃດ ຈຶ່ງ​ຈະສາມາດຫຼຸດຜ່ອນຄວາມສ່ຽງຂອງການ​ເປັນພະຍາດຫລອດ​ເລືອດ​ຫົວ​ໃຈແລະ ສາເຫດຂອງການຕາຍ​ອື່ນໆ​ໄດ້ນັ້ນແມ່ນບໍ່ມີ​ໃຜຮູ້.

ຮອງ​ສາ​ສະ​ດາ​ຈານວູດ​ສ໌ (Woods) ກ່າວ​ວ່າ ມັນ​ຈໍາ​ເປັນ​ຕ້ອງໄດ້​ມີ​ການ​ຄົ້ນ​ຄວ້າ​ເພີ່ມ​ເຕີມອີກ. ທ່ານ​ກ່າວ​ດັ່ງ​ນີ້:
"ມີຫຼັກຖານບາງຢ່າງທີ່ຊີ້ໃຫ້ເຫັນວ່າ ການດື່ມເຫຼົ້າເລັກນ້ອຍ ແມ່ນມີຄຸນລັກສະນະຂອງຫລອດເລືອດທີ່ສາມາດເປັນປະໂຫຍດຕໍ່ຮ່າງກາຍໄດ້. ນອກນັ້ນ ມັນກໍ ຍັງມີທ່າອ່ຽງທີ່ເປັນປະໂຫຍດທາງສັງຄົມອີກ. ສະນັ້ນ, ທ່ານຮູ້ບໍ, ການດື່ມເຫຼົ້າ ກັບໝູ່ເພື່ອນ, ຄອບຄົວ, ແລະຄົນອື່ນໆ ອາດຈະມີປະໂຫຍດດີ.”

ມະຫາວິທະຍາໄລໂມ​ແນ​ສ (Monash) ຢູ່ໃນນະຄອນແມ​ລ​ເບິນ (Melbourne), ການຄົ້ນຄວ້າທີ່​ວ່ານີ້ໄດ້ຖືກພິມເຜີຍ​ແຜ່ໃນວາລະສານດ້ານ​ການ​ສຶກ​ສາ​ກ່ຽວ​ກັບ​ຫົວ​ໃຈ ຂອງຢູ​ໂຣບ ຫຼື European Journal of Preventive Cardiology​.

ຄຳແນະນຳຈາກມູນນິທິດ້ານຢາ ແລະເຫຼົ້າຂອງອອສເຕຣເລຍ ເຊິ່ງເປັນອົງການ ສາທາລະນະສຸກນຳໜ້າ​ໝູ່ນັ້ນ ໄດ້ໃຫ້​ການແນະນຳວ່າ ທັງຍິງ ແລະຊາຍ ຄວນບໍລິໂພກເຫຼົ້າບໍ່ເກີນ 10 ຈອກມາດຕະຖານ ຕໍ່ອາທິດ. ເຄື່ອງດື່ມທີ່ມາດຕະຖານໃນອອ​ສ​ເຕ​ຣ​ເລຍແມ່ນມີເຫຼົ້າ​ຢູ່ 10 ກຣາມ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG